ຊົມເຊີຍວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 68 ປີ ຢ່າງສຸດໃຈ

           ວັນທີ 20 ກໍລະກົດ 1955, ພັກເຮົາ ໄດ້ມີມະຕິຕົກລົງສ້າງຕັ້ງໜ່ວຍຄົ້ນຄວ້າວຽກງານແມ່ຍິງ ຊຶ່ງແມ່ນຕົ້ນກຳເນີດຂອງອົງການຈັດຕັ້ງ ສະຫະພັນແມ່ຍິງລາວ ໃນປັດຈຸບັນ ຂຶ້ນຢ່າງເປັນທາງການ ເພື່ອເຮັດພາລະບົດບາດ, ໜ້າທີ່ນຳພາ ແລະ ຈັດຕັ້ງປຸກລະດົມຂົນຂວາຍ ເອື້ອຍນ້ອງແມ່ຍິງບັນດາເຜົ່າ ເຂົ້າໃນພາລະກິດຕໍ່ສູ້ກູ້ຊາດ ຕ້ານພວກລ່າເມືອງຂຶ້ນໃນເມື່ອກ່ອນ ແລະ ພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດເພື່ອກ້າວຂຶ້ນໃນປັດຈຸບັນ ຊຶ່ງມາຮອດປີນີ້ໄດ້ວຽນມາຄົບຮອບ 68 ປີແລ້ວ (20 ກໍລະກົດ 1955- 20 ກໍລະກົດ 2023).
          ໃນໄລຍະແຫ່ງການດໍາເນີນພາລະກິດຕໍ່ສູ້ກູ້ຊາດ, ພາຍໃຕ້ການນໍາພາ ແລະ ສຶກສົາອົບຮົມບົ່ມສອນຂອງພັກ, ເອື້ອຍນ້ອງແມ່ຍິງລາວບັນດາເຜົ່າ ໄດ້ຜ່ານເສັ້ນທາງແຫ່ງການຕໍ່ສູ້ອັນອົງອາດກ້າແກ່ນ ແລະ ເຕັມໄປດ້ວຍຄວາມຫຍຸ້ງຍາກລຳບາກ, ເສຍສະຫຼະອັນໃຫຍ່ຫຼວງ, ບົນພື້ນຖານການອຸທິດຕົນເຂົ້າໃນທົ່ວທຸກສະໜາມຮົບດ້ວຍຈິດໃຈຮັກຊາດ ແລະ ຄວາມຕື່ນຕົວປະຕິວັດ. ໃນນີ້, ຫຼາຍຄົນໄດ້ກາຍເປັນວິລະສັດຕີແຫ່ງຊາດ, ເປັນນັກຮົບແຂ່ງຂັນ, ເປັນແພດໝໍປະຕິວັດ, ຈໍານວນຫຼວງຫຼາຍແມ່ນຄູປະຕິວັດ, ຄູປະຊາຊົນ, ເປັນແມ່ທີ່ດີເດັ່ນ, ແມ່ແບບຢ່າງໃນພັດທະນາ, ການຜະລິດ, ການປົກປັກຮັກສາປະເພນີອັນດີງາມຂອງຊາດ, ຂອງເຜົ່າ ແລະ ດ້ານອື່ນໆ.

          ມາຮອດໄລຍະໃໝ່, ພາຍໃຕ້ການນຳພາຂອງພັກ, ອົງການຈັດຕັ້ງສະຫະພັນແມ່ຍິງລາວແຕ່ລະຂັ້ນ ແລະ ຂະບວນການເຄື່ອນໄຫວຢູ່ໃນແຕ່ລະບ່ອນ ໄດ້ຮັບການກໍ່ສ້າງ, ປັບປຸງ ແລະ ເຄື່ອນໄຫວຢ່າງມີຊີວິດຊີວາ; ແມ່ຍິງລາວບັນດາເຜົ່າ ໄດ້ສືບຕໍ່ເສີມຂະຫຍາຍມູນເຊື້ອຮັກຊາດ, ຄວາມດຸໝັ່ນຂະຫຍັນພຽນ, ຫົວຄິດປະດິດສ້າງ, ນໍ້າໃຈຕໍ່ສູ້ອັນພິລາດອາດຫານ ແລະ ການເຊີດຊູນໍ້າໃຈເປັນເຈົ້າປະເທດຊາດ, ເປັນເຈົ້າສັງຄົມ, ພ້ອມກັນອຸທິດເຫື່ອແຮງ ແລະ ສະຕິປັນຍາຂອງຕົນ ເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດເພື່ອກ້າວຂຶ້ນ.
         ພວກເຮົາຮັບຮູ້ຢູ່ສະເໝີວ່າ : ແມ່ຍິງ ແມ່ນຜູ້ທີ່ມີທີ່ຕັ້ງ ແລະ ບົດບາດສຳຄັນຢູ່ໃນສັງຄົມ, ເຂົາເຈົ້າບໍ່ພຽງແຕ່ເປັນກຳລັງຕົ້ນຕໍຢູ່ໃນສັງຄົມເທົ່ານັ້ນ.ແຕ່,ຫາກຍັງແມ່ນກຳແຮງທີ່ສຳຄັນໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດເພື່ອກ້າວຂຶ້ນ. ພຶດຕິກຳຕົວຈິງໄດ້ພິສູດໃຫ້ເຫັນແລ້ວວ່າ : ແມ່ຍິງລາວບັນດາເຜົ່າ ເມື່ອໄດ້ຮັບການສຶກສາອົບຮົມ ແລະ ນຳພາຈາກພັກ, ມີການຊ່ວຍເຫຼືອ, ຍູ້ໜູນຈາກເພດຊາຍ ແລະ ສັງຄົມແລ້ວ, ເຂົາເຈົ້າກໍພ້ອມສະເໝີທີ່ຈະເຊີດຊູມານະຈິດປະຕິວັດ, ເດັດດ່ຽວໜຽວແໜ້ນເດີນຕາມການນໍາພາຂອງພັກ, ອຸທິດກຳລັງກາຍ, ກຳລັງໃຈ, ຄວາມສາມາດ, ເຫື່ອແຮງຂອງຕົນໃຫ້ແກ່ພາລະກິດປະຕິວັດດ້ວຍຄວາມຕັ້ງໜ້າ, ບຸກບືນ, ຫ້າວຫັນ ແລະ ອາດຫານ. ນອກຈາກນີ້, ແມ່ຍິງຍັງແມ່ນປັດໄຈສຳຄັນໃນການອະນຸລັກຮັກສາຂະໜົບທຳນຽມ ຮີດຄອງປະເພນີອັນດີງາມຂອງຊາດ ແລະ ຂອງບັນດາເຜົ່າ, ຍາມໃດເຂົາເຈົ້າກໍເປັນຜູ້ທະນຸຖະໜອມຄວາມສຸພາບຮຽບຮ້ອຍ, ຄວາມຮັກໂຄ່, ຄວາມສະຫງຽມຄ່ຽມຄົມຄວາມສື່ຊັດບໍລິສຸດ ແລະ ດຸໝັ່ນຂະຫຍັນພຽນຢູ່ສະເໝີ.
          ເມື່ຶອເວົ້າເຖິງຖານະບົດບາດ ແລະ ຄວາມສຳຄັນຂອງກຳລັງແຮງຂອງແມ່ຍິງໃນພາລະກົດປົກປັກຮັກສາ ແລະ ພັດທະນາປະເທດຊາດ, ພັກເຮົາໄດ້ຊີ້ໃຫ້ເຫັນວ່າ : “ ແມ່ຍິງບັນດາເຜົ່າ ບໍ່ພຽງແຕ່ໄດ້ອະນຸລັກຮັກສາມູນເຊື້ອການເປັນແມ່ເຮືອນທີ່ດີເທົ່ານັ້ນ, ແຕ່, ຫາກຍັງໄດ້ເສີມຂະຫຍາຍບົດບາດສຳຄັນໃນຄອບຄົວຂຶ້ນຕື່ມອີກດ້ວຍການອຸທິດກຳລັງກາຍ, ກໍາລັງໃຈເຂົ້າໃນການລ້ຽງດູສຶກສາອົບຮົມລູກ, ເຮັດວຽກບ້ານການເຮືອນ, ສ້າງທຸກເງື່ອນໄຂເພື່ອອໍານວຍຄວາມສະດວກໃຫ້ຜູ້ເປັນຜົວ, ເປັນລູກໄດ້ຕັ້ງໜ້າປະກອບສ່ວນໃນພາລະກິດ ລວມຂອງຊາດ, ແນໃສ່ກໍ່ສ້າງຄອບຄົວວັດທະນະທຳໃໝ່. ບົນພື້ນຖານການຢືນຢັນຜ່ານສຸພາສິດລາວມາແຕ່ບູຮານນະການທີ່ວ່າ : “ ຜົວເປັນເພຍຍ້ອນເມຍພາຮູ້ , ’ແຫວນງາມຍ້ອນຫົວ ຜົວດີຍ້ອນເມຍ ແລະ ເບິ່ງຊ້າງໃຫ້ເບິ່ງຫາງ, ເບິ່ງນາງໃຫ້ເບິ່ງແມ່’ ”

          ແຕ່ເຖີງແນວໃດກໍຕາມ, ເມື່ອທຽບໃສ່ຄວາມຮຽກຮ້ອງຕ້ອງການໃນໄລຍະໃໝ່ແລ້ວເຫັນວ່າ : ການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະຫະພັນແມ່ຍິງແຕ່ລະຂັ້ນໂດຍສະເພາະແມ່ນຢູ່ໃນເຂດຊົນນະບົົດ, ເຂດຫ່າງໄປສອກຫຼີກ, ຄຸນນະພາບຂອງຂະບວນການແມ່ຍິງຍັງຈຳກັດຫຼາຍ, ຄຸນນະພາບຂອງການພັດທະນາແມ່ຍິງໃນແຕ່ລະດ້ານຍັງຕໍ່າ, ເອື້ອຍນ້ອງແມ່ຍິງຈຳນວນໜຶ່ງ ຍັງຖືເບົາການພັດທະນາຕົນເອງ, ຈຳນວນໜຶ່ງບໍ່ທັນຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງ, ຈຳນວນບໍ່ໜ້ອຍຍັງຮັກສາແນວຄິດຄອງເດີມໂດຍສະເພາະແມ່ນແນວຄິດຕີຕົວຕໍ່າ ຍັງຄອບງຳເອື້ອຍ້ອງແມ່ຍິງເຮົົາຢູ່ໃນຊົນນະບົດ, ເຂດຫຫ່າງໄກ, ສອກຫຼີກຫຼາຍພໍສົມຄວນ, ເຮັດໃຫ້ການເຂົ້າຮ່ວມໃນຂະບວນການພັດທະນາແມ່ຍິງເວົ້າລວມຍັງຈຳກັດຫຼາຍ.
           ດ້ານໜຶ່ງ, ການປະກອບສ່ວນຊ່ວຍເຫຼືອຂອງເພດຊາຍ ແລະ ສັງຄົມຢູ່ໃນບາງບ່ອນ, ບາງຂັ້ນ ເພື່ອໃຫ້ແມ່ຍິງໄດ້ຮັບການພັດທະນາຍັງອ່ອນ, ຂາດຄວາມຕັ້ງໜ້າ ແລະ ບໍ່ເຕັມສ່ວນ, ການປະຕິບັດກົດໝາຍວ່າດ້ວຍການພັດທະນາ ແລະ ປົກປ້ອງແມ່ຍິງ ຍັງຂາດຄວາມສັກສິດໂດຍສະເພາະຢູ່ໃນເຂດຊົນນະບົດ, ອ້າຍນ້ອງເພດຊາຍ ຈຳນວນບໍ່ໜ້ອຍ ແລະ ສັງຄົມໃນບາງບ່ອນ ຍັງຖືເບົາຄວາມເອົາໃຈໃສ່ຕໍ່ແມ່ຍິງ, ປາກົດການໝິ່ນປະໝາດ, ບໍ່ໃຫ້ຄວາມສຳຄັນ, ບໍ່ຍົກສູງຖານະບົດບາດຂອງແມ່ຍິງຍັງມີຫຼາຍ. ພ້ອມດຽວກັນນີ້, ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງຍັງມີຢູ່ຫຼາຍບ່ອນຍັງເກີດມີຢູ່. ຫຼາຍບ່ອນບໍ່ທັນຕັ້ງໜ້າປົດປ່ອຍ ແລະ ເອົາໃຈໃສ່ຊ່ວຍເຫຼືອແມ່ຍິງໃຫ້ຫຼຸດພົ້ນອອກຈາກສະພາບ ແລະ ການຄອບງໍາຂອງຮີດຄອງປະເພນີ ແລະ ວິຖີຊີວິດທີ່ຫຼ້າຫຼັງ ກໍຄືປະກົດການຫຍໍ້ທໍ້ດ້ານອື່ນໆ..
          ໃນປັດຈຸບັນ, ເອື້ອຍນ້ອງແມ່ຍິງເຮົາກໍຄືທົ່ວພັກ, ກໍາລັງປະກອບອາວຸດ ແລະ ປະຊາຊົນລາວບັນດາເຜົ່າພວມສຸມກຳລັງແຮງເຂົ້າໃສ່ໄລຍະທ້າຍຂອງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ (2021-2025)ຄັ້ງທີ IX, ມະຕິກອງປະຊຸມໃຫຍ່ຄັ້ງທີ VIII ແລະ ແຜນຍຸດທະສາດເພື່ອພັດທະນາແມ່ຍິງລາວໃນໄລຍະໃໝ່, ສ້າງທຸກເງື່ອນໄຂເພື່ອພັດທະນາແມ່ຍິງລາວ ພາຍໃຕ້ຄໍາຂວັນ “ພັດທະນາຄວາມສະເໝີພາບຍິງ-ຊາຍຕິດພັນກັບການພັດທະນາປະເທດຊາດ”

ຂຽນໂດຍ: ວິລັດ ຜິວອອນ
ຮຽບຮຽງ: ຄຳແສງ ແກ້ວປະເສີດ