
ເມື່ອທ້າຍເດືອນ ພະຈີກ 2022 ຜ່ານມານີ້້ ຢູ່ທີ່ແຂວງ ຊຽງຂວາງ ໄດ້ມີພິທີເປີດການຜະລິດໂຮງງານ ທີ 1,ໂຮງງານທີ່ 2 ແລະ ເລີມກໍ່ສ້າງໂຮງງານທີ 3 ໃນເຂດຂຸດຄົ້ນແບບທົນລອງໃນເນື້ອທີ 5,8 ກີໂລຕາແມັດ ຢູ່ເຂດເມືອງ ຄູນ ແລະ ເມືອງ ຜ່າໄຊ ແຂວງ ຊຽງຂວາງ ຂອງບໍລິສັດ ຫຸ້ນສວນ ແຮ່ຫາຍາກ ສປ ຈີນ ຈຳກັດ ແລະ ບໍລີສັດ ກວາງຈຽນຊິນແສງສະຫວ່າງຂຸດຄົ້ນແຮ່ຫາຍາກ ຈຳກັດ . ກ່າວເປີດໂດຍທ່ານ ປອ ດາວວົງ ພອນແກ້ວ ລັດຖະມົນກະຊວງພະລັງງານ ແລະ ບໍ່ແຮ່, ມີ ທ່ານ ບຸນຈັນ ສິວົງພັນ ເຈົ້າແຂວງ-ແຂວງ ຊຽງຂວາງ, ນອກຈາກນີ້ ຍັງມີການນຳກະຊວງ, ການນຳຂັ້ນແຂວງ, ເມືອງ ແລະ ພາກສ່ວນກ່ຽວຂ້ອງຂັ້ນສູນກາງ, ຂັ້ນທ້ອງຖີ່ນ, ປະທານບໍລິສັດ ແລະ ກຳມະກອນເຂົ້າຮ່ວມ.


ທ່ານ ລັດຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ກ່າວວ່າລັດຖະບານ ແຫ່ງ ສປປ ລາວ ໄດ້ເຊັນສັນຍາວ່າດ້ວຍການສໍາຫຼວດແຮ່ທາດຫາຍາກ ໃນເນື້ອທີ່ 50 ກມ2 ຢູ່ເຂດບ້ານນາຫໍ້, ບ້ານສັນຫຼວງ, ບ້ານແກ່ວກ້ວາງ, ບ້ານໜອງ ແລະ ບ້ານຜາເຜີ້ງ ເມືອງຄູນ ແລະ ເມືອງຜາໄຊ ແຂວງຊຽງຂວາງ ກັບ ບໍລິສັດ ບໍລິສັດ BSL ແສງສະຫວ່າງ ຈໍາກັດຜູ້ດຽວ ແລະ ບໍລິສັດ ກວາງຈຽນຊິນ ອຸດສະຫະກໍາ ແລະ ການຄ້າ (ລາວ) ຈໍາກັດ ສະບັບລົງວັນທີ 30 ກໍລະກົດ 2021 ລວມອາຍຸສັນຍາ 30 ເດືອນ (ໄລຍະສຳຫຼວດ 12 ເດືອນ, ໄລຍະສ້າງບົດສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ ແລະ ບົດລາຍງານການປະເມີນຜົນກະທົບຕໍ່ສິ່ງເເວດລ້ອມ ແບບລະອຽດ ລວມ 18 ເດືອນ) ສັນຍາມີອາຍຸຮອດວັນທີ 29 ກຸມພາ 2024, ພາຍຫຼັງເຊັນສັນຍາແລ້ວ ບໍລິສັດໄດ້ຈົດທະບຽນສ້າງຕັ້ງເປັນ ບໍລິສັດ ກວາງຈຽນຊິນ ແສງສະຫວ່າງ ພັດທະນາແຮ່ຫາຍາກ ຈໍາກັດ ຕາມໃບອະນຸຍາດລົງທຶນຂອງກະຊວງແຜນການ ແລະ ການລົງທຶນ ສະບັບເລກທີ 037-2021/ກຜທ.ລທ3, ລົງວັນທີ 17 ສິງຫາ 2021 ເພື່ອດຳເນີນວຽກງານຂອງໂຄງການ.


