ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ເຄື່ອນໄຫວ ຢູ່ແຂວງ ຫຼວງພະບາງ

           ໃນຕອນເຊົ້າຂອງວັນທີ 11 ຕຸລາ 2023 ນີ້ ທ່ານ ໂພໄຊ ໄຊຍະສອນ ກຳມະການສູນກາງພັກ , ລັດຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະ ລົງຢ້ຽມຍາມບໍລິສັດ ແອວຊີ ຂົນສົ່ງສີນຄ້າຈໍາກັດຜູ້ດຽວ ສໍານັກງານຕັ້ງຢູ່: ບ້ານວັງເງີນ, ນະຄອນຫຼວງພະບາງ ແຂວງຫຼວງພະບາງເປັນ ໂດຍການຮັບຕອນ ຂອງ ທ່ານ ສົມໃຈ ວັນນະສີ ຫົວໜ້າ ພະແນກ ພະລັງງານ ແລະ ບໍ່ແຮ ແຂວງ ຫຼວງພະບາງ ແລະ ທ່ານ ຫຼີຢວນຊີ້ງ ປະທານສະພາບໍລິຫານ ບໍລິສັດ ແອວຊີ ຂົນສົ່ງສີນຄ້າຈໍາກັດຜູ້ດຽວ

           ໃນໂອກາດດັ່ງກ່າວ ທ່ານ ຫຼີຢວນຊີ້ງ ປະທານສະພາບໍລິຫານ ບໍລິສັດ ແອວຊີ ຂົນສົ່ງສີນຄ້າຈໍາກັດຜູ້ດຽວ ໄດ້ຂື້ນລາຍງານສະພາບການຈັດຕັ້ງຂອງບໍລິສັດໂດຍ ຫຍໍ້, ບໍລິສັດ ແອວຊີ ຂົນສົ່ງສີນຄ້າຈໍາກັດຜູ້ດຽວ ຫລື LC ເປັນ ສູນຂົນສົ່ງ ແລະ ສາງຂົນສົ່ງສິນຄ້າສາກົນ ໄດ້ສ້າງຕັ້ງຂຶ້ນໃນວັນທີ 18 ກຸມພາ 2022. ສູນດັ່ງກ່າວຕັ້ງຢູ່ທາງທິດໃຕ້ຂອງສະຖານີລົດໄຟຫຼວງພະບາງ, ຫ່າງຈາກສະຖານີລົດໄຟ 4.3 ກິໂລແມັດ. ໂດຍແມ່ນທາງລົດໄຟລາວຈີນ ເປັນຂົ້ວຕໍ່ຂອງການຂົນສົ່ງທ່າບົກ.

          ການກໍ່ສ້າງສູນດັ່ງກ່າວແມ່ນຍຶດໝັ້ນໃນຂໍ້ລິເລີ່ມ “ໜຶ່ງແລວທາງ ໜຶ່ງເສັ້ນທາງ”ແລະ ການລິເລີ້ມປະເທດລາວ ເປັນປະເທດເຊື່ອມຈອດ,ເພື່ອປະຕິບັດໜ້າທີ່ຂອງການນຳຂັ້ນສູງຂອງສອງປະເທດ . ກ່ຽວກັບການຮັກສາ ແລະ ດຳເນີນງານທາງລົດໄຟຈີນ-ລາວ ແລະ ການພັດທະນາ ແລະ ການກໍ່ສ້າງທາງລົດໄຟລາວ-ຈີນ, ໂດຍອີງຕາມຄຳແນະນຳ, ພວກເຮົາຈະສືບຕໍ່ປັບປຸງການຂົນສົ່ງທາງລົດໄຟຢ່າງຮອບດ້ານ, ສ້າງເສັ້ນທາງແຫ່ງການພັດທະນາ, ຄວາມສຸກ, ມິດຕະພາບລະຫວ່າງສອງປະເທດ. ປະຊາຊົນຈີນ ແລະ ລາວ ແລະ ຮັບໃຊ້ສະພາບລວມຂອງການກໍ່ສ້າງ “ປະຊາຄົມຮ່ວມຊາຕາກຳຈີນ-ລາວຢ່າງມີປະສິດທິຜົນ”.

            ທາງສູນຈະມຸ່ງໄປເຖິງການກໍ່ສ້າງທ່າບົກສາກົນ, ພາຍຫຼັງສໍາເລັດແລ້ວ, ທາງສູນຈະພັດທະນາສາງສິນຄ້າແບບຄົບວົງຈອນ, ຂົນສົ່ງທາງບົກ – ທາງລົດໄຟ, ການຊຳລະພາສີ, ຊຳລະອາກອນ, ສູນຂົນສົ່ງສິນຄ້າສາກົນ ແລະ ສູນການຂົນສົ່ງສິນຄ້າຂ້າມແດນ, ສໍານັກງານໃຫຍ່ວິສາຫະກິດຂົນສົ່ງສາກົນ, ເຂດຜະລິດອາຫານ ແລະ ອື່ນໆ, ຕອບສະໜອງດ້ານການຂົນສົ່ງໃຫ້ຮອບດ້ານ, ການຄັດແຍກ ແລະ ກະຈາຍສິນຄ້າໃຫ້ວ່ອງໄວ. ການກວດກາ ລວມທັງການຄ່ຽນຖ່າຍ, ການແຈ້ງຊໍາລະພາສີ, ສະໜອງລົດຮັບສົ່ງພ້ອມທັງເຄື່ຶອນຍ້າຍຕູ້ຄອນເທນເນີ, ການເກັບກໍາສິນຄ້າພາຍໃນ ແລະ ຕ່າງປະເທດ,ຝາກສາງ, ການກະຈາຍສິນຄ້າ, ການຄຸ້ມຄອງສາງ ແລະ ບໍລິການດ້ານອື່ນໆ. ການບໍລິການຂອງທາງສູນແມ່ນໄດ້ ແມ່ນໄດ້ໃຫ້ບໍລິການໄປທົ່ວປະເທດລາວ ເວົ້າລວມ ເວົ້າສະເພາະກໍ່ຄື ແຂວງຫຼວງພະບາງ, ໄຊຍະບູລີ, ຊຽງຂວາງ,ຫົວພັນ, ຜົ້ງສາລີ, ໄຊສົມບູນ ລວມທັງນະຄອນຫຼວງວຽງຈັນ ແລະ ແຂວງອື່ນໆ. ສ່ວນການບໍລິການຂ້າມປະເທດແມ່ນມີ ປະເທດໄທ, ຫວຽດນາມ, ກຳປູເຈຍ, ສິງກະໂປ ແລະ ອື່ນໆ.

          ນອກນີ້ ພາຍຫຼັງລົດໄຟລາວ-ຈີນໄດ້ເປີດການນຳໃຊ້ໃນເດືອນທັນວາ 2021 ເປັນຕົ້ນມາ ບໍລີສັດຍັງໄດ້ຮັບໃຊ້ການຄ້ຽນຖ່າຍ ແລະ ເຄືອນຍ້າຍແຮ່ທາດ ໃຫ້ກັບ ລົດໄຟລາວ-ຈີນ ກໍ່ຄື ສະຖານນີ ແຂວງ ຫຼວງພະບາງ ໄດ້ສົ່ງອອກແຮ່ທາດ ຈາກ ໂຄງການທົດລອງ, ໂຄງການປົກກະຕີ ເຊັນ: ແຮ່ເຫຼັກ ແລະ ແຮ່ຫາຍາກ ລວມທັງໝົດແລ້ວ 7 ແສນ ໂຕນ.

          ພາຍຫຼັງໄດ້ຮັບຟັງ ສະພາບການຂົນສົ່ງສີນຄ້າສົ່ງອອກໄປ ສປ ຈີນ ໂດຍສະເພາະ ການຂົນສົ່ງແຮ່ທາດຜ່ານລົດໄຟ ລາວ-ຈີນ ທ່ານ ລັດຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ແຮ່ ກໍ່ ສະແດງຄວາມຊົມເຊີຍມາຍັງ ບໍລິສັດ ແອວຊີ ຂົນສົ່ງສີນຄ້າຈໍາກັດຜູ້ດຽວ ທີເອົາໃຈໃສ່ວຽກງານ ຂົນສົ່ງສີນຄ້າ ໂດຍສະເພາະ ການສົ່ງແຮ່ທາດ ທີ່ໄດ້ຈັດຕັ້ງປະຕີບັດໃນໄລຍະຜ່ານມາໄດ້ເປັນຢ່າງດີ ແລະ ລະອຽດ ພ້ອມນີ້ໄດ້ຊີ້ນໍາໃຫ້ສືບຕໍ່ປະສານສົມທົບ ນໍາຂະແໜງການທີ່່ກ່ຽວຂ້ອງກໍຄືອໍານາດການປົກຄອງທ້ອງຖິ່ນໃນການກວດກາ ຄຸ້ມຄອງປະເມີນ ການສົ່ງອອກ ແຮ່ທາດໃຫ້ປະສົບຜົນສໍາເລັດຕາມແຜນການທີ່ວາງໄວ້.
ພາບ ແລະ ຂ່າວ: ປະສົງໄຊ ໂຄດໂຍທາ
website: mem.gov.la
ສາຍດ່ວນ: 1506