ອົງຄະນະພັກກະຊວງພະລັງງານ ແລະ ບໍ່ແຮ່ ດຳເນີນກອງປະຊຸມວຽກງານກວດກາ ປະຈຳປີ 2022

          ກອງປະຊຸມໄດ້ຈັດຂຶ້ນເປັນເວລາ 2 ວັນຄື: ວັນທີ 27-28 ເມສາ 2023 ນີ້ຢູ່ຫ້ອງປະຊຸມໃຫຍ່ຊັ້ນ 5 ໂດຍໃຫ້ກຽດກ່າວເປີດກອງປະຊຸມຂອງ ສະຫາຍ ໂພໄຊ ໄຊຍະສອນ ກຳມະການສູນກາງພັກ, ເລຂາອົງຄະນະພັກ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່. ມີບັນດາ ສະຫາຍ ຄະນະປະຈຳພັກ, ກຳມະການຄະນະພັກ, ຄະນະພັກຮາກຖານ, ຄະນະໜ່ວຍພັກ ແລະ ພະນັກງານຫຼັກແຫຼ່ງ ທີ່ເຮັດວຽກງານກວດກາທົ່ວອົງຄະນະພັກກະຊວງເຂົ້າຮ່ວມ.

          ພາຍຫຼັງກ່າວເປີດກອງປະຊຸມ, ສະຫາຍ ເລຂາຄະນະພັກກະຊວງ ກໍ່ໄດ້ໃຫ້ກຽດເຜີຍແຜ່ບົດໂອ້ລົມ ຂອງສະຫາຍ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ຫົວໜ້າອົງການກວດກາແຫ່ງລັດ ແລະ ຕ້ານການສໍ້ລາດບັງຫຼວງ ຕໍ່ກອງປະຊຸມວຽກງານກວດກາທົ່ວປະເທດ ປະຈໍາປີ 2022. ຫຼັງຈາກນັ້ນ, ກອງປະຊຸມກໍ່ໄດ້ຮັບການເຜີຍແຜ່ຄໍາສັ່ງແນະນໍາ 169/ຄລສພ, ລົງວັນທີ 15 ສິງກາ 2022 ຂອງຄະນະເລຂາທິການສູນກາງພັກ ກ່ຽວກັບເພີ່ມທະວີການນໍາພາ-ຊີ້ນໍາ ຕໍ່ການເຄື່ອນໄຫວວຽກງານກວດກາ ແລະ ແກ້ໄຂຜົນດການກວດກາ ເຜີຍແຜ່ໂດຍ ສະຫາຍ ທອງພັດ ອິນທະວົງ ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີ; ຮັບຟັງການເຜີຍແຜ່ບົດແນະນຳ 74/ຄກສພ, ລົງວັນທີ 27 ມີນາ 2023 ຂອງຄະນະກວດກາສູນກາງພັກ ກ່ຽວກັບການກະກຽມດຳເນີນຊີວິດການສະໄໝຂອງຄະນະບໍລິຫານງານພັກແຕ່ລະຂັ້ນ ທີ່ເຜີຍແຜ່ໂດຍ ສະຫາຍ ນາງ ຈັນສະຫວາດ ບຸບຜາ ຄະນະປະຈຳພັກ, ປະທານກວດກາພັກ, ຮອງລັດຖະມົນຕີ.

           ນອກຈາກນີ້, ຜູ້ເຂົ້າຮ່ວມກອງປະຊຸມ ຍັງໄດ້ຮັບຟັງການເຜີຍແຜ່ເອກະສານທີ່ສຳຄັນອື່ນໆອີກເປັນຕົ້ນແມ່ນ: ເອກະສານລະນຶກວັນສ້າງຕັ້ງ ອົງການກວດກາພັກ-ລັດ ສປປ ລາວ ຄົບຮອບ 40 ປີ (16/02/1982-16/02/2022); ບົດສະຫຼຸບຫຍໍ້ການເຄື່ອນໄຫວວຽກງານກວດກາ ປີ 2022 ແລະ ທິດທາງວຽກງານຈຸດສຸມ ປີ 2023 ຂອງຄະນະກວດກາສູນກາງພັກ ແລະ ຮ່າງບົດສະຫຼຸບຫຍໍ້ການເຄື່ອນໄຫວວຽກງານກວດກາ ປະຈໍາປີ 2022 ແລະ ທິດທາງວຽກງານຈຸດສຸມ ປີ 2023 ຂອງຄະນະກວດກາພັກກະຊວງພະລັງງານ ແລະ ບໍ່ແຮ່.

ໂດຍ: ຄຳແສງ ແກ້ວປະເສີດ