
ໃນຕອນເຊົ້າຂອງວັນທີ 21 ມິຖຸນາ 2024 ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ II ຂອງໜ່ວຍສະຫະພັນແມ່ຍິງກົມຈັດຕັ້ງ ແລະ ພະນັກງານ ໂດຍ ການເປັນປະທານຂອງ ສະຫາຍ ນາງ ສຸກສອນ ຈຳປາສຸກ ປະທານໜ່ວຍສະຫະພັນແມ່ຍິງກົມຈັດຕັ້ງ ແລະ ພະນັກງານ ໃຫ້ກຽດເຂົ້າຮ່ວມກອງປະຊຸມມີ ສະຫາຍ ນາງ ແສງເດືອນ ວົງອິນ, ຄະນະພັກກະຊວງ, ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານບໍລິຫານງານສະຫະພັນແມ່ຍິງ ກະຊວງພະລັງງານ ແລະ ບໍ່ແຮ່, ສະຫາຍ ມ້ອນ ເພັດພູໄທ ຮອງເລຂາໜ່ວຍພັກ, ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ບັນດາແຂກທີ່ຖືກເຊີນຈາກໜ່ວຍສະຫະພັນແມ່ຍິງຫ້ອງການ,ບັນດາກົມ, ພ້ອມດ້ວຍໜ່ວຍລັດວິສາຫະກິດອ້ອມຂ້າງກະຊວງພະລັງງານ ແລະ ບໍ່ແຮ່, ປະທານໜ່ວຍກຳມະບານ, ເລຂາ ຄຊປປລ ຮາກຖານ ກົມຈັດຕັ້ງ ແລະ ພະນັກງານ ພ້ອມດ້ວຍສະມາຊິກພາຍໃນໜ່ວຍສະຫະພັນແມ່ຍິງ ກົມຈັດຕັ້ງ ແລະ ພະນັກງານ ທັງໝົດ.

ໃນກອງປະຊຸມ ສະຫາຍ ນາງ ສຸກສອນ ຈຳປາສຸກ ປະທານໜ່ວຍສະຫະພັນແມ່ຍິງກົມຈັດຕັ້ງ ແລະ ພະນັກງານ ໄດ້ຂຶ້ນຜ່ານບົດລາຍງານການເມືອງ, ລາຍງານຜົນສໍາເລັດການເຄື່ອນໄຫວວຽກງານໃນ ໄລຍະທີ່ຜ່ານມາ ແລະ ຜ່ານທິດທາງແຜນການໃນຕໍ່ໜ້າ. ພ້ອມກັນນີ້, ໃນພິທີຍັງໄດ້ມອບ-ຮັບໃບ ຍ້ອງຍໍຂັ້ນກົມກອງໃຫ້ແກ່ໜ່ວຍສະຫະພັນແມ່ຍິງ ກົມຈັດຕັ້ງ ແລະ ພະນັກງານ ຈໍານວນ 1 ໃບ ແລະ ໃບຍ້ອງຍໍບຸກຄົນ ຈໍານວນ 9 ໃບ ໃຫ້ແກ່ສະມາຊິກຜູ້ທີ່ມີຜົນງານດີເດັ່ນ ປະກອບສ່ວນການເຄື່ອນໄຫວວຽກງານຂອງໜ່ວຍສະຫະພັນແມ່ຍິງໃນໄລຍະທີ່ຜ່ານມາ.

ກອງປະຊຸມໄດ້ດໍາເນີນການປ່ອນບັດຄັດເລືອກເອົາຄະນະໜ່ວຍສະຫະພັນແມ່ຍິງ ກົມຈັດຕັ້ງ ແລະ ພະນັກງານ ຊຸດໃໝ່ ຈຳນວນ 3 ສະຫາຍ, ຈາກຜູ້ລົງສະໝັກທັງໝົດ 5 ສະຫາຍ. ຄະນະຊຸດໃໝ່ປະກອບ ມີ (1) ສະຫາຍ ນາງ ສັນຄະນິງ ດາຣາວົງ ເປັນປະທານໜ່ວຍ (2) ສະຫາຍ ນາງ ລັດສະໝີ ທອງປະເສີດ ເປັນຮອງປະທານ, ປະທານກວດກາ (3) ສະຫາຍ ນາງ ຄຳໃບ ຈັນທະປັນຍາ ເປັນກຳມະການ ເພື່ອສືບຕໍ່ຊີ້ນໍາ-ນໍາພາການເຄື່ອນໄຫວວຽກງານຂອງ ໜ່ວຍສະຫະພັນແມ່ຍິງກົມຈັດຕັ້ງ ແລະ ພະນັກງານ ໃນຕໍ່ໜ້າ ໃຫ້ເປັນໄປຕາມທິດທາງແຜນການທີ່ໄດ້ວາງໄວ້.

ກອງປະຊຸມຍັງໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ນາງ ແສງເດືອນ ວົງອິນ ຄະນະພັກກະຊວງ, ປະທານສະຫະພັນແມ່ຍິງກະຊວງພະລັງງານ ແລະ ບໍ່ແຮ່, ຊຶ່ງສະຫາຍໄດ້ຍ້ອງຍໍ ຊົມເຊີຍຕໍ່ຜົນສໍາເລັດໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງໜ່ວຍສະຫະພັນແມ່ຍິງ ກົມຈັດຕັ້ງ ແລະ ພະນັກງານ ໄລຍະທີ່ຜ່ານມາ, ພ້ອມທັງໄດ້ກ່າວເນັ້ນໜັກໃຫ້ສະມາຊິກທຸກສະຫາຍຈົ່ງສືບຕໍ່ຮັກສາມູນເຊື້ອ ແຫ່ງຄວາມສາມັກຄີ ເພື່ອເປັນກ້ອນກໍາລັງແຮງທີ່ແຂງແກ່ນຂອງຄະນະພັກ-ຄະນະນໍາ, ກອງປະຊຸມໄດ້ດໍາເນີນໄປເປັນເວລາເຄິ່ງມື້ດ້ວຍບັນຍາກາດອັນຟົດຟື້ນ ແລະ ຈົບລົງດ້ວຍຜົນສໍາເລັດທີ່ຈົບງາມຕາມລະດັບຄາດໝາຍ.

ພາບ ແລະ ຂ່າວ: ລຸ້ງຟ້າ ອົບພະຈັນ
ຮຽບຮຽງ: ຄຳແສງ ແກ້ວປະເສີດ
Website: www.mem.gov.la
ສາຍດ່ວນ: 1506