ທ່ານ ລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຜູ້ອຳນວຍການໃຫຍ່ບໍລິສັດ ລ້ານຊ້າງ ມີນີໂຣນ ຈຳກັດ

           ວັນທີ 14 ສິງຫາ 2024 ນີ້, ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕິກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບ ທ່ານ ສະໝານ ອະເນກາ ຜູ້ອຳນວຍການໃຫຍ່ ບໍລິສັດ ລ້ານຊ້າງ ມີເນີໂຣນ ຈຳກັດ ຢູ່ຫ້ອງຮັບແຂກ ຂອງກະຊວງພະລັງງານ ແລະ ບໍ່ແຮ່.
           ໃນໂອກາດດັ່ງກ່າວ ທ່ານ ລັດຖະມົນຕິ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ພ້ອມທັງຊົມເຊີຍຕໍ່ການຈັດຕັ້ງປະຕິບັດບັນດາໜ້າວຽກຂອງ ບໍລິສັດ ລ້ານຊ້າງ ມີເນີໂຣນ ຈຳກັດ ໃນໄລຍະຜ່ານມາ ເຊິ່ງໄດ້ປະກອບສ່ວນຢ່າງໃຫຍ່ຫຼວງ ເວົ້າລວມເວົ້າສະເພາະແມ່ນໃນວຽກງານການພັດທະນາຊຸມຊົມ, ການຊ່ວຍເຫຼຶອ-ສົ່ງເສີມຊິວີດການເປັນຢູ່ຂອງພໍ່ແມ່ປະຊາຊົນ ກໍຄື: ການສົ່ງເສີມການປູກຝັງ-ລ້ຽງສັດໃຫ້ແກ່ປະຊາຊົນທ້ອງຖິ່ນ ເພື່ອເປັນການສ້າງວຽກເຮັດງານທຳ ໃຫ້ເປັນອາຊີບຫຼັກຂອງປະຊາຊົນ ແລະ ອີກຢ່າງໜື່ງກໍຄືການຊ່ວຍເຫຼຶອພາກລັດປະເທດຊາດ ນຳພາປະຊາຊົນອ້ອມຂ້າງໃຫ້ຫຼຸດພົ້ນຈາກຄວາມດ້ວຍພັດທະນາ; ພ້ອມກັນນັ້ນທ່ານໄດ້ມີທິດຊິ້ນຳວ່າ: ກ່ຽວກັບການຈັດຕັ້ງປະຕິບັດບັນດາໜ້າວຽກຂອງບໍລິສັດ ໃຫ້ທາງບໍລິສັດເຮັດເປັນບົດລາຍງານລະອຽດຄົບຖ້ວນ ເພື່ອລາຍງານໃຫ້ຂັ້ນເທິງໄດ້ຮັບຮູ້ເຖີງສະພາບການຢູ່ທ້ອງຖິ່ນ, ຂໍ້ຫຍຸ້ງຍາກ-ຂໍ້ສະດວກຕ່າງໆຢູ່ພາກສະໜາມ, ການຈັດຕັ້ງປະຕິບັດວຽກງານຂອງໂຄງການເປັນຕົ້ນແມ່ນ ການວາງແຜນ, ການຕີດຕາມ, ກວດກາ ແລະ ການຄຸ້ມຄອງກິດຈະການຢ່າງເຂັ້ມງວດ.

ຂະນະດຽວກັນຜູ້ອຳນວຍການໃຫຍ່ບໍລິສັດລ້ານຊ້າງມິນິໂຣນ ຈຳກັດ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອງຮັບ ແລະ ມີຄຳເຫັນຊີ້ນຳຂອງ ທ່ານ ລັດຖະມົນຕີ ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງຂອງກະຊວງພະລັງງານ ແລະ ບໍ່ແຮ່ ທີ່ໄດ້ສະໜັບສະໜູນເຮັດໃຫ້ມີການຮັບຮອງປະລິມານສະສົມທາງທໍລະນີຂອງໂຄງການພາກຂະຫຍາຍຢູ່ພາກຕາເວັນຕົກຂອງບໍລິສັດ. ພ້ອມກັນນີ້, ທ່ານ ຜູ້ອຳນວຍການໃຫຍ່ ຍັງໄດ້ລາຍງານຈຸດປະສົງການເຂົ້າຢ້ຽມຂໍ່ານັບ ທ່ານ ລັດຖະມົນຕີ ໃນຄັ້ງນີ້, ເພື່ອລາຍງານສະພາບການດຳເນີນງານຂອງໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ຄຳ-ທອງ ເຊໂປນ ໃນໄລຍະຜ່ານມາ ເປັນຕົ້ນແມ່ນ: ການດຳເນີນເອກະສານຂໍໃບຮັບຮອງບົດວິພາກເສດຖະກິດ-ເຕັກນິກ ຂອງໂຄງການພາກຂະຫຍາຍເຂດຂຸດຄົ້ນຄຳ – ພາກຕາເວັນຕົກ ໃນເນື້ອທີ່ 13,92 ກິໂລຕາແມັດ ຕີດກັບເຂດຂຸດຄົ້ນບໍ່ແຮ່ຂອງໂຄງການ; ວຽກງານການສຳຫຼວດ-ຂຸດຄົ້ນແຮ່ທາດ, ຂໍ່້ຫຍຸ້ງຍາກດ້ານຕ່າງໆຕ່າງໆ, ການພັດທະນາຊຸມຊົມ ຂອງໂຄງການ; ການສ້າງບຸກຄະລະກອນ, ສ້າງອາຊີບໃຫ້ແກ່ປະຊາຊົນອ້ອມຂ້າງໂຄງການແລະ ບັນຫາອື່ນໆ.

ຕອນທ້າຍຂອງການພົບປະ, ທ່ານ ຜູ້ອຳນວຍການໃຫຍ່ ບໍລິສັດ ລ້ານຊ້າງ ມີເນີໂຮນ ຈຳກັດ ຍັງໄດ້ນຳເອົາເງິນສົດ ຈຳນວນໜຶ່ງ ນຳມາມອບ ເພື່ອປະກອບສ່ວນເຂົ້າໃນການຮັບໃຊ້ການເປັນເຈົ້າພາບກອງປະຊຸມລັດຖະມົນຕີພະລັງງານອາຊຽນທີຈະຈັດໃນເດືອນ ກັນຍາ 2024 ນີ້ໃຫ້ໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍ.

ພາບ ແລະ ຂ່າວ: ກົງເມັງ ລີຕົ່ງປ່າວ
ຮຽບຮຽງ: ຄຳແສງ ແກ້ວປະເສີດ
Website: www.mem.gov.la
ສາຍດ່ວນ: 1506