ສອງໜ່ວຍຮາກຖານແມ່ຍິງ ທັດສະນະສຶກຢ້ຽມຢາມສະມາຄົມແມ່ຍິງຄົນພິການລາວ

          ວັນທີ 11 ກໍລະກົດ 2023 ຜ່ານມານີ້, ສະຫາຍ ນາງ ຂັນແກ້ວ ແກ້ວນາມວົງ ຄະນະບໍລິຫານງານ ສະຫະພັນແມ່ຍິງກະຊວງ, ປະທານໜ່ວຍຮາກຖານ ແມ່ຍິງ ກົມຄຸ້ມຄອງພະລັງງານ ໄດ້ນຳພາຄະນະໜ່ວຍ ແລະ ສະມາຊິກພາຍໃນ ສອງ ໜ່ວຍຮາກຖານແມ່ຍິງ ກົມຄຸ້ມຄອງພະລັງງານ ແລະ ກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ ທັດສະນະສຶກຢ້ຽມຊົມການບໍລິຫານ, ຈັດການ ແລະ ຝຶກວິຊາຊີບໃຫ້ເອື້ອຍນ້ອງແມ່ຍິງ ຢູ່ສະມາຄົມແມ່ຍິງຄົນພິການລາວ. ຮ່ວມຂະບວນການຄັ້ງນອກຈາກມີສະມາຊິກແມ່ຍິງຈາກໜ່ວຍ ຈຳນວນ 15 ສະຫາຍ ແລ້ວ ຍັງມີ ສະຫາຍ ນາງ ສຸລິນທາ ໂຄດຕະວົງ ປະທານໜ່ວຍຮາກຖານ ແມ່ຍິງ ກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ.
          ການສ້າງຂະບວນການຄັ້ງນີ້ ສະຫາຍ ນາງ ຂັນແກ້ວ ແກ້ວນາມວົງ ໃຫ້ຮູ້ວ່າ: ນອກຈາກເປັນການແລກປ່ຽນ, ຖອດຖອນບົດຮຽນ ດ້ານທັກສະນະ ແລະ ວິທີການບໍລິຫານຈັດການຂອງສະມາຄົມແມ່ຍິງຄົນພິການລາວແລ້ວ, ຍັງເປັນການສ້າງຂະບວນການເພື່ອຂໍ່ານັບຮັບຕ້ອນກອງປະຊຸມຄົບຄະນະກາງສະໄໝທີ III ຂອງອົງຄະນະພັກກະຊວງ ແລະ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 68 ປີ ທີ່ຈະໝູນວຽນມາອີກວາລະໜຶ່ງໃນວັນທີ 20 ກໍລະກົດ 2023 ນີ້ ດ້ວຍບັນຍາກາດທີ່ຟົດຟື້ນ.
ພາບ: ກົມຄຸ້ມຄອງພະລັງງານ
ຂ່າວ: ຄຳແສງ ແກ້ວປະເສີດ