
ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ປະທານກອງປະຊຸມ ລັດຖະມົນຕີພະລັງງານອາຊຽນ ຄັ້ງທີ 42 (42nd ASEAN Ministers on Energy Meeting 2024) ໄດ້ຖະແຫຼ່ງຂ່າວຕໍ່ສື່ມວນຊົນໃນວັນທີ 5 ກັນຍາ 2024 ນີ້ ກ່ຽວກັບຄວາມພ້ອມຂອງ ສປປລາວ ທີ່ຈະເປັນເຈົ້າພາບຈັດກອງປະຊຸມ ລັດຖະມົນຕີພະລັງງານອາຊຽນ ຄັ້ງທີ 42 ຢູ່ນະຄອນຫຼວງວຽງຈັນ ວ່າ: ຕາງໜ້າ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍ່ຄືໃນນາມ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ປະທານກອງປະຊຸມ ລັດຖະມົນຕີພະລັງງານອາຊຽນ ຄັ້ງທີ 42, ຂ້າພະເຈົ້າ ຂໍລາຍງານຄວາມຄືບໜ້າການກະກຽມເປັນເຈົ້າພາບ ກອງປະຊຸມ ລັດຖະມົນຕີພະລັງງານອາຊຽນ ຄັ້ງທີ 42 ຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນປີ 2024 ດັ່ງນີ້:

– ພາຍຫຼັງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຮັບໄມ້ຕໍ່ ເປັນປະທານກອງປະຊຸມ ລັດຖະມົນຕີພະລັງງານອາຊຽນ ຄັ້ງທີ 42 ຢູ່ໃນກອງປະຊຸມ ລັດຖະມົນຕີພະລັງງານອາຊຽນ ຄັ້ງທີ 41 ເມື່ອປີ 2023 ທີ່ຜ່ານມາ. ກະຊວງພະລັງງານ ແລະ ບໍ່ແຮ່ ໃນນາມເປັນຜູ້ຈັດຕັ້ງປະຕິບັດ ກໍ່ໄດ້ຮີບຮ້ອນຄົ້ນຄວ້າ, ສ້າງແຜນການເຄື່ອນໄຫວຢ່າງຮອບດ້ານ ເປັນຕົ້ນແມ່ນ: ໄດ້ແຕ່ງຕັ້ງຄະນະຮັບຜິດຊອບຊີ້ນຳການກະກຽມ, ຄະນະປະສານງານ ແລະ ວຽກງງານປິ່ນອ້ອມອື່ນໆ;
– ຕະຫຼອດໄລຍະ 8 ເດືອນທີ່ຜ່ານມາ, ຄະນະຮັບຜິດຊອບກະກຽມການເປັນເຈົ້າພາບກອງປະຊຸມລັດຖະມົນຕີພະລັງງານອາຊຽນ ຄັ້ງທີ42 ຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ເຄື່ອນໄຫວຢ່າງຫ້າວຫັນ ແລະ ມີຜົນສໍາເລັດຢ່າງຕັ້ງໜ້າເປັນຕົ້ນ:
1) ສຳເລັດການເປັນເຈົ້າພາບ ຈັດກອງປະຊຸມລະດັບເຈົ້າໜ້າທີ່ອາວຸໂສພະລັງງານອາຊຽນ ແລະ ກອງປະຊຸມປິ່ນອ້ອມອື່ນໆ ຈຳນວນ 2 ຄັ້ງ. ນອກຈາກນີ້, ກໍ່ຍັງສຳເລັດການຈັດກອງປະຊຸມໜ່ວຍງານຍ່ອຍດ້ານພະລັງງານຕື່ມອີກ.
2) ສຳເລັດການກະກຽມດ້ານສະຖານທີ່ທີ່ພັກ, ຫ້ອງປະຊຸມ, ສິ່ງອຳນວຍຄວາມສະດວກດ້ານຕ່າງໆ ລວມເຖິງງົບປະມານ ເພື່ອນຳໃຊ້ເຂົ້າໃນການເປັນເຈົ້າພາບຈັດກອງປະຊຸມ ລັດຖະມົນຕີ ພະລັງງານອາຊຽນຄັ້ງທີ 42.

ທ່ານ ລັດຖະມົນຕີກ່າວຕື່ມວ່າ: ກອງປະຊຸມລັດຖະມົນຕີ ພະລັງງານອາຊຽນຄັ້ງທີ 42 ຈະໄດ້ຈັດຂຶ້ນລະຫວ່າງ ວັນທີ 24-27 ກັນຍາ 2024 ຢູ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ. ມີຄະນະຜູ້ແທນຈາກ 10 ປະເທດອາຊຽນ ແລະ ຕີມໍເລດສະເຕ ໃນຖານະເປັນປະເທດສັງເກດການ. ນອກຈາກນີ້, ຍັງມີກອງເລຂາອາຊຽນ, ສູນພະລັງງານອາຊຽນ, ສູນ HAPUA, ASCOPE, ອົງການຈັດຕັ້ງສາກົນ IEA, IRENA, ADB, METI, ERIA ແລະບັນດາປະເທດຄູ່ຮ່ວມມືພັດທະນາຄື: ສປ ຈີນ, ສະຫະລັດອາເມລິກາ, ຣັດເຊຍ, ຢີ່ປຸ່ນ, ສ.ເກົາຫຼີ, ອິນເດຍ, ອົດສະຕາລີ ແລະ ນິວຊີແລນ. ກອງປະຊຸມຄັ້ງນີ້ ຈະໄດ້ລາຍງານຜົນສຳເລັດ ການຈັດຕັ້ງປະຕິບັດທຸກບັນດາກິດຈະກຳພາຍໃນ APAEC ທັງໝົດ 7 ໜ້າວຽກຍ່ອຍ. ນອກຈາກນີ້, ຍັງຈະໄດ້ລາຍງານຜົນສຳເລັດ 8 ໜ້າວຽກບູລິມະສິດ ທີ່ ສປປລາວ ໃນນາມເປັນປະທານກອງປະຊຸມ ຈະເຮັດໃຫ້ສຳເລັດພາຍໃນປີ 2024 ນີ້.

ນອກຈາກ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈະໄດ້ເປັນເຈົ້າພາບຈັດກອງປະຊຸມ ລັດຖະມົນຕີພະລັງງານອາຊຽນ ຄັ້ງທີ 42 ແລ້ວ, ຍັງຈະໄດ້ເປັນເຈົ້າພາບຈັດງານວາງສະແດງດ້ານທຸລະກິດພະລັງງານອາຊຽນ ຄັ້ງທີ 24 ທີ່ຈະຈັດໄປຄູ່ຂະໜາດກັນ ໂດຍແມ່ນ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ສູນພະລັງງານອາຊຽນ ຮ່ວມກັນຈັດຂຶ້ນ.
ຕອນທ້າຍຂອງພິທີຖະແຫຼ່ງຂ່າວ ທ່ານ ລັດຖະມົນຕີ ຍັງເຊີນຊວນ ຄະນະຜູ້ແທນທີ່ມາຈາກ 10ຊາດອາຊຽນ, ຕີມໍເລດສະເຕ, ບັນດາປະເທດຄູ່ຮ່ວມພັດທະນາ ແລະ ບັນດາອົງການຈັດຕັ້ງສາກົນ ຈົ່ງເດີນທາງເຂົ້າຮ່ວມກອງປະຊຸມ ລັດຖະມົນຕີພະລັງງານອາຊຽນ ຄັ້ງທີ 42 ທີ່ ສປປລາວ ຕາມກຳນົດເວລາ ທີ່ໄດ້ກຳນົດໄວ້; ເຊີນຊວນ ແລະ ຮຽກຮ້ອງໃຫ້ ພະນັກງານ, ທະຫານ, ຕຳຫຼວດ, ນັກຮຽນ, ນັກສຶກສາ ຕະຫຼອດຮອດປະຊາຊົນລາວບັນດາເຜົ່າ ໂດຍສະເພາະແມ່ນຊາວນະຄອນຫຼວງວຽງຈັນ ຈົ່ງພ້ອມກັນເປັນເຈົ້າພາບທີ່ດີ ໃນການຕ້ອນຮັບແຂກບ້ານ, ແຂກເມືອງ ທີ່ຈະເດີນທາງມາຮ່ວມກອງປະຊຸມໃນຄັ້ງນີ້ ດ້ວຍໄມຕີຈິດ, ມິດຕະພາບ ແລະ ຮອຍຍິ້ມອັນມີສະເໜ່ຂອງຄົນລາວ. ພ້ອມກັນນີ້, ທ່ານ ລັດຖະມົນຕີ ສະແດງຄວາມ 100% ທີ່ຈະເປັນປະທານກອງປະຊຸມລັດຖະມົນຕີພະລັງງານອາຊຽນ ຄັ້ງທີ 42 ແລະ ກອງປະຊຸມປິ່ນອ້ອມອື່ນໆ ລະຫວ່າງ ວັນທີ 24-27 ກັນຍາ 2024 ທີ່ຈະມາເຖິງນີ້.
