ກອງປະຊຸມປຶກສາຫາລື ກ່ຽວກັບການປັບປຸງຂອດການຄຸ້ມຄອງ ໂຄງການຂຸດຄົ້ນແຮ່ເຫຼັກ ແລະ ໂຄງການຂຸດຄົ້ນແຮ່ຫາຍາກ ຕາມວິໄສທັດ ຮອດປີ 2040 ແລະ ຍຸດທະສາດ ການພັດທະນາແຮ່ທາດ ຮອດປີ 2030

           ກອງປະຊຸມໄດ້ຈັດຂຶ້ນເປັນ 2 ວາລະຄື: ກອງປະຊຸມປຶກສາຫາລືກ່ຽວກັບການຄຸ້ມຄອງໂຄງການພັດທະນາ ແຮ່ເຫຼັກ ໄດ້ຈັດຂຶ້ນໃນວັນທີ 29 ພະຈິກ ແລະ ກອງປະຊຸມ ປຶກສາຫາລືກ່ຽວກັບການຄຸ້ມຄອງໂຄງການພັດທະນາ ແຮ່ຫາຍາກ ໄດ້ຈັດຂຶ້ນໃນວັນທີ 1 ທັນວາ 2023 ໂດຍການເປັນປະທານຂອງ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່. ມີບັນດາ ທ່ານ ຮອງລັດຖະມົນຕີ, ຄະນະຫ້ອງການ, ຄະນະກົມ, ຄະນະສະຖາບັນ, ຄະນະອຳນວຍການບັນດາລັດວິສາຫະກິດ ພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງອ້ອມຂ້າງກະຊວງເຂົ້າຮ່ວມ.
ກອງປະຊຸມໄດ້ຮັບຟັງການລາຍງານສະພາບການຕິດຕາມ, ກວດກາ ແລະ ຄຸ້ມຄອງໂຄງການລົງທຶນດ້ານບໍ່ແຮ່ ໂດຍສະເພາະແມ່ນແຮ່ເຫຼັກ ແລະ ແຮ່ຫາຍາກ ເຊິ່ງເປັນສອງປະເພດແຮ່ທາດ ທີ່ນອນໃນແຜນການຂຸດຄົ້ນແຮ່ທາດແບບທົດລອງຂອງລັດຖະບານ. ຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມກໍ່ໄດ້ພ້ອມກັນແລກປ່ຽນຄວາມຄິດເຫັນຮ່ວມກັນຢ່າງກົງໄປກົງມາ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ມີປະສິດທິພາບ, ມີປະສິດທິຜົນດີ.

ກອງປະຊຸມປຶກສາຫາລືກ່ຽວກັບການຄຸ້ມຄອງໂຄງການພັດທະນາບໍ່ແຮ່ ໂດຍສະເພາະແມ່ນແຮ່ເຫຼັກ ແລະ ແຮ່ຫາຍາກ ກໍ່ເພື່ອປະຕິບັດຕາມທິດຊີ້ນໍາຂອງລັດຖະບານ ແລະ ຕາມການຕົກລົງເປັນເອກະພາບຂອງຄະນະນໍາ ກະຊວງພະລັງງານ ແລະ ບໍ່ແຮ່. ອີກດ້ານໜຶ່ງກໍເພື່ອຄົ້ນຄວ້າ ແລະ ປຶກສາຫາລືໃຫ້ມີຄວາມເປັນເອກະພາບພາຍໃນກະຊວງ ພະລັງງານ ແລະ ບໍ່ແຮ່ ກ່ຽວກັບ ວິທີການທີ່ຈະຕ້ອງປັບປຸງ ການວາງແຜນ, ການອອກອະນຸຍາດ ແລະ ການຄຸ້ມຄອງ ບໍ່ແຮ່ ໃຫ້ໄປຕາມ: (1) ແຜນການພັດທະນາພະລັງງານ ແລະ ບໍ່ແຮ່ 5 ປີ 2021 ເຖິງ 2025 ແລະ (2) ໃຫ້ສອດຄ່ອງກັບວິໄສທັດຮອດປີ 2040 ແລະ ຍຸດທະສາດການພັດທະນາແຮ່ທາດ ຮອດປີ 2030 ທີ່ ສະພາແຫ່ງຊາດ ໄດ້ຮັບຮອງເອົາໃນ ເດືອນ ກໍລະກົດ 2023. 

ທັງນີ້, ກໍ່ເນື່ອງຈາກວ່າ: ວຽກງານບໍ່ແຮ່ ແມ່ນວຽກງານໜຶ່ງທີ່ສຳຄັນໃນໂຄງປະກອບເສດຖະກິດແຫ່ງຊາດ ບົນພື້ນຖານການພັດທະນາປະເທດຊາດ ຕາມແນວທາງຫັນເປັນອຸດສາຫະກຳ ແລະ ທັນສະໄໝເທື່ອລະກ້າວຂອງພັກ ແລະ ລັດ ໄດ້ວາງອອກ, ການຂຸດຄົ້ນທຸກຄວາມສາມາດບົ່ມຊ້ອນຂອງຊັບພະຍາ ກອນທຳມະຊາດ ຕາມທິດມີປະສິດທິຜົນ, ຍືນຍົງ ແລະ ສີຂຽວ ໂດຍສະເພາະແມ່ນອີງໃສ່ຄວາມອຸດົມສົມ ບູນ ແລະ ຄວາມຫຼາກຫຼາຍຂອງຊັບພະຍາກອນແຮ່ທາດຢູ່ປະເທດເຮົາ, ຊຶ່ງໃນນັ້ນ ລັດຖະບານ ໄດ້ມີນະໂຍບາຍ ຢ່າງມີການເລືອກເຟັ້ນເອົານັກລົງທຶນເຂົ້າມາພັດທະນາແຮ່ເຫຼັກ ແລະ ແຮ່ທາດຫາຍາກ ເພື່ອແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນຂອງປະເທດເຮົາໃນປັດຈຸບັນ.

ໃນໄລຍະທີ່ຜ່ານມາ, ກະຊວງພະລັງງານ ແລະ ບໍ່ແຮ່ ກໍໄດ້ມີຄວາມຕັ້ງໜ້າ, ເອົາໃຈໃສ່ ປະຕິບັດພາລະບົດບາດ ແລະ ໜ້າທີ່ຂອງຕົນ ເປັນເສນາທິການໃຫ້ ລັດຖະບານ ກ່ຽວກັບວຽກງານຄຸ້ມຄອງ, ຕິດຕາມ ແລະ ປະເມີນຜົນ ໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດຫາຍາກ ໃນຂອບເຂດທົ່ວປະເທດ ໃຫ້ມີຄວາມຖືກຕ້ອງ ແລະ ມີປະສິດທິຜົນສູງ. ມາຮອດປັດຈຸບັນ, ລັດຖະບານ ໄດ້ອະນຸຍາດໃຫ້ຜູ້ລົງທຶນທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາລົງທຶນຂະແໜງບໍ່ແຮ່ທັງໝົດ 382 ບໍລິສັດ, 505 ກິດຈະການ. ໃນນີ້, ຢູ່ໃນໄລຍະການຊອກຄົ້ນ 24ບໍລິສັດ, 24ກິດຈະການ; ໄລຍະການສຳຫຼວດ 127ບໍລິສັດ, 141ກິດຈະການ; ໄລຍະການສຶກສາຄວາມເປັນໄປທາງດ້ານເສດຖະກິດ-ເຕັກນິກ 33 ບໍລິສັດ, 52 ກິດຈະການ; ໄລຍະການຂູດຄົ້ນ ແລະ ປຸງແຕງ ຈຳນວນ 105ບໍລິສັດ, 195ກິດຈະການ.

ສະເພາະໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດຫາຍາກ ແບບທົດລອງ ມີທັງໝົດ 13 ບໍລິສັດ, ເນື້ອທີ່ 7.396 ເຮັກຕາ, ນອນໃນ 3 ແຂວງ (ຫົວພັນ 6 ບໍລິສັດ, ຊຽງຂວາງ 6 ບໍລິສັດ ແລະ ເຊກອງ 1 ບໍລິສັດ); ມີ 7 ບໍລິສັດ ສໍາເລັດການກໍ່ສ້າງ, ມີ 4 ບໍລິສັດ ໄດ້ຜະລິດ-ຈຳໜ່າຍ (ແຮ່ທາດຫາຍາກ) ໂດຍໄດ້ຮັບການຢັ້ງຢືນຮັບຮອງແຜນການຈຳໜ່າຍ ປະຈຳປີ 2023 ຈໍານວນ 19.500 ໂຕນ, ໄດ້ສະເໜີສົ່ງອອກຜະລິດຕະພັນແຮ່ທາດຫາຍາກ ຈຳນວນ 10.442 ໂຕນ

ແລະ ສົ່ງອອກຕົວຈິງໄດ້ ຈຳນວນ 9.688 ໂຕນ. ໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ເຫຼັກແບບທົດລອງ ມີ ທັງໝົດ 37 ບໍລິສັດ, ເນື້ອທີ່ທັງໝົດ 11.959 ເຮັກຕາ, ຢູ່ໃນ 08 ແຂວງ ຄື: ແຂວງຫົວພັນ, ແຂວງຊຽງຂວາງ, ແຂວງໄຊສົມບູນ, ແຂວງຄຳມ່ວນ, ແຂວງສະຫວັນນະເຂດ, ແຂວງຫຼວງພະບາງ, ແຂວງໄຊຍະບູລີ ແລະ ແຂວງວຽງຈັນ. ໃນປີ 2021 ມີ 2 ບໍລິສັດ ໄດ້ສົ່ງອອກແຮ່ເຫຼັກ ເຊິ່ງມີປະລິມານທັງໝົດ 60.000 ໂຕນ,

ປີ 2022 ມີ 13 ບໍລິສັດ ໄດ້ສົ່ງອອກແຮ່ເຫຼັກ ລວມປະລິມານທັງໝົດ 795.661 ໂຕນ ແລະ ໃນປີ 2023 ມີ 15 ບໍລິສັດ ໄດ້ສົ່ງອອກແຮ່ເຫຼັກ ຈຳນວນ 1.529.100 ໂຕນ. ທັງສອງໂຄງການໄດ້ປະຕິບັດພັນທະດ້ານການເງິນໃຫ້ ລັດຖະບານ ທັງໝົດ 180.187.000 ໂດລາສະຫະລັດ, 754,351 ຕື້ກີບ.

ພາບ: ວຽງສະຫວັນ ປຣະດິດ
ຂ່າວ: ຄຳແສງ ແກ້ວປະເສີດ