ທ່ານ ຮອງລັດຖະມົນຕີ ຕ້ອນຮັບ ແລະພົບປະ ທີ່ປຶກສາສະຖານທູດ ແຫ່ງ ສະຫະພັນຣັດເຊຍ ປະຈຳ ສປປ ລາວ

          ຕອນເຊົ້າມື້ນີ້, ວັນທີ 28 ສິງຫາ 2023 ຢູ່ຫ້ອງຮັບແຂກ ກະຊວງພະລັງງານ ແລະ ບໍ່ແຮ່ ທ່ານ ປະລິຍາເອກ ສີນາວາ ສຸພານຸວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ໃຫ້ກຽດຕ້ອນຮັບ ແລະ ພົບປະ ທ່ານ Elshad TALYBOElshad TALYBOV ລັດຖະມົນຕີ, ທີ່ປຶກສາສະຖານທູດ ແຫ່ງ ສະຫະພັນຣັດເຊຍ ປະຈຳ ສປປລາວ ເນື່ອງໃນໂອກາດຄະນະຜູ້ແທນດັ່ງກ່າວ ເຄື່ອນໄຫວເຮັດວຽກກັບຂະແໜງການທີ່ກ່ຽວຂ້ອງ ຂອງ ສປປລາວ.
          ໃນໂອກາດທີ່ມີຄວາມໝາຍສຳຄັນນີ້, ທ່ານ ຮອງລັດຖະມົນຕີ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ພ້ອມທັງລາຍງານຫຍໍ້ສະພາບການພັດທະນາເສດຖະກິດ-ສັງຄົມຂອງ ສປປລາວ ໃຫ້ ທ່ານ ລັດຖະມົນຕີ, ທີ່ປຶກສາສະຖານທູດ ຣັດເຊຍ ໄດ້ຮັບຊາບ ໂດຍສະເພາະ ທ່ານ ຮອງລັດຖະມົນຕີ ໄດ້ຍົກໃຫ້ເຫັນເຖິງຜົນສຳເລັດ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ການພັດທະນາອຸດສາຫະກຳພະລັງງານ ແລະ ບໍ່ແຮ່ ຂອງ ສປປລາວ ໃນໄລຍະຜ່ານ ແລະ ທິດທາງແຜນການໃນຕໍ່ໜ້າ. ພ້ອມກັນນີ້, ທ່ານ ຮອງລັດຖະມົນຕີ ກໍ່ໄດ້ເຊີນຊວນນັກລົງທຶນຈາກ ຣັດເຊຍ ເຊິ່ງເປັນປະເທດມະຫາອຳນາດ ທີ່ມີຄວາມພ້ອມຢ່າງຮອບດ້ານທັງໃນແງ່ເຕັກນິກ, ວິຊາການ ແລະ ການເງິນ, ງົບປະມານ ເຂົ້າມາລົງທຶນພັດທະນາພະລັງງານໄຟຟ້າຢູ່ ສປປລາວ ໃນນີ້ ທ່ານ ໄດ້ເນັ້ນກ່ຽວກັບການພັດທະນາພະລັງງານສະອາດ, ພັດທະນາອຸດສາຫະກຳລົດໄຟຟ້າ ແລະ ອື່ນໆ.
          ຂະນະທີ່ ທ່ານ Elshad TALYBOElshad TALYBOV ລັດຖະມົນຕີ, ທີ່ປຶກສາສະຖານທູດ ແຫ່ງ ສະຫະພັນຣັດເຊຍ ປະຈຳ ສປປລາວ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຕ້ອນຮັບ ແລະ ເຮັດວຽກຂອງ ທ່ານ ຮອງລັດຖະມົນຕີ ໃນຄັ້ງນິີ້, ພ້ອມກັນນີ້ ທ່ານ ກໍ່ໄດ້ຢັ້ງຢືນເຖິງການສະໜັບສະໜູນ, ຊຸກຍູ້ ຂອງ ລັດຖະບານ ຣັດເຊຍ ໃຫ້ນັກລົງທຶນຂອງຕົນເຂົ້າມາລົງທຶນຢູ່ ສປປລາວ ໃຫ້ຫຼາຍຂຶ້ນກວ່າເກົ່າ.
ພາບ: ວຽງສະຫວັນ ປຣະດິດ
ຂ່າວ: ຄຳແສງ ແກ້ວປະເສີດ