ກອງປະຊຸມໃຫຍ່ຂອງ ໜ່ວຍສະຫະພັນແມ່ຍິງ ກົມທໍລະນີສາດ ແລະ ແຮ່ທາດ ຄັ້ງທີ III

          ວັນທີ 15 ມີນາ 2024 ທີ່ກົມທໍລະນີສາດ ແລະ ແຮ່ທາດ, ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ III ຂອງໜ່ວຍສະຫະພັນແມ່ຍິງ ກົມທໍລະນີສາດ ແລະ ແຮ່ທາດ, ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ນາງ ມະລີວັນ ພົງໄຊ ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ, ປະທານໜ່ວຍສະຫະພັນແມ່ຍິງ ກົມທໍລະນີສາດ ແລະ ແຮ່ທາດ ໂດຍໃຫຫ້ກຽດເຂົ້າຮ່ວມຂອງ ສະຫາຍ ນາງ ແສງເດືອນ ວົງອິນ ຄະນະພັກກະຊວງ, ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານສະຫະພັນແມ່ຍິງກະຊວງພະລັງງານ ແລະ ບໍ່ແຮ່, ສະຫາຍ ສຸຂັນສັກ ສີສຸກ ກຳມະການພັກກະຊວງ, ເລຂາໜວ່ຍພັກກົມທໍລະນີສາດ ແລະ ແຮ່ທາດ ມີຜູ້ຕາງໜ້າຈາກບັນດາໜ່ວຍສະຫະພັນແມ່ຍິງອ້ອມຂ້າງກະຊວງ, ໜ່ວຍຮາກຖານ ຊປປລ ແລະ ໜ່ວຍຮາກຖານ ກຳມະບານ ກົມທໍລະນີສາດ ແລະ ແຮ່ທາດ ພ້ອມດ້ວຍຜູ້ແທນສົມບູນກອງປະຊຸມໃຫ່ຍຈຳນວນ 36 ສະຫາຍ ເຂົ້າຮ່ວມ.

          ສະຫາຍ ນາງ ມະລີວັນ ພົງໄຊ ປະທານໜ່ວຍສະຫະພັນແມ່ຍິງ ກົມທໍລະນີສາດ ແລະ ແຮ່ທາດ ໄດ້ຕາງໜ້າເອື້ອຍນ້ອງແມ່ຍິງພາຍໃນກົມທໍລະນີສາດ ແລະ ແຮ່ທາດ ລາຍງານຜົນງານການເຄື່ອນໄຫວຂອງໜ່ວຍສະຫະພັນແມ່ຍິງ ກົມທໍລະນີສາດ ແລະ ແຮ່ທາດ ຕະຫຼອດໄລຍະ 5 ປີ ຜ່ານມາ ໃນນີ້ສະຫາຍໄດ້ຍົກໃຫ້ເຫັນຜົນງານທີ່ປະຕິບັດໄດ້, ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ທີ່ຈະຕ້ອງໄດ້ສືບຕໍ່ ແລະ ແກ້ໄຂ, ຈັດຕັ້ງປປະຕິບັດໃນຕໍ່ ໜ້າ ໃຫ້ຮັບຜົນດີກວ່າເກົ່າ, ປັບປຸງ, ຍົົກສູງບົດບາດການນຳພາຂອງແມ່ຍິງ ກົມທໍລະນີສາດ ແລະ ແຮ່ທາດໃຫ້ສູງຂື້ນ ແລະ ມີບັນຍາກາດຟົດຟື້ນກວ່າເກົ່າ.
ຜ່ານການດຳເນີນກອງປະຊຸມໃຫຍ່ຄັ້ງນີ້ ຜູ້ແທນກອງປະຊຸມໄດ້ເປັນເອກະສັນກັນຢ່າງສົມບູນ ຮັບຮອງເອົາບັນດາເນື້ອໃນສຳຄັນ ດັ່ງລຸ່ມນີ້:
1. ຮັບຮອງເອົາ ບົດລາຍງານການເມືອງຂອງ ຄະນະໜ່ວຍສະຫະພັນແມ່ຍິງ ກົມທໍລະນີສາດ ແລະ ແຮ່ທາດ ໃນ 05 ປີ ຜ່ານມາ, ຊຶ່ງໄດ້ຕີລາຄາຢ່າງພາວະວິໄສ, ກົງໄປກົງມາ ຕໍ່ຜົນສຳເລັດໃນການນຳພາ-ຊີ້ນຳ ແລະ ຈັດຕັ້ງປະຕິບັດວຽກງານ ຂອງຄະນະໜ່ວຍສະຫະພັນແມ່ຍິງ ໂດຍສະເພາະແມ່ນ ມະຕິກອງປະຊຸມໃຫຍ່ຂອງ ໜ່ວຍສະຫະພັນແມ່ຍິງ ກົມທໍລະນີສາດ ແລະ ແຮ່ທາດ ປະສົບຜົນສຳເລັດຕາມລະດັບຄາດໝາຍທີ່ໄດ້ວາງໄວ້.
2. ຮັບຮອງເອົາທິດທາງລວມ, ຄາດໝາຍສູ້ຊົນ ແລະ ວຽກງານຈຸດສຸມ 05 ປີ ຕໍ່ໜ້າ (ປີ 2024-2028), ຊຶ່ງລວມມີ 06 ຄາດໝາຍ.
3. ຮັບຮອງເອົາ ບົດສຳຫຼວດການນຳພາລວມ ຂອງຄະນະໜ່ວຍສະຫະພັນແມ່ຍິງ ກົມທໍລະນີສາດ ແລະ ແຮ່ທາດ, ຊຶ່ງໄດ້ຕີລາຄາສູງຕໍ່ບົດບາດການນໍາພາ, ຄວາມຮັບຜິດຊອບ, ຄວາມເປັນເອກະພາບຂອງຄະນະ ໜ່ວຍຊຸດເກົ່າ;
4. ບັນດາສະຫາຍຜູ້ແທນກອງປະຊຸມໃຫຍ່ ໄດ້ໃຊ້ສິດປະຊາທິປະໄຕ ປ່ອນບັດຄັດເລືອກເອົາ ຄະນະໜ່ວຍສະຫະພັນແມ່ຍິງ ກົມທໍລະນີສາດ ແລະ ແຮ່ທາດ ສະໄໝທີ III ໂດຍມີຜູ້ລົງສະໝັກທັງໝົດ 05 ເພື່ອຄັດເລືອກເອົາ 5 ສະຫາຍ, ຊຶ່ງປະກອບດ້ວຍຜູ້ທີ່ມີມາດຖານ, ເງື່ອນໄຂຄົບຖ້ວນ ຕາມທີ່ໄດ້ກຳນົດໄວ້;
ກອງປະຊຸມຄົບຄະນະຄັ້ງປະຖົມມະລຶກຂອງ ໜ່ວຍສະຫະພັນແມ່ຍິງ ກົມທໍລະນີສາດ ແລະ ແຮ່ທາດ ໄດ້ເປັນເອກະສັນເລືອກຕັ້ງເອົາ:
1.) ສະຫາຍ ນ ມະນີວັນ ພົງໄຊ ເປັນປະທານໜ່ວຍສະຫະພັນແມ່ຍິງ;
2.) ສະຫາຍ ນ ແສງຄຳ ດວງສະໄຫວ ເປັນຮອງປະທານ, ທັງເປັນປະທານກວດກາໜ່ວຍ;
3.) ສະຫາຍ ນ ຕຸ້ຍ ດວງສະຫວັນ ເປັນກໍາມະການໜ່ວຍ;
ກອງປະຊຸມໄດ້ຮັບຟັງ ການໂອ້ລົມ ແລະ ໃຫ້ທິດຊີ້ນຳຂອງສອງສະຫາຍ ນາງ ແສງເດືອນ ວົງອິນ ຄະນະພັກກະຊວງ, ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານສະຫະພັນແມ່ຍິງກະຊວງພະລັງງານ ແລະ ບໍ່ແຮ່, ສະຫາຍ ສຸຂັນສັກ ສີສຸກ ກໍາມະການພັກກະຊວງ, ເລຂາໜ່ວຍພັກ ກົມທໍລະນີສາດ ແລະ ແຮ່ທາດ ເຊິ່ງການໂອ້ລົມຂອງທັງສອງສະຫາຍທັງສອງ ໄດ້ສະແດງເຖິງຄວາມເປັນຫ່ວງເປັນໃຍ ແລະ ຮຽກຮ້ອງໃຫ້ ຄະນະໜ່ວຍຊຸດໃໝ່ ພ້ອມດ້ວຍສະມາຊິກພາຍໃນ ໜ່ວຍຈົ່ງສືບຕໍ່ເອົາໃຈໃສ່ວຽກງານການສຶກສາອົບຮົມການເມືອງ-ແນວຄິດໃຫ້ຖັນແຖວພະນັກງານຍິງ ໄດ້ຮັບຮູ້ເຊື່ອມຊຶມຕໍ່ແນວທາງນະໂຍບາຍຂອງພັກ, ລັດຖະທຳມະນູນ, ກົດໝາຍຂອງລັດ, ແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດຖະບານ, ເອົາໃຈໃສ່ ແລະ ຖືສໍາຄັນໃນການແບ່ງງານ, ແບ່ງຄວາມຮັບຜິດຊອບໃຫ້ລະອຽດແຈ້ງ ເພື່ອເປັນບ່ອນອີງໃນການເຕົ້າໂຮມຄວາມສາມັກຄີຂອງພະນັກງານຍິງໃນ ໜ່ວຍ ເພື່ອຄວາມເປັນເອກະພາບ ໃຫ້ມີຜົນສໍາເລັດໃນແຕ່ລະໄລຍະ, ເໜັ້ນການສ້າງບຸກຄົນ 03 ດີໃນແຕ່ລະດ້ານໂດຍສະເພາະແມ່ນໃຫ້ຄົ້ນຄວ້າສ້າງໃຫ້ໄດ້ບຸກຄົນຕົວແບບພາຍໃນໜ່ວຍ, ເອົາໃຈໃສ່ການເຮັດວຽກງານຄຸ້ມຄອງສະມາຊິກໃຫ້ມີຄວາມໜັກແໜ້ນ, ເອົາໃຈໃສ່ກົນໄກ ແລະ ແບບແຜນວິທີເຮັດວຽກຂອງຄະນະໜ່ວຍ, ເຕົ້າໂຮມຄວາມສາມັກຄີໃຫ້ເປັນປຶກແຜ່ນແໜ້ນໜາ, ຊີ້ນໍານໍາພາສະມາຊິກເອື້ອຍນ້ອງແມ່ຍິງໃຫ້ປະກອບສ່ວນໃນທຸກວຽກງານດ້ວຍຄວາມສະໝັກໃຈ ແລະ ມີປະສິດທິຜົນສູງ ແລະ ພ້ອມດຽວກັນນັ້ນ, ຄະນະໜ່ວຍຊຸດໃໝ່ ຕ້ອງໄດ້ພ້ອມກັນຊີ້ນໍາ-ນໍາພາສະມາຊິກ ເພື່ອບັນລຸໄດ້ທິດທາງລວມ ແລະ ຄາດໝາຍສູ້ຊົນທີ່ໄດ້ກໍານົດໄວ້ໃນແຜນ 05 ປີຕໍ່ໜ້າຂອງໜ່ວຍ.
ພາບ ແລະ ຂ່າວ: ວຽງສະຫວັນ ປຣະດິດ
ຮຽບຮຽງ: ມິລູ່ ຄຳປະເສີດ
ສາຍດ່ວນ: 1506