
ເພື່ອຕີລາຄາທົບທວນຄືນການນໍາພາ-ຊີ້ນໍາ ໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ, ມະຕິກອງປະຊຸມໃຫຍ່ ຄັ້ງທີ III ຂອງອົງຄະນະພັກກະຊວງພະລັງງານ ແລະ ບໍ່ແຮ່, ກໍ່ຄືການສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງຂະແໜງການພະລັງງານ ແລະ ບໍ່ແຮ່ 5 ປີຄັ້ງທີ IX 2021-2025 ໄລຍະກາງສະໄໝ ໂດຍສະເພາະແມ່ນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ເພື່ອພ້ອມກັນຖອດຖອນບົດຮຽນ ແລະ ກໍານົດມາດຕະການແກ້ໄຂໃນໄລຍະທ້າຍສະໄໝ 2023-2025 ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້. ອົງຄະນະພັກກະຊວງພະລັງງານ ແລະ ບໍ່ແຮ່ ຈຶ່ງໄດ້ຈັດກອງປະຊຸມຄົບກາງສະໄໝຄະນະບໍລິຫານງານພັກກະຊວງພະລັງງານ ແລະ ບໍ່ແຮ່ ສະໄໝທີ III ຂຶ້ນຢ່າງເປັນທາງການລະຫວ່າງວັນທີ 25-27 ກໍລະກົດ 2023 ນີ້ ໂດຍການເປັນປະທານຂອງ ສະຫາຍ ໂພໄຊ ໄຊຍະສອນ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່. ເປັນກຽດເຂົ້າຮ່ວມຊີ້ນໍາ ແລະ ໂອ້ລົມຕໍ່ກອງປະຊຸມຂອງ ສະຫາຍ ຄໍາພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ. ນອກຈາກນີ້, ຍັງມີຕາງໜ້າຈາກຫ້ອງວ່າການສູນກາງພັກ, ຄະນະຈັດຕັ້ງສູນກາງພັກ, ຄະນະກວດກາສູນກາງພັກ, ບັນດາ ສະຫາຍ ຄະນະປະຈຳພັກກະຊວງ, ຄະນະບໍລິຫານງານພັກກະຊວງ, ຄະນະໜ່ວຍພັກ, ຄະນະພັກຮາກຖານ, ອົງການຈັດຕັ້ງມະຫາຊົນ ແລະ ພະນັກງານການນຳຂັ້ນກົມ ທີ່ຂຶ້ນກັບອົງຄະນະພັກກະຊວງ ເຂົ້າຮ່ວມຢ່າງພ້ອມພຽງ.

ສະຫາຍ ໂພໄຊ ໄຊຍະສອນ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ກ່າວເປີດກອງປະຊຸມວ່າ: ຕະຫຼອດໄລຍະຫລາຍເດືອນທີີ່ຜ່ານມາ, ຄະນະພັກແຕ່ລະຂັ້ນ ໄດ້ຈັດຕັ້ງ, ນໍາພາຖັນແຖວພະນັກງານ, ສະມາຊິກພັກພາຍໃນກະຊວງພະລັງງານ ແລະ ບໍ່ແຮ່ ດໍາເນີນການກະກຽມທາງດ້ານເນືື້ອໃນ, ວຽກງານຕິດພັນ ກັບການຈັດຕັ້ງຂະບວນການດ້ານຕ່າງໆຢ່າງຕໍ່ເນືີ່ອງ, ມີບັນຍາກາດຟົດຟື້ນ ເພືີ່ອຂໍ່ານັບຮັບຕ້ອນກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກກະຊວງພວກເຮົາ ເຊິ່ງພວກເຮົາກໍສາມາດຍາດໄດ້ຜົນສໍາເລັດທີີ່ສໍາຄັນຫຼາຍປະການ ເປັນຕົ້ນແມ່ນການເພີີ້ມທະວີການນໍາພາວຽກງານການເມືອງ-ແນວຄິດ, ການເພີ້ມທະວີການນໍາການປະຕິບັດໜ້າ ທີີ່ການເມືອງ, ໜ້າທີີ່ວິຊາສະເພາະ, ການປັບປຸງການປະຕິບັດບັນດາແຜນງານ, ໂຄງການຕ່າງໆໃນຂົງເຂດພະລັງງານ ແລະ ບໍ່ແຮ່ ໃຫ້ສອດຄ່ອງ, ມີຄຸນນະພາບ, ການປັບປຸງການຈັດຕັ້ງ, ແບບແຜນນໍາພາ ແລະ ວິທີເຮັດວຽກໃຫ້ມີຄຸນນະພາບ. ກອງປະຊຸມກາງສະໄໝຂອງອົງຄະນະພັກກະຊວງຂອງພວກເຮົາໃນເທືີ່ອນີ້, ພວກເຮົາຈະໄດ້ຄົ້ນຄວ້າ, ປືກສາຫາລື ແລະ ຕົກລົງບັນດາເນືື້ອໃນ ແລະ ວຽກງານຈໍານວນໜຶ່ງດັ່ງນີ້:


ສະຫາຍ ໂພໄຊ ໄຊຍະສອນ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ລາຍງານການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ III ບາງຕອນ ສະຫາຍ ໄດ້ກ່າວວ່າ: ພາຍຫຼັງສໍາເລັດ ກອງປະຊຸມໃຫຍ່ ຄັ້ງທີ III ຂອງອົງຄະນະພັກກະຊວງພະລັງງານ ແລະ ບໍ່ແຮ່, ຄະນະພັກໄດ້ເອົາໃຈໃສ່ຈັດຕັ້ງການເຊື່ອມຊຶມບັນດາມະຕິ, ຄໍາສັ່ງ ແລະ ກົດລະບຽບ ຂອງພັກ ເພື່ອໃຫ້ ມີຄວາມເຂົ້າໃຈຢ່າງເລິກ ແລະ ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ພາຍໃຕ້ຄໍາຂວັນ “ຍົກສູງຄວາມສາມາດນໍາພາຂອງພັກ, ເພີ່ມທະວິຄວາມສາມັກຄີປຶກແຜນຂອງຄົນໃນຊາດ, ຮັບປະກັນສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ຜັນຂະຫຍາຍແນວທາງປ່ຽນແປງໃໝ່ສູ່ລວງເລີກ, ສ້າງການຫັນປ່ຽນການພັດທະນາເສດຖະກິດ-ສັງຄົມ ໄປສູ່ຄຸນນະພາບ ຢ່າງແຂງແຮງ, ຍົກລະດັບຄຸນນະພາບຊິວິດປະຊາຊົນໃຫ້ສູງຂື້ນ, ສຶບຕໍ່ນໍາປະເທດຊາດພົ້ນຈາກສະຖານະພາບດ້ອຍພັດທະນາ ແລະ ກ້າວເດີນສູ່ຈຸດໝາຍສັງຄົມນິຍົມ”

ໂດຍອິງ 5 ທິດທາງ ແລະ 6 ຄາດໝາຍສູ້ຊົນໃນມະຕິກອງປະຊຸມໃຫຍ່ຄັ້ງທີ III ຂອງອົງຄະນະພັກກະຊວງ ສາມາດຈັດຕັ້ງປະຕິບັດຜົນສໍາເລັດເປັນຕົ້ນ ແມ່ນ: ຍຶດໝັ້ນແນວທາງປ່ຽນແປງໃໝ່ຂອງພັກ, ເພີ່ມທະວິຄວາມຮັບຜິດຊອບໃນຄວາມ ນໍາພາ-ຊີ້ນໍາ ວຽກງານໃນຂະແໜງພະລັງງານ ແລະ ບໍ່ແຮ່ ບົນພື້ນຖານເສີມຂະຫຍາຍດ້ານດີ ແລະ ດ້ານອ່ອນ, ຖືເອົາການຍົກສູງຄຸນນະພາບໃນທຸກດ້ານຂອງສະມາຊິກພັກ ເປັນໜ້າທີ່ໃຈກາງໃນການເຄື່ອນໄຫວນໍພາຂອງທົ່ວອົງຄະນະພັກກະຊວງ, ເຮັດໃຫ້ສະມາຊິກພັກແຕ່ລະສະຫາຍເປັນຫຼັກແຫຼ່ງ ແລະ ເປັນແບບຢ່າງທາງດ້ານແນວຄິດ ແລະ ການກະທຳທີ່ມີລັກສະນະຮອບດ້ານ; ໄດ້ສຳເລັດການຈັດຊຸດຝືກອົບຮົມທິດສະດີການເມືອງ-ການປົກຄອງ 45 ວັນ 1 ຊຸດ ແລະ ໄດ້ນໍາສົ່ງສະມາຊິກພັກ ໄປບໍາລຸງທິດສະດີການເມືອງ ຢູ່ສະຖາບັນການເມືອງ-ການປົກຄອງແຫ່ງຊາດໄລຍະ 5 ເດືອນ 5 ສະຫາຍ, ຍິງ 2 ສະຫາຍ, ໄລຍະ 9 ເດືອນ 5 ສະຫາຍ, ຍິງ 1 ສະຫາຍ; ໄປ ສປ ຈີນ 1 ສະຫາຍ ແລະ ໄປບໍາລຸງຫົວຂໍ້ພິເສດສໍາລັບການນໍາກະຊວງໄລຍະ 10 ວັນ 1 ສະຫາຍ.

ນອກຈາກນີ້, ພວກເຮົາຍັງໄດ້ຈັດຕັ້ງການປາຖະກະຖາເຊື່ອມຊຶມມູນເຊື້ອໃນວັນສໍາຄັນຕ່າງໆຂອງພັກ ແລະ ຂອງຊາດໄດ້ 9 ຄັ້ງ ມີຜູ້ເຂົ້າຮ່ວມ 2.700 ເທື່ອຄົນ. ຮອດປັດຈຸບັນ ອົງຄະນະພັກກະຊວງ ພະລັງງານ ແລະ ບໍ່ແຮ່ ປະກອບມີ 54 ໜ່ວຍພັກ: ມີ 3 ຄະນະພັກຮາກຖານ, 14 ໜ່ວຍພັກເອກະລາດ ແລະ 40 ໜ່ວຍພັກທີ່ຂື້ນກັບຄະນະພັກຮາກຖານ; ມີສະມາຊິກພັກທັງໝົດ 1.048 ສະຫາຍ, ຍິງ 286 ສະຫາຍ; ສະມາຊິກພັກສົມບູນ 957 ສະຫາຍ, ຍິງ 261 ສະຫາຍ; ສະມາຊິກພັກສຳຮອງ: 91 ສະຫາຍ, ຍິງ 27 ສະຫາຍ. ສາມາດຂະຫຍາຍສະມາຊິກພັກສົມບູນໄດ້ ຈໍານວນ 110 ສະຫາຍ(ທຽບໃສ່ແຜນການ 5 ປີ ໃນໄລຍະກາງສະໄໝ ລື່ນແຜນ 10%) , ຍິງ 36 ສະຫາຍ; ເຂົ້າພັກສໍາຮອງ ຈໍານວນ 101 ສະຫາຍ, ຍິງ 43 ສະຫາຍ; ຮຽນກົດລະບຽບ ຈໍານວນ 123 ສະຫາຍ, ຍິງ 36 ສະຫາຍ; ຮຽນສະໜັບສະໜູນ ຈໍານວນ 107 ສະຫາຍ, ຍິງ 38 ສະຫາຍ; ຍົກຍ້າຍມາ ຈໍານວນ 41 ສະຫາຍ, ຍິງ 3 ສະຫາຍ; ຍົກຍ້າຍອອກ ຈໍານວນ 168 ສະຫາຍ, ຍິງ 48 ສະຫາຍ ແລະ ເສຍຊີວິດ 4 ສະຫາຍ. ພ້ອມກັນນີ້, ພວກເຮົາສໍາເລັດການຕິດຕາມ, ກວດກາ ແລະ ຊຸກຍູ້ ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນໄລຍະ 2 ປີ ລວມທັງໝົດ 100 ໜ່ວຍພັກຄື: ປີ 2021 ມີ 48 ໜ່ວຍພັກ , ປີ 2022 ມີ 52 ໜ່ວຍພັກ. ໃນປີ 2022 ບັນດາຮາກຖານພັກ ທີ່ຂື້ນກັບອົງຄະນະພັກກະຊວງ ທີ່ຜ່ານການກວດກາ ຂອງກົມກວດກາແລ້ວ ຕາມທີ່ໄດ້ຖືກຮັບຮອງຂອງການຕີລາຄາແບ່ງປະເພດການຈັດຕັ້ງ ແລະ ສະມາຊິກພັກ ຊຶ່ງເຫັນວ່າ ມີ ໜ່ວຍພັກທີ່ໄດ້ຮັບນາມມະຍົດເປັນໜ່ວຍພັກປອດໃສ, ໜັກແໜ້ນ , ເຂັ້ມແຂງມີ 47 ໜ່ວຍ, ກວມເອົາ 90% ຂອງຈໍານວນ ໜ່ວຍພັກທັງໝົດ, ຍັງອີກ 5 ໜ່ວຍພັກຍັງບໍໄດ້ຮັບຮອງ ເນື່ອງຈາກວ່າບໍ່ຜ່ານການປະເມີນຕາມເງື່ອນໄຂມາດຖານ ແລະ ມີສະມາຊິກພັກປະເພດແຂງ 832 ສະຫາຍ, ເພດຍິງ 233 ສະຫາຍ, ບໍ່ມີສະມາຊິກພັກປະເພດອ່ອນ ແລະ ເສຍທາດ.

ສະຫາຍ ທອງພັດ ອິນທະວົງ ຮອງເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີ ໄດ້ລາຍງານການຈັດຕັ້ງປະຕິບັດແຜນພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ 5 ປີຄັ້ງທີ IX 2021-2025 ໄລຍະກາງສະໄໝວ່າ: ເພື່ອເປັນການຜັນຂະຫຍາຍມະຕິ XI ຂອງສູນກາງພັກເຂົ້າສູ່ລວງເລິກກໍ່ຄືການຈັດຕັັ້ງປະຕິບັດ ແຜນການ 5 ປີຄັັ້ງທີIX (2021-2025) ຂອງລັດຖະບານ ກໍ່ຄື: ແຜນການ 5 ປີຄັັ້ງທີIX ຂອງຂະແໜງການ ກ້າວເຂົ້າສູ່ເປັນປີທີ3 , ຂະແໜງການພະລັງງານ ແລະ ບໍ່ແຮ່ ແມ່ນຂະແໜງການເສດຖະກິດໜື່ງທີ່ ສໍາຄັນ, ເຊິ່ງໄດ້ປະກອບສ່ວນເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ. ໂດຍໄດ້ຕັ້ງໜ້າປະຕິບັດ ໜ້າທີ່ຕາມພາລະບົດບາດ ແລະ ຄວາມຮັບຜິດຊອບສູງ ໃນໄລຍະກາງສະໄໝ ສາມາດຍາດໄດ້ຜົນສ າເລັດທີ່ພົ້ນ ເດັ່ນຫຼາຍດ້ານ ດັ່ງນີ້: ການຂະຫຍາຍຕົວຂອງຂະແໜງພະລັງງານ ແລະ ບໍ່ແຮ່ ໃນໄລຍະກາງສະໄໜຂອງແຜນການ 5 ປີ ຄັ້ງທີ IX (2021- 6 ເດືອນຕົ້ນປີ2023) ມີອັດຕາສະເລ່ຍເພີ້ມຂຶ້ນ 18,50% , ລວມຍອດມູນຄ່າຜະລິດຕະພັນ ຂະແໜງພະລັງງານ ແລະ ບໍ່ແຮ່ ສາມາດປະຕິບັດໄດ້154.888 ຕື້ກີບ ທຽບໃສ່ໄລຍະດຽວຂອງ ປີຜ່ານມາ (59.199 ຕື້ກີບ) ເພີ້ມຂຶ້ນ 161,64% , ທຽບໃສ່ແຜນການ 5 ປີຄັັ້ງທີ IX (196.991 ຕື້ກີບ) ປະຕິບັດໄດ້ 78,62%. ໃນນີ້, ຂະແໜງພະລັງງານ ປະຕິບັດໄດ້ 93.848 ຕຶື້ກີບ ທຽບໃສ່ໃນໄລຍະກາງສະໄໝຂອງແຜນການ 5 ປີຄັັ້ງທີVIII ມີມູນຄ່າ (32.766 ຕື້ກີບ) ເພີ້ມຂື້ນ 186,42%, ທຽບໃສ່ ແຜນການ 5 ປີຄັັ້ງທີIX (276.096 ລ້ານ kWh) ປະຕິບັດໄດ້ 43,56%, ມູນຄ່າ (140.879 ຕື້ກີບ) ປະຕິບັດໄດ້ 66,62% ແລະ ຂະແໜງບໍ່ແຮ່ ປະຕິບັດໄດ້ 61.039 ຕື້ກີບ ທຽບໃສ່ໃນໄລຍະກາງສະໄໝ ຂອງແຜນການ 5 ປີຄັ້ງທີVIII (26.432 ຕື້ກີບ) ເພີ້ມຂື້ນ 130,92%, ທຽບໃສ່ແຜນການ 5 ປີຄັັ້ງທີIX (56.111 ຕື້ກີບ) ປະຕິບັດໄດ້ລື່ນແຜນການ 8,78% ໄດ້ປະກອບສ່ວນຢູ່ໃນ GDP ສະເລ່ຍ 15% ຕໍ່ປີ .



















