
ໃນໂອກາດທີ່ ທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງໆເຊກອງ ພ້ອມດ້ວຍຄະນະຈາກຂະແໜງການທີ່ກ່ຽວຂອງແຂວງ ໄດ້ເຄື່ອນໄຫວຢ້ຽມຢາມ ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າອີມູນ ໃນວັນທີ 20 ມັງກອນ ຜ່ານມາ. ທ່ານ ສະເຫຼີມພົນ ປຸຣິໂສ ຜູ້ຈັດການໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າອີມູນ ໄດ້ລາຍງານການຈັດຕັ້ງປະຕິບັດໂຄງການໂດຍຫຍໍ້ ຕໍ່ທ່ານເຈົ້າແຂວງວ່າ: ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າອີມູນ ຕັ້ງຢູ່ເມືອງດາກຈຶງ ແຂວງເຊກອງ, ເຊິ່ງວຽກກໍ່ສ້າງທາງດ້ານວິສາວະກໍາການກໍ່ສ້າງປະກອບມີ 6 ໂຄງສ້າງຫຼັກເຊັ່ນ: ເຂື່ອນອວ່າຍນໍ້າ, ເຂື່ອນຫຼັກ, ອຸໂມງສົ່ງນໍ້າ 20 ກິໄລແມັດ, ທໍ່ສົ່ງນໍ້າແຮງດັນສູງ, ເຮືອນຈັກ, ສາຍສົ່ງ ແລະສະຖານີແປງໄຟ, ມາຮອດປະຈຸບັນກໍ່ສ້າງສໍາເລັດ 88%; ສໍາລັບວຽກທີ່ຍັງປະຕິບັດບໍ່ທັນສໍາເລັດ ປະກອບມີ: ວຽກຕິດຕັ້ງໄຟຟ້າກົນຈັກ, ວຽກປະຕູກັນຄວບຄຸມນໍ້າ ແລະວຽກສະຖານີແປງໄຟ.

ທ່ານ ສະເຫຼີມພົນ ປຸຣິໂສ ໃຫ້ຮູ້ຕື່ມວ່າ: ເຂື່ອນດັ່ງກ່າວເປັນປະເພດເຂື່ອນຄອນກີດເສີມເຫຼັກ, ມີກໍາລັງຕິດຕັ້ງ 133 ເມກາວັດ, ຄວາມຍາວຂອງອຸໂມງທັງໝົດ 20 ກິໂລແມັດ, ສາມາດຜະລິດກະແສໄຟຟ້າໄດ້ 460,59 ກິກກາວັດໂມງ ຕໍ່ປີ, ໄລຍະເວລາໃນການກໍ່ສ້າງ 47 ເດືອນ, ໂດຍແມ່ນບໍລິສັດ ຈະເລີນເຊກອງ ພະລັງງານຈໍາກັດ ເປັນເຈົ້າຂອງໂຄງການ, ຮັບເໝົາພາກໂຍທາ ແມ່ນບໍລິສັດ ຊົງດາ5 (SongDa-5 Joint Stock Company), ຄາດຄະເນຈະໃຫ້ສໍາເລັດໂຄງການກໍ່ສ້າງໃນ ເດືອນກໍລະກົດ(7) ປີ 2022 ແລະເລີ່ມຜະລິດໄຟຟ້າຢ່າງເປັນທາງການ ໃນເດືອນ ກັນຍາ (9) ປີ2022 ນີ້.

ໂອກາດນີ້ ທ່ານ ເຈົ້າແຂວງໆ ເຊກອງ ຕາງໜ້າໃຫ້ອຳນາດການປົກຄອງແຂວງ ໄດ້ພົບປະ, ໂອ້ລົມກັບຄະນະນຳ ແລະ ພະນັກງານ-ກຳມະກອນພາຍໃນບໍລິສັດ ກ່ອນອື່ນ ທ່ານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຄວາມເອົາໃຈໃສ່ຂອງບໍລິສັດ ໃນການຈັດຕັ້ງປະຕິບັດໂຄງການ ເຮັດໃຫ້ໂຄງການສາມາດປະຕິບັດສຳເລັດຕາມແຜນການທີ່ວາງໄວ້. ພ້ອມກັນນີ້, ທ່ານ ເຈົ້າແຂວງຍັງໄດ້ຮຽກຮ້ອງໃຫ້ບໍລິສັດເອົາໃຈໃສ່ສືບຕໍ່ຈັດຕັ້ງປະຕິບັດບັນດາໜ້າວຽກທີ່ຍັງຄົງຄ້າງ ໃຫ້ສໍາເລັດຕາມຄາດໝາຍ ແລະຮັບປະກັນຕາມມາດຕະຖານສາກົນ, ສຸມໃສ່ການຜະລິດໄຟຟ້າ ແລະສົ່ງອອກໄຟຟ້າ ໃຫ້ໄດ້ຕາມແຜນການທີ່ວາງໄວ້; ຄຽງຄູ່ກັບການຟື້ນຟູປ່າໄມ້ ດ້ວຍການປູກຕົ້ນໄມ້ເພື່ອທົດແທນຄືນ, ກັນສະກັດກັ້ນການທໍາລາຍປ່າໄມ້; ພ້ອມກັນນີ້ ກໍຕ້ອງໄດ້ສົ່ງເສີມອາຊີບ, ສ້າງວຽກເຮັດງານທໍາໃຫ້ປະຊາຊົນພາຍໃນແຂວງ ກໍຄືເມືອງດາກຈຶງ ໃນສະໜອງສະບຽງອາຫານໃຫ້ແກ່ພະນັກງານກໍາມະກອນຂອງໂຄງການ; ພ້ອມນີ້ກໍຕ້ອງໄດ້ສືບຕໍ່ປະກອບສ່ວນມອບພັນທະອາກອນ ແລະຄ່າທໍານຽມຕ່າງໆ ໃຫ້ຖືກຕ້ອງຕາມລະບຽບກົດໝາຍ ເພື່ອເປັນການປະກອບສ່ວນເຂົ້າໃນການສ້າງສາ, ພັດທະນາປະເທດຊາດ ກໍຄືແຂວງເຊກອງ.
ແຫຼ່ງຂ່າວ: ຂ່າວແຂວງ ເຊກອງ
ຮຽບຮຽງຂ່າວ: ຄຳແສງ ແກ້ວປະເສີດ