ທ່ານ ຮອງລັດຖະມົນຕີ ຕ້ອນຮັບປະທານສະມາຄົມທຸລະກິດຈີນ ແລະ ຕ່າງປະເທດ

          ຕອນເຊົ້າວັນທີ 12 ພຶດສະພາ 2023 ນີ້, ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະໄດ້ຕ້ອນຮັບ ທ່ານ ເຖິງ ເຫີຊຽນ ປະທານສະມາຄົມທຸລະກິດຈີນ ແລະ ຕ່າງປະເທດ ທັງເປັນປະທານກຸ່ມບໍລິສັດ ລຸ້ນຟ້າ ແລະ ບໍລິສັດ ເຊື້ອໄຟຕົງຟາງ ຮົງກົງ ພ້ອມດ້ວຍຄະນະ ເຂົ້າຢ້ຽມຂໍ່ານັບ, ພົບປະ ແລະ ເຮັດວຽກກັບກະຊວງພະລັງງານ ແລະ ບໍ່ແຮ່ ເນື່ອງໃນໂອກາດທີ່ຄະນະຜູ້ແທນດັ່ງກ່າວເດີນທາງເຄື່ອນໄຫວ ແລະ ເຮັດວຽກຢູ່ ສປປລາວ ລະຫວ່າງ ວັນທີ 10-17 ພຶດສະພາ 2023 ນີ້.

          ໃນໂອກາດທີ່ມີຄວາມໝາຍສຳຄັນດັ່ງກ່າວ ທ່ານ ຮອງລັດຖະມົນຕີ ໄດ້ກ່າວສະແດງຕ້ອນຮັບ ພ້ອມທັງລາຍງານຫຍໍ້ສະພາບການພັດທະນາເສດຖະກິດ-ສັງຄົມຂອງ ສປປລາວ ໂດຍສະເພາະແມ່ນຜົນສຳເລັດການພັດທະນາອຸດສາຫະກຳພະລັງງານໄຟຟ້າ ແລະ ບໍ່ແຮ່ ຢູ່ ສປປລາວ ໃນໄລຍະ 40 ກວ່າປີມານີ້. ພ້ອມກັນນີ້, ທ່ານ ຍັງຍົກໃຫ້ເຫັນເຖິງຄວາມຫຍຸ້ງຍາກ, ສິ່ງທ້າທາຍຕໍ່ການຈັດຕັ້ງປະຕິບັດແຜນພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ຢູ່ ສປປລາວ ໃນແຕ່ລະໄລຍະໃຫ້ ທ່ານ ເຖິງ ເຫີຊຽນ ພ້ອມຄະນະໄດ້ຮັບຊາບ. ທ່ານ ຮອງລັດຖະມົນຕີ ສະເໜີໃຫ້ ທ່ານ ປະທານສະມາຄົມທຸລະກິດຈີນ ແລະ ຕ່າງປະເທດ ຊຸກຍູ້, ສົ່ງເສີມ ນັກທຸລະກິດ ສປ ຈີນ ເຂົ້າມາລົງທຶນດ້ານພະລັງງານ ແລະ ບໍ່ແຮ່ ຢູ່ ສປປລາວ ໃຫ້ຫຼາຍຂຶ້ນກວ່າເກົ່າ ເພື່ອນຳເອົາຜົນປະໂຫຍດໃຫ້ປະຊາຊົນສອງຊາດລາວ-ຈີນ.

          ທ່ານ ປະທານສະມາຄົມທຸລະກິດຈີນ ແລະ ຕ່າງປະເທດ ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບຢ່າງອົບອຸ່ນ ຂອງ ທ່ານ ຮອງລັດຖະມົນຕີ ພ້ອມທັງລາຍງານສະພາບການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ຢູ່ ສປປລາວ ໃຫ້ຊາບ. ຫຼັງຈາກນັ້ນ, ທ່ານ ເຖິງ ເຫີຊຽນ ກໍ່ໄດ້ລາຍງານຈຸດປະສົງຂອງການເດີນທາງຢ້ຽມຢາມ ແລະ ເຮັດວຽກກັບຂະແໜງການທີ່ກ່ຽວຂ້ອງຂອງ ສປປລາວ ກໍ່ເພື່ອສຶກສາຂໍ້ມູນທ່າແຮງໃນການລົງທຶນຂອງ ສປປລາວ ໂດຍສະເພາະທ່ແຮງດ້ານການພະລັງງານໄຟຟ້າ, ບໍ່ແຮ່ ແລະ ກະສິກຳ.

ພາບ: ວຽງສະຫວັນ ປຣະດິດ
ຂ່າວ: ຄຳແສງ ແກ້ວປະເສີດ