ທ່ານ ລັດຖະມົນຕີ ເຄື່ອນໄຫວ, ຕິດຕາມ ແລະ ຊຸກຍູ້ ວຽກງານວິຊາສະເພາະ ຢູ່ແຂວງ ຫຼວງນໍ້າທາ

          ໃນວັນທີ 17 ຕຸລາ 2024 ນີ້ ທີ່ຫ້ອງວ່າການ ແຂວງ ຫຼວງນ້ຳທາ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວເຮັດວຽກ, ຊຸກຍູ້ການຈັດຕັ້ງປະຕິບັດວຽກງານພະລັງງານ ແລະ ບໍ່ແຮ່. ໃນໂອກາດເຄື່ອນໄຫວດັ່ງກ່າວ ທ່ານ ລັດຖະມົນຕີ ພ້ອມຄະນະໄດ້ພົບປະ ທ່ານ ວຽງສະຫວັດ ສີພັນດອນ ເຈົ້າແຂວງໆ ຫຼວງນ້ຳທາ ພ້ອມດ້ວຍພະນັກງານການນຳຂອງແຂວງເຂົ້າຮ່ວມ.

          ໃນໂອກາດນີ້, ທ່ານ ເຈົ້າແຂວງໆ ຫຼວງນ້ຳ ກໍ່ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ທ່ານລັດຖະມົນຕີ ກະຊວງ ພະລັງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະທີ່ມາເຄື່ອນໄຫວໃນແຂວງ ຫຼວງນໍ້າທາ ພ້ອມທັງລາຍງານສະພາບການຈັດຕັ້ງປະຕິບັດ ແຜນເສດຖະກິດ ແລະ ສັງຄົມ ທີ່ຕິດພັນກັບວຽກງານ ຂະແໜງ ພະລັງງານ ແລະ ບໍ່ແຮ່ ແລະ ສະພາບຜົນກະທົບໄພພິບັດໃນໄລຍະຜ່ານ.

ພາຍຫຼັງພົບປະການນຳແຂວງ, ທ່ານ ລັດຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ແຮ່ ກໍ່ໄດສະແດງຄວາມເປັນຫວງເປັນໃຍ່ຕໍ່ກັບຜົນກະທົບຈາກໄພພິບັດທີເຮັດໃຫ້ ພໍ່ແມ່ປະຊາຊົນທີໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ນອກຈາກນີ້ທ່ານ ລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ຍັງໄດ້ ມອບເງີນ ຈຳນວນ 500 ລ້ານ ກີບ ຊ່ວຍເຫຼືອຜູ້ປະສົບໄພນໍ້າ ຢູ່ແຂວງ ຫຼວງນ້ຳທາ ແລະ ມອບ 100 ລ້ານກີບ ຊຸກຍູ້ແກ້ໄຂຜົນກະທົບໄພພີບັດນ້ຳຖ້ວມໃຫ້ ພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງຕື່ມອີກ.

ໂດຍ: ປະສົງໄຊ ໂຄດໂຍທາ
ສາຍດ່ວນ: 1506