
ພິທີດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 12 ກໍລະກົດ 2023 ນີ້ຢູ່ຫ້ອງປະຊຸມໃຫຍ່ຊັ້ນ5, ພາຍໃຕ້ການເປັນປະທານຂອງ ສະຫາຍ ນາງ ແສງເດືອນ ວົງອິນ ຄະນະພັກກະຊວງ, ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານຄະນະບໍລິຫານງານ ສະຫະພັນແມ່ຍິງກະຊວງ. ມີ ອາຈານ ວິລັດ ຜິວອອນ ທີ່ປຶກສາການນໍາກະຊວງ, ທັງເປັນວິທະຍາກອນຊຸດຝຶກອົບຮົມ. ນອກຈາກນີ້ ຍັງມີສໍາມະນາກອນ ທີ່ມາຈາກຮາກຖານອ້ອມຂ້າງກະຊວງເຂົ້າຮ່ວມຢ່າງພ້ອມພຽງ.

ສະຫາຍ ນາງ ແສງເດືອນ ວົງອິນ ຄະນະພັກກະຊວງ, ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານຄະນະບໍລິຫານງານ ສະຫະພັນແມ່ຍິງກະຊວງ ໄດ້ກ່າວວ່າ: ໃນໂອກາດ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 68 ປີ ໃນປີ 2023 ນີ້ ແລະ ກອງປະຊຸມຄົບຄະນະກາງສະໄໝ ອົງຄະນະພັກກະຊວງພະລັງງານ ແລະບໍ່ແຮ່ ສະໄໝທີ III ທີ່ໃກ້ຈະມາເຖິງນີ້ ສະຫະພັນແມ່ຍິງກະຊວງ ຈຶ່ງໄດ້ຖືເອົາໂອກາດດັ່ງກາວນີ້ຂໍອະນຸມັດຈາກຄະນະພັກ, ຄະນະນໍາກະຊວງ ເພື່ອ ຈັດຕັ້ງຂະບວນການຂໍ່ານັບຮັບຕ້ອນ 2 ເຫດການສໍາຄັນດັ່ງກ່າວ ແລະ ເພື່ອສ້າງຄວາມເຂັ້ມແຂງໃນວຽກງານພິທີການ ແລະ ການຮ່າງເອກະສານທາງການໃຫ້ກັບ ສະມາຊິກແມ່ຍິງກະຊວງ, ຊຶ່ງຖືວ່າເປັນວຽກງານນຶ່ງທີ່ ຕິດພັນກັບເອື້ອຍແມ່ຍິງໃນການປະກອບສ່ວນວຽກງານໃນຂະແໜງການພະລັງງານ ແລະ ບໍ່ແຮ່ ກໍຄື ຫ້ອງການ, ບັນດາກົມ, ສະຖາບັນ ແລະ ລັດວິສາຫະກິດ ທີ່ຂື້ນກັບກະຊວງ.

