
ລະຫວ່າງວັນທີ 25-26 ກັນຍາ 2023 ຜ່ານມານີ້, ທ່ານ ປອ. ສີນາວາ ສຸພານຸວົງ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມງານ Tokyo GX Week 2023 ເຊິ່ງໄດ້ຈັດຂຶ້ນທີ່ນະຄອນໂຕກຽວ ປະເທດຍີ່ປຸ່ນ ໂດຍການເປັນເຈົ້າພາບຂອງກະຊວງເສດຖະກິດ, ການຄ້າ ແລະ ອຸດສາຫະກຳ ແຫ່ງປະເທດຍີ່ປຸ່ນ (METI). ພາຍໃນງານ Tokyo GX Week ໄດ້ປະກອບມີ ຫຼາຍກວ່າ 30 ປະເທດ ແລະ ອົງການຈັດຕັ້ງສາກົນຈາກທົ່ວໂລກເຂົ້າຮ່ວມປະຊຸມເພື່ອປຶກສາຫາລືກ່ຽວກັບການຫັນປ່ຽນພະລັງງານຈາກການເພິ່ງພາເຊື້ອໄຟຊີວະພາບເຊັ່ນ: ຖ່ານຫີນ, ນ້ຳມັນດິບ ແລະ ກ໊າດທຳມະຊາດ ໄປສູ່ການນຳໃຊ້ພະລັງງານສະອາດເປັນຫຼັກ ເພື່ອຫຼຸດຜ່ອນການປ່ອຍທາດອາຍເຮືອນແກ້ວ ພ້ອມທັງຍັງເປັນການເຕີບໂຕ ແລະ ພັດທະນາເສດຖະກິດສີຂຽວ.

ໃນວາລະ Tokyo GX Plenary Session ບັນດາປະເທດໄດ້ລາຍງານສະພາບສະຖານະການພະລັງງານຂອງຕົນ ແລະ ບັນດາປັດໄຈອື່ນໆທີ່ມຸ່ງເນັ້ນໄປສູ່ເປົ້າໝາຍດຽວກັນກໍຄືການບັນລຸເປົ້າໝາຍ Net Zero ຜ່ານຮູບແບບຕ່າງໆ. ໃນໂອກາດເຂົ້າຮ່ວມກອງປະຊຸມດັ່ງກ່າວ ທ່ານ ຮອງລັດຖະມົນຕີ ໄດ້ລາຍງານຕໍ່ກອງປະຊຸມກ່ຽວກັບການພັດທະນາພະລັງງານຢູ່ ສປປ ລາວ ເປັນຕົ້ນແມ່ນການພັດທະນາພະລັງງານສີຂຽວ ໂດຍໄດ້ກ່າວວ່າ ສປປ ລາວ ເປັນໜຶ່ງໃນຜູ້ນຳດ້ານການສົ່ງອອກພະລັງງານສີຂຽວໃນພາກພື້ນ ແລະ ການຈັດຕັ້ງປະຕິບັດຍຸດທະສາດ 5A: Affordable, Accessible, Abundant, Advanced ແລະ Alternative Energies. ນອກນັ້ນ, ຍັງໄດ້ລາຍງານກ່ຽວກັບການສົ່ງເສີມການພັດທະນາພະລັງງານທົດແທນ ແລະ ການນຳໃຊ້ລົດໄຟຟ້າຢູ່ ສປປ ລາວ ເພື່ອຫຼຸດຜ່ອນການປ່ອຍທາດອາຍເຮືອນແກ້ວ.

ຫຼັງຈາກນັ້ນ, ໃນວາລະ Hydrogen Energy Ministerial Meeting (HEM) ທ່ານ ປອ. ສີນາວາ ສຸພານຸວົງ ຮອງລັດຖະມົນຕີ ກະຊວງ ພບ ຍັງໄດ້ກ່າວຕື່ມກ່ຽວກັບທ່າແຮງຂອງ ສປປ ລາວ ໃນການຜະລິດ ແລະ ຄ້າຂາຍ Hydrogen ແລະ Ammonia ສີຂຽວ ໃນພາກພື້ນ ເປັນຕົ້ນແມ່ນການມີແຫຼ່ງຜະລິດພະລັງງານສະອາດຈຳນວນຫຼວງຫຼາຍ ເຊິ່ງເປັນທ່າແຮງທີ່ສຳຄັນໃນການຜະລິດ Green Hydrogen ແລະ Ammonia ຂອງ ສປປ ລາວ.

ນອກຈາກນັ້ນ, ທ່ານ ຮອງລັດຖະມົນຕີ ຍັງມີໂອກາດໄດ້ພົບປະສອງຝ່າຍກັບ ທ່ານ IWATA Kazuchika ຮອງລັດຖະມົນຕີ ກະຊວງເສດຖະກິດ, ການຄ້າ ແລະ ອຸດສາຫະກຳ (METI) ແຫ່ງ ປະເທດຍີ່ປຸ່ນ ເຊິ່ງທັງສອງຝ່າຍໄດ້ປຶກສາຫາລືກ່ຽວກັບວຽກງານການຮ່ວມມືສອງຝ່າຍລະຫວ່າງສອງກະຊວງ ໂດຍສະເພາະວຽກງານ Asia Zero Emissions Community (AZEC) ແລະ ຄວາມຄືບໜ້າກ່ຽວກັບຮ່າງສັນຍາການຮ່ວມມື MOC ລະຫວາງ ກະຊວງ ພບ ແລະ ກະຊວງ METI.
ພາບ ແລະ ຂ່າວ: ກົມແຜນການ ແລະ ການຮ່ວມມື
ຮຽບຮຽງ: ຄຳແສງ ແກ້ວປະເສີດ