ທ່ານ ລັດຖະມົນຕີ ເຂົ້າຮ່ວມພິທີເປີດງານມະຫາກຳບຸນຊ້າງ ຄັ້ງທີ 18 ປະຈຳປີ 2025

          ໃນວັນທີ 22 ກຸມພາ 2025 ທ່ານ ໂພໄຊ ໄຊຍະສອນ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເຂົ້າຮ່ວມພິທີເປີດງານມະຫາກຳບຸນຊ້າງ ຄັ້ງທີ 18 ຢູ່ສະໜາມຫຼວງແຂວງ ໄຊຍະບູລີ ໂດຍມີ ພະເຖລານຸເຖລະ, ທ່ານ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ , ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວ, ທ່ານ ພົງສະຫວັນ ສິດທະວົງ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໄຊຍະບູລີ, ບັນດາທ່ານການນໍາພັກ-ລັດ ແຂກທີ່ມີກຽດ ທ່ານຍິງ-ທ່ານຊາຍ ທັງພາຍໃນ ແລະ ຕ່າງປະເທດ ພ້ອມດ້ວຍປະຊາຊົນຊາວແຂວງໄຊຍະບູລີ ເຂົ້າຮ່ວມຢ່າງຫຼວງຫຼາຍ.

          ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ ໄດ້ລາຍງານກ່ຽວກັບການກະກຽມຈັດງານມະຫະກຳບຸນຊ້າງ ຄັ້ງທີ 18 ປະຈໍາປີ 2025 ຂອງແຂວງໄຊຍະບູລີວ່າ: ງານມະຫະກໍາບຸນຊ້າງແຂວງໄຊຍະບູລີ ແມ່ນຈັດຂຶ້ນໃນເດືອນກຸມພາຂອງທຸກໆປີ ຊຶ່ງເລີ່ມແຕ່ປີ 2007 ເປັນຕົ້ນມາ, ຮອດປີ 2025 ນີ້ ແຂວງໄດ້ຍົກລະດັບການຈັດງານມະຫະກຳບຸນຊ້າງ ຂຶ້ນເປັນງານລະດັບຊາດ ແລະ ເປັນຄັ້ງທີ 18 ຂອງແຂວງໄຊຍະບູລີ. ການຈັດງານມະຫະກຳບຸນຊ້າງ ກໍເພື່ອເປັນການສືບຕໍ່ອະນຸລັກຮັກສາຊ້າງລາວ ເພາະຊ້າງເປັນມູນມໍລະດົກຂອງຊາດ ທັງເປັນມິ່ງຂວັນຄູ່ບ້ານຄູ່ເມືອງ; ດ້ານໜຶ່ງກໍເພື່ອສືບຕໍ່ຮັກສາວັດທະນະທຳ, ຮີດຄອງປະເພນີອັນດີງາມ ແລະ ….

          ວິຖີການດໍາລົງຊີວິດຂອງປະຊາຊົນລາວບັນດາເຜົ່າຂອງແຂວງໄຊຍະບູລີ ທີ່ຕິດພັນກັບຊ້າງມາແຕ່ອະດີດຕະການ ໃຫ້ຍືນຍົງຄົງຕົວຄຽງຄູ່ກັບປະຊາຊົນລາວເຮົາຕະຫຼອດໄປ; ນອກນີ້ ຍັງເປັນການສົ່ງເສີມກິດຈະກໍາອະນຸລັກຊ້າງ, ໃຫ້ຊ້າງທີ່ມາຈາກແຂວງອື່ນໄດ້ພົບກັນ ແລະ ມີໂອກາດໄດ້ສືບພັນ, ພ້ອມກັນນັ້ນ ກໍເປັນເວທີການສະແດງທັກສະຄວາມສາມາດໃນການຄວບຄຸມຊ້າງ ຕໍ່ສາທາລະນະຊົນ ແລະ ຍັງເປັນບ່ອນແລກປ່ຽນບົດຮຽນຄວນຊ້າງ ເພື່ອສືບທອດອາຊີບລ້ຽງຊ້າງໃຫ້ຄົງຢູ່ຄູ່ກັບປວງຊົນລາວຊາວແຂວງໄຊຍະບູລີ, ໃຫ້ນັກທ່ອງທ່ຽວໄດ້ສໍາຜັດ ແລະ ເຫັນການດໍາລົງຊີວິດຂອງຊ້າງ ທີ່ເຄີຍຢູ່ຄູ່ບ້ານຄູ່ເມືອງຕັ້ງແຕ່ອະດີດຈົນເຖິງປັດຈຸບັນ.

          ຫລັງຈາກນັ້ນ, ທ່ານ ບຸນທອງ ຈິດມະນີ ກໍໄດ້ໃຫ້ກຽດລັ່ນຄ້ອງ 9 ບາດ ແລະ ຕັດແຖບຜ້າເປີດງານມະຫະກຳບຸນຊ້າງຢ່າງເປັນທາງການ. ພາຍໃນງານໄດ້ຮັບຊົມການສະແດງສິລະປະ 4 ລາຍການຄື: ບົດຟ້ອນ 8 ເຜົ່າ, ຟ້ອນບຸນຄຸນຊ້າງ, ຟ້ອນຊົມເຊີຍງານມະຫະກຳບຸນຊ້າງ ແລະ ຟ້ອນກ້ອນໃຫຍ່ 1,800 ຄົນ, ກອງດຸລິຍາງ; ຂະບວນທຸງຊາດ; ຂະບວນທຸງທິວ; ຂະບວນປ້າຍງານມະຫະກໍາບຸນຊ້າງ ປະຈໍາປີ 2025; ຂະບວນປ້າຍໂລໂກ້ບຸນຊ້າງ; ຂະບວນປ້າຍໂລໂກ້ທ່ອງທ່ຽວຂະບວນພາຂວັນຊ້າງ, ເຖົ້າແກ່ແນວໂຮມ; ຂະບວນຕາງໜ້າ 8 ເຜົ່າ; ຂະບວນກ້ອນແຫ່ຂອງ 11 ເມືອງ; ມວຍລາຍລາວ, ຂະບວນຊ້າງ, ປະສານສຽງເປົ່າສະໄນ 50 ໂຕ; ຊ້າງຈັບປ້າຍຄໍາຂວັນຍິນດີຕ້ອນຮັບສູ່ງານມະຫະກໍາບຸນຊ້າງ ປະຈໍາປີ 2025 ຈຳນວນ 2 ໂຕ; ຂະບວນຊ້າງອອກເສິກ 10 ໂຕ; ຂະບວນຊ້າງທ່ອງທ່ຽວ 10 ໂຕ; ຂະບວນຊ້າງລຳລຽງ 10 ໂຕ; ຂະບວນຊ້າງແຫ່ 5 ໂຕ; ຂະບວນຊ້າງຄໍາຮູ້ 13 ໂຕ; ບາສີສູ່ຂວັນຊ້າງ. 

          ນອກຈາກນີ້, ຍັງມີການສະແດງກິດຈະກຳຂອງຊ້າງຄຳຮູ້ມີ 1 ລາຍການ: ຊ້າງຂໍ່ານັບແຂກ + ທ່າປະຕິບັດຂຶ້ນ – ລົງ; ຊ້າງຊັກທຸງຊາດ; ຊ້າງມອບຊໍ່ດອກໄມ້; ການສະແດງເຄື່ອງອຸປະກອນຂອງຊ້າງ, ການໃຊ້ພາສາຄໍາເວົ້າຂອງ ຄວານຊ້າງ ກັບຊ້າງ, ຊ້າງຢືນຍົກ 2 ຂາໜ້າ, ຊ້າງນັ່ງຍົກ 2 ຂາໜ້າ; ຊ້າງເຕັ້ນໃສ່ສຽງແຄນ, ກອງ ແລະ ແຊ່ງ; ຊ້າງຟ້ອນລໍາວົງ; ຊ້າງແກ່ວງບ້ວງ; ຊ້າງຊັດໝາກປຸ່ມເປົ້າ; ຊ້າງໂຍນບານບ້ວງ; ຊ້າງຟູນ້ໍາ; ຊ້າງໃຫຍ່ຍ່າງແຂ່ງກັນ, ຊ້າງນ້ອຍຍ່າງແຂ່ງກັນ; ຊ້າງໃສ່ໝວກໃຫ້ຄົນ; ຊ້າງກິ້ງຟຸຍ; ຊ້າງອຸ້ມຄົນ; ຊ້າງຈັບງວງກັນໃຫ້ຄົນຂີ່, ຊ້າງເຕະບານ, ຊ້າງແຕ້ມຮູບ, ການດູແລສຸຂະພາບຊ້າງ; ຊ້າງແກ່ວງລິບບິນ; ຫຼັງຈາກເປີດພິທີເປັນທາງການແລ້ວ ແຕ່ລະມື້ຈະມີການເປີດໃຫ້ແຂກໄດ້ມາຊົມການສະແດງຂອງຊ້າງຄຳຮູ້, ບໍລິການຂີ່ຊ້າງ, ທ່ຽວຊົມຕະຫຼາດນັດວາງສະແດງສິນຄ້າ ແລະ ຊົມການສະແດງສິລະປະວັນນະຄະດີອ້ອມຂ້າງແຂວງ ແລະ ເມືອງ, ການສະແດງຄອນເສີດ, ເຂົ້າຊົມແຫຼງທ່ອງທ່ຽວສູນອະນຸລັກຊ້າງພູແຄນ ແລະ ທ່ອງທ່ຽວພາຍໃນເທດສະບານແຂວງ ຕາມສະຖານທ່ອງທ່ຽວຕ່າງໆ. 

          ໃນໂອກາດເຂົ້າຮ່ວມງານມະຫາກຳບຸນຊ້າງປີ2025 ນີ້, ທ່ານ ລັດຖະມົນຕີ ຍັງໄດ້ນຳເອົາເງິນສົດຈໍານວນ 50,000,000 ກີບ ນໍາມາມອບໃຫ້ອໍານາດການປົກຄອງແຂວງ ເພື່ອນໍາໃຊ້ເຂົ້າໃນການຈັດງານມະຫາກໍາບຸນຊ້າງ ຄັ້ງທີ 18 ປະຈຳປີ 2025 ໂດຍໃຫ້ກຽດກ່າວຮັບຂອງ ທ່ານ ພົງສະຫວັນ ສິດທະວົງ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໄຊຍະບູລີ.

ພາບ: ວຽງສະຫວັນ ປຣະດິດ
ຂ່າວ: ຄຳແສງ ແກ້ວປະເສີດ
Website:www.mem.gov.la
ສາຍດ່ວນ: 1506