ກອງປະຊຸມໃຫຍ່ຄັ້ງທີ IV ຂອງໜ່ວຍສະຫະພັນແມ່ຍິງ ລັດວິສາຫະກິດຖືຮຸ້ນລາວ ໄດ້ໄຂຂຶ້ນ ແລະ ອັດລົງດ້ວຍຜົນສຳເລັດຢ່າງຈົບງາມ

          ພາຍຫຼັງໄດ້ດຳເນີນມາເປັນເວລາເຄິ່ງວັນ ກອງປະຊຸມໃຫຍ່ຄັ້ງທີ IV ຂອງໜ່ວຍສະຫະພັນແມ່ຍິງ ລັດວິສາຫະກິດຖືຮຸ້ນລາວ ກໍ່ໄດ້ອັດລົງດ້ວຍຜົນສຳເລັດຢ່າງຈົບງາມ ໃນຕອນເຊົ້າຂອງວັນທີ 19 ມັງກອນ 2024 ທີ່ຫ້ອງປະຊຸມຂອງລັດວິສາຫະກິດຖືຮຸ້ນລາວ (ລຮລ) ໂດຍການເປັນປະທານຂອງ ສະຫາຍ ນາງ ທິນາວັນ ເດດທອງທິບ ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ, ປະທານໜ່ວຍສະຫະພັນແມ່ຍິງ ລັດວິສາຫະກິດຖືຮຸ້ນລາວ. ໃຫ້ກຽດເຂົ້າຮ່ວມ ຂອງ ສະຫາຍ ນາງ ແສງເດືອນ ວົງອິນ, ຄະນະພັກກະຊວງ, ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານສະຫະພັນແມ່ຍິງ ກະຊວງພະລັງງານ ແລະ ບໍ່ແຮ່, ສະຫາຍ ມານະສິນ ວົງໄຊ ເລຂາໜ່ວຍພັກ, ຜູ້ອຳນວຍການ ລັດວິສາຫະກິດຖືຮຸ້ນລາວ, ມີບັນດາແຂກທີ່ຖືກເຊີນຈາກໜ່ວຍສະຫະພັນແມ່ຍິງອ້ອມຂ້າງກະຊວງ ພ້ອມດ້ວຍຜູ້ແທນສົມບູນກອງປະຊຸມໃຫຍ່ ເຂົ້າຮ່ວມຢ່າງພ້ອມພຽງ.

          ສະຫາຍ ນາງ ທິນາວັນ ເດດທອງທິບ ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ, ປະທານໜ່ວຍສະຫະພັນແມ່ຍິງ ລັດວິສາຫະກິດຖືຮຸ້ນລາວ ໄດ້ຂຶ້ນກ່າວໄຂກອງປະຊຸມໃຫຍ່ຢ່າງເປັນທາງການ ພ້ອມທັງຜ່ານບົດລາຍງານການເມືອງທັງສອງພາກ ຕໍ່ກອງປະຊຸມໃຫຍ່ ໃນນີ້, ສະຫາຍ ໄດ້ຍົກໃຫ້ເຫັນຜົນສໍາເລັດການເຄື່ອນໄຫວວຽກງານໃນໄລຍະ 5 ປີຜ່ານມາ (ປີ 2019-2023) ແລະ ຜ່ານທິດທາງແຜນການໃນຕໍ່ໜ້າ. ຫຼັງຈາກນັ້ນ, ກອງປະຊຸມຍັງໄດ້ຈັດພິທີມອບ-ຮັບໃບຍ້ອງຍໍໃຫ້ຜູ້ທີ່ມີຜົນງານດີເດັ່ນ ທີ່ໄດ້ອຸທິດເຮືອແຮງ, ສະຕິປັນຍາ ແລະ ຄວາມຮູ້ຄວາມສາມາດເຂົ້າໃນການພັດທະນາແມ່ຍິງລາວເວົ້າລວມ, ເວົ້າສະເພາະແມ່ຍິງພາຍໃນ ລັດວິສາຫະກິດຖືຮຸ້ນລາວ ຕະຫຼອດໄລຍະ 5 ປີທີ່ຜ່ານມາ ໃນນີ້, ລວມມີ ໃບຍ້ອງຍໍໃຫ້ກົມກອງລວມໝູ່ ຈໍານວນ 1 ໃບ ແລະ ໃບຍ້ອງຍໍບຸກຄົນ ຈໍານວນ 31 ໃບ.

          ຜູ້ແທນກອງປະຊຸມໃຫຍ່ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕ ປ່ອນບັດຄັດເລືອກເອົາຄະນະໜ່ວຍ ຊຸດໃໝ່ ເພື່ອເປັນແກ່ນນຳ-ນຳພາ ການເຄື່ອນໄຫວວຽກງານແມ່ຍິງຢູ່ ລັດວິສາຫະກິດຖືຮຸ້ນລາວ ໃນໄລຍະ 5 ຕໍ່ໜ້າ ໂດຍມີຜູ້ລົງສະໝັກທັງໝົດ 5 ສະຫາຍ, ຜ່ານການປ່ອນບັດຄັດເລືອກຕົວຈິງ ສາມາດເລືອກຕັ້ງ 3 ສະຫາຍຄື: ສະຫາຍ ນາງ ນິດດາ ພະຈັນແສງ ເປັນປະທານ, ສະຫາຍ ນາງ ລັກສະນະ ສຸດທິພົງ ເປັນຮອງປະທານ ທັງເປັນປະທານກວດກາ ແລະ ສະຫາຍ ນາງ ຈັນມະລີພອນ ສຸວັນນະລັງສີ ເປັນກຳມະການ.

         ຕອນທ້າຍຂອງກອງປະຊຸມໃຫຍ່, ຜູ້ແທນ ໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ນາງ ແສງເດືອນ ວົງອິນ ຄະນະພັກກະຊວງ, ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານສະຫະພັນແມ່ຍິງກະຊວງພະລັງງານ ແລະ ບໍ່ແຮ່, ຊຶ່ງກ່ອນອື່ນ ສະຫາຍ ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງໜ່ວຍສະຫະພັນແມ່ຍິງ ລຮລ ຕະຫຼອດໄລຍະ 5 ປີຜ່ານມາ, ພ້ອມທັງໄດ້ກ່າວເນັ້ນໜັກໃຫ້ສະມາຊິກທຸກສະຫາຍຈົ່ງສືບຕໍ່ຮັກສາມູນເຊື້ອ ແຫ່ງຄວາມສາມັກຄີ ເພື່ອເປັນກ້ອນກໍາລັງແຮງທີ່ແຂງແກ່ນຂອງຄະນະພັກ-ຄະນະນໍາ, ສ້າງໃຫ້ ລຮລ ເປັນຫົວໜ່ວຍທຸລະກິດຂອງລັດທີ່ເຂັ້ມແຂງຕະຫຼອດໄປ.
ພາບ ແລະ ຂ່າວ: ລຸ້ງຟ້າ ອົບພະຈັນ
ຮຽບຮຽງ: ຄຳແສງ ແກ້ວປະເສີດ
Website: mem.gov.la
ສາຍດ່ວນ: 1506