ໃນວັນທີ 31 ພຶດສະພາ 2023 ທ່ານ ຄະທາຍຸດ ຊູພູນ ຜູ້ອໍານວຍການໃຫຍ່ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ພ້ອມດ້ວຍຄະນະຜູ້ບໍລິຫານ ແລະ ພະນັກງານບໍລິສັດ ໃຫ້ການຕ້ອນຮັບ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ແຫ່ງ ສປປ ລາວ. ພ້ອມດ້ວຍຄະນະຜູ້ຕິດຕາມ ໃນການເຂົ້າຢ້ຽມຊົມ ໂຄງການໂຮງໄຟຟ້າພະລັງງານຄວາມຮ້ອນຫົງສາ ເພື່ອຮັບຊາບເຖິງຄວາມກ້າວໜ້າການດໍາເນີນງານຂອງໂຄງການໃນປັດຈຸບັນ.
ໂດຍທາງຄະນະໄດ້ເຂົ້າຢ້ຽມຊົມຫ້ອງບັນຍາຍ, ຫ້ອງນິເທດສະການ ແລະ ຈຸດຊົມວິວ ທີ່ ອາຄານຫົງຄໍາໄຊຍາຄານ ຈາກນັ້ນ, ໄດ້ລົງພື້ນທີ່ເຂົ້າຢ້ຽມຊົມພາຍໃນບໍລິເວນໂຮງໄຟຟ້າ, ບໍ່ແຮ່, ສະຫະກອນສົ່ງເສີມກະສິກໍາ ເມືອງຫົງສາ ທີ່ ບ້ານນາແກ່ນຄໍາ ເມືອງຫົງສາ ແຂວງ ໄຊຍະບູລີ ໂດຍມີຄະນະຜູ້ຊ່ຽວຊານຂອງຝ່າຍປະຕິບັດການໂຮງໄຟຟ້າ, ຝ່າຍປະຕິບັດການບໍ່ແຮ່ ແລະ ຝ່າຍສື່ສານອົງກອນ ເຂົ້າຮ່ວມຕິດຕາມ ແລະ ໃຫ້ຂໍ້ມູນກັບທາງຄະນະຢ່າງໃກ້ຊິດ.