ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຈັດພິທີປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ

          ເພື່ອຫວນຄືນມູນເຊື້ອການສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ໃນປີ 2025 ນີ້ໃຫ້ມີພະນັກງານສະມາຊິກພັກ, ພະນັກງານຫຼັກແຫຼ່ງອ້ອມຂ້າງອົງຄະນະພັກກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ເຊື່ອມຊຶມ ແລະ ເຂົ້າໃຈຢ່າງເລິກເຊິ່ງ. ຄະນະພັກກະຊວງ ຮ່ວມກັບ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທິ ປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ (22/3/1955-22/3/2025) ຂຶ້ນໃນວັນທີ 6 ກຸມພາ 2025 ນີ້ ທີ່ຫ້ອງປະຊຸມໃຫຍ່ ລັດວິສາຫະກິດໄຟຟ້າລາວ, ໂດຍການເຂົ້າຮ່ວມ ແລະ ປາຖະກະຖາຂອງ ສະຫາຍ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ, ມີ ສະຫາຍ ປອ ຈັນສະແຫວງ ບຸນຍົງ ຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່; ມີບັນດາ ສະຫາຍ ຄະນະປະຈຳພັກກະຊວງ, ກຳມະການຄະນະພັກກະຊວງ, ຄະນະໜ່ວຍພັກ, ຄະນະພັກຮາກຖານ ພ້ອມດ້ວຍສະມາຊິກພັກອ້ອມຂ້າງກະຊວງ 400 ກວ່າສະຫາຍ ເຂົ້າຮ່ວມ.

          ໃນພິທີທີ່ມີຄວາມໝາຍຄວາມສຳຄັນ, ສະຫາຍ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ຍົກໃຫ້ເຫັນ 3 ຈຸດສຳຄັນປະຫວັດສາດຂອງພັກເຮົາ ເປັນຕົ້ນແມ່ນ: ຂະບວນວິວັດແຫ່ງການກຳເນີດຂອງພັກປະຊາຊົນ ປະຕິວັດລາວ; 70 ປີ ແຫ່ງການຊີ້ນຳ-ນຳພາຂອງພັກປະຊາຊົນປະຕິວັດລາວ ແລະ ເສີມຂະຫຍາຍມູນເຊື້ອຂອງພັກປະຊາຊົນປະຕິວັດລາວ.

          ສະຫາຍ ຫົວໜ້າຄະນະໂຄສະນາ ອົບຮົມສູນກາງພັກ ໄດ້ກ່າວບາງຕອນວ່າ: ຕະຫຼອດໄລຍະເວລາ 70 ປີ ແຫ່ງການນໍາພາຂອງພັກ, ບໍ່ວ່າຈະເປັນໄລຍະຕໍ່ສູ້ກູ້ຊາດ, ນັບແຕ່ມື້ສ້າງຕັ້ງພັກໃນວັນທີ 22 ມີນາ 1955 ເປັນຕົ້ນມາ ພັກເຮົາໄດ້ມີການຊີ້ນໍາ-ນໍາພາ ເດັດດ່ຽວ, ມີວິທະຍາສາດ ແລະ ມີຄວາມສະຫຼາດສ່ອງໃສ, ອັນໄດ້ນໍາພາປວງຊົນລາວບັນດາເຜົ່າຜູ້ຮັກຊາດ ຕໍ່ສູ້ກັບອິດທິກຳລັງປໍລະປັກທີ່ໂຫດຮ້າຍປ່າເຖື່ອນ ມີກຳລັງບໍ່ວ່າຈະເປັນຈຳນວນພົນ, ອາວຸດ ແລະ ເຕັກນິກທີ່ທັນສະໄໝເໜືອກວ່າເປັນຫຼາຍເທົ່າ, ແຕ່ດ້ວຍຄວາມສະຫຼາດສ່ອງໃສ ແລະ ຄວາມມີໄຫວພິບປະຕິພານຂອງພັກ ບວກກັບນໍ້າໃຈຮັກຊາດອັນດູດດື່ມ ບໍ່ຍອມຈໍານົນຕໍ່ສັດຕູຜູ້ຮຸກຮານຂອງຄົນລາວ ແລະ ການຊ່ວຍເຫຼືອຂອງເພື່ອນມິດສາກົນທີ່ກ້າວໜ້າ, ພັກປະຊາຊົນລາວ ໃນເມື່ອກ່ອນກໍຄືພັກປະຊາຊົນ ປະຕິວັດລາວ ໃຈປັດຈຸບັນ ຈຶ່ງສາມາດນໍາພາປວງຊົນລາວ ປົດປ່ອຍຊາດ ແລະ ປະກາດເອກະລາດ ແລະ ອະທິປະໄຕ ຂອງຕົນຂຶ້ນໃນວັນທີ 2 ທັນວາ 1975, ພາຍຫຼັງປົດປ່ອຍຊາດ ພັກເຮົາກໍໄດ້ນໍາພາປວງຊົນລາວ ດໍາເນີນການປົວແປງ ຮຳບາດແຜສົງຄາມ ແລະ ປະຕິບັດໜ້າທີ່ສອງຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ໝັ້ນຄົງ ແລະ ສີວິໄລ, ຕະຫຼອດ70 ປີ ແຫ່ງການສ້າງຕັ້ງພັກປະຊາຊົນ ປະຕິວັດລາວ…

ແລະ 50 ປີ ແຫ່ງ ການສະຖາປະນາ ສປປ ລາວ ພັກເຮົາໄດ້ມີຜົນງານອັນຍິ່ງໃຫຍ່ ແລະ ມະຫາສານ ເປັນຕົ້ນແມ່ນ ດ້ານການເມືອງ ສາມາດປົກປັກຮັກສາເອກະລາດ ແລະ ຜືນແຜ່ນດິນອັນຄົບຖ້ວນໄວ້ຢ່າງໝັ້ນຄົງ; ພັກໄດ້ນໍາພາການພັດທະນາເສດຖະກິດ ແລະ ສັງຄົມ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ໝັ້ນທ່ຽງ, ດ້ານວັດທະນະທໍາ ໄດ້ມີການປົກປັກຮັກສາ ແລະ ເສີມຂະຫຍາຍ, ສປປ ລາວ ໄດ້ມີບົດບາດ ແລະ ໃບໜ້າໃໝ່ ໃນເວທີສາກົນ ປະກອບສ່ວນໃຫ້ແກ່ການພັດທະນາ ຢູ່ພາກພື້ນ ແລະ ໃນໂລກ.

          ຫຼັງຈາກນັ້ນ, ສະຫາຍ ຄຳຜັນ ເຜີຍຍະວົງ ຫຍັງໄດ້ເຜີຍແຜ່ເອກະສານຜົນສຳເລັດກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະກໍາມະການສູນກາງພັກ ກອມມູນນິດຈີນ ສະໄໝທີ XX ຕື່ມອີກ. ການປາຖະກະຖາວັນສຳຄັນດັ່ງກ່າວ ແມ່ນເພື່ອທົບທວນຄືນມູນເຊື້ອ ແລະ ໄຊຊະນະອັນຍິ່ງໃຫຍ່ຂອງການປະຕິວັດໂດຍພາຍໃຕ້ການນຳພາ-ຊີ້ນຳ ຂອງພັກປະຊາຊົນ ປະຕິວັດລາວ ຕະຫຼອດໄລຍະ 70 ປີຜ່ານມາ, ເພື່ອເປັນການໂຄສະນາສຶກສາອົບຮົມໃຫ້ພະນັກງານ, ສະມາຊິກພັກ ພາຍໃນກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຮັບຮູ້, ເຂົ້າໃຈກ່ຽວກັບ ປະຫວັດສາດ ແລະ ມູນເຊື້ອການນຳພາຂອງພັກເຮົາ; ຮຽນຮູ້ບົດຮຽນ, ແບບແຜນການນຳຂອງພັກກອມມູນນິດຈີນ ໃນໄລຍະໃໝ່ ທີ່ເປັນແກ່ນນຳນຳພາ ການພັດທະນາປະເທດຊາດ ແລະ ນຳເອົາຄວາມຮັ່ງມີຜາສຸກມາສູ່ປະຊາຊົນຈີນຢ່າງບິ່ງໃຫຍ່.

ພາບ: ສົມສະນຸກ ທອງສະຫງວນ
ຂ່າວ: ຄຳແສງ ແກ້ວປະເສີດ
ສາຍດ່ວນ: 1506