ຄະນະບໍລິຫານງານ ສະຫະພັນແມ່ຍິງກະຊວງ ພະລັງງານ ແລະ ບໍ່ແຮ່ ສຳເລັດດຳເນີນກອງປະຊຸມປະຈຳໄຕ IV ສົກປີ 2021 ພ້ອມທັງວາງແຜນຈຸດສຸມໃນໄຕມາດ I ປີ 2022

ກອງປະຊຸມໄດ້ຈັດຂຶ້ນໃນວັນທີ 30 ທັນວາ 2021 ໃນຮູບແບບກອງປະຊຸມທາງໄກ ໂດຍການເປັນປະທານຂອງ ສະຫາຍ ນາງ ແສງເດືອນ ວົງອິນ ຄະນະພັກກະຊວງ, ຄະນະບໍລິຫານງານສູນກາງ ສະຫະພັນແມ່ຍິງລາວ, ປະທານຄະນະບໍລິຫານງານ ສະຫະພັນແມ່ຍິງກະຊວງ ພະລັງງານ ແລະ ບໍ່ແຮ່. ມີບັນດາ ສະຫາຍ ຮອງປະທານ ແລະ ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມຄັ້ງນີ້, ໄດ້ພ້ອມກັນ ທົບທວນ ແລະ ຕີລາຄາຄືນສະພາບທີ່ພົນເດັ່ນໃນໄລຍະ 1 ປີຜ່ານມາເປັນຕົ້ນແມ່ນ: ວຽກງານສຶກສາອົບຮົມດ້ານການເມືອງ-ແນວຄິດ, ວຽກງານປັບປຸງການຈັດຕັ້ງ, ວຽກງານສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ວຽກງານຂະບວນການ, ວຽກງານຊ່ວຍເຫຼືອສັງຄົມ, ວຽກງານກວດກາ, ວຽກງານວິຊາສະເພາະ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານເຂົ້າຮ່ວມ ແລະ ຈັດກອງປະຊຸມ, ວຽກງານຍ້ອງຍໍ ແລະ ວຽກງານການເງິນ. ພ້ອມກັນນີ້, ຜູ້ແທນກອງປະຊຸມຍັງໄດ້ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ແລະ ສ້າງສັນ ຕໍ່ຂໍ້ຄົງຄ້າງ ແລະ ຈຸດອ່ອນ ເຊິ່ງເປັນການທ້ວງດຶງຕໍ່ການພັດທະນາແມ່ຍິງລາວເວົ້າລວມ, ເວົ້າສະເພາະຕໍ່ເອື້ອຍນ້ອງແມ່ຍິງພາຍໃນກະຊວງ ພະລັງງານ ແລະ ບໍ່ແຮ່. ນອກຈາກນີ້, ກອງປະຊຸມຍັງໄດ້ພ້ອມກັນຄົ້ນຄວ້າ-ແລກປ່ຽນ ແລະ ຖອດຖອນບົດຮຽນຮ່ວມກັນ ເພື່ອຊອກຫາສາຍເຫດ ແລະ ວິທີການແກ້ໄຂໃນຊຸມປີຕໍ່ໜ້າຕື່ມອີກ. ກອງປະຊຸມ ມີຄວາມເປັນເອກະພາບສູງ ແລະ ເຫັນດີຈະພ້ອມກັນສູ້ຊົນຈັດຕັ້ງປະຕິບັດແຜນການເຄື່ອນໄຫວ ປະຈຳປີ 2022 ຂອງ ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ ພະລັງງານ ແລະ ບໍ່ແຮ່ ວາງອອກໃຫ້ບັນລຸຕາມລຳດັບຄາດໝາຍທີ່ວາງໄວ້.

ຕອນທ້າຍຂອງກອງປະຊຸມ ສະຫາຍ ນາງ ແສງເດືອນ ວົງອິນ ຄະນະພັກກະຊວງ, ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ ໄດ້ຮຽກຮ້ອງໃຫ້ການນຳສະຫະພັນແມ່ຍິງທຸກຂັ້ນ ແລະ ເອື້ອຍນ້ອງແມ່ຍິງທຸກຄົນສຶບຕໍ່ສຶກສາອົບຮົມແນວຄິດການເມືອງ, ຄຸນທາດການເມືອງ ແລະ ຄຸນສົມບັດສິນທໍາປະຕິວັດ ຂອງ ເອື້ອຍນ້ອງແມ່ຍິງກໍ່ຄືສະມາຊິກແມ່ຍິງກະຊວງພະລັງງານ ແລະ ບໍ່ແຮ່; ປັບປຸງກົງຈັກການຈັດຕັ້ງຂອງໜ່ວຍ ຕາມການປັບປຸງກົງຈັກການຈັດຕັ້ງຂອງ ກະຊວງ ພບ ແລະ ກົດລະບຽບສະຫະພັນແມ່ຍິງສະໄໝທີ VIII ທີ່ຖືກຮັບຮອງໃນກອງປະຊຸມ; ສືບຕໍ່ຈັດຕັ້ງປະຕິບັດວຽກງານກວດກາແມ່ຍິງເພື່ອຊຸກຍູ້ສົ່ງເສີມບັນດາໜ່ວຍ ສະຫະພັນແມ່ຍິງອ້ອມຂ້າງໃຫ້ເຂັ້ມແຂງ; ສ້າງແຜນພັດທະນາແມ່ຍິງກະຊວງພະລັງງານ ແລະ ບໍ່ແຮ່ 5 ປີ ( 2021-2025) ຜັນຂະຫຍາຍຈາກມະຕິຂອງກອງປະຊຸມອົງຄະນະພັກກະຊວງ ຄັ້ງທີ 3 ແລະ ກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວປະເທດຄັ້ງທີ 8;ສືບຕໍ່ນໍາພາ ເອື້ອຍນ້ອງແມ່ຍິງເຂົ້າຮ່ວມສ້າງຂະບວນການຕ່າງໆ ໃຫ້ ຟົດຟື້ນ ແລະ ຫຼາຍຮູບຫຼາຍສີ; ສືບຕໍ່ປະສານສົມທົບເພື່ອຈັດຕັ້ງປະຕິບັດ ແຜນພັດທະນາເພື່ອຄວາມສະເໝີພາບຍິງ-ຊາຍ ຂອງກະຊວງພະລັງງານ ແລະ ບໍ່ແຮ່ 5 ປີ ຄັ້ງທີ II (2021-2025); ກະກຽມຈັດກອງປະຊຸມເຜີຍແຜ່ມະຕິຂອງກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວປະເທດຄັ້ງທີ 8; ກະກຽມຈັດພິທີມອບຮັບຍ້ອງຍໍຜົນງານການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ຂອງ ສະຫະພັນແມ່ຍິງກະຊວງໄລຍະ( 2016-2020) ແລະ ສືບຕໍ່ເປີດບັ້ນຂະບວນການແຂ່ງຂັນ 3 ດີໃຫ້ຕິດພັນກັບຂະບວນການວິຊາສະເພາະ ແລະ ໃຫ້ມີບຸກຄົນຕົວແບບສໍາລັບຂະແໜງການພະລັງງານ ແລະ ບໍ່ແຮ່.
ພາບ ແລະ ແຫຼ່ງຂໍ້ມູນ: ສະຫະພັນແມ່ຍິງກະຊວງ
ຮຽບຮຽງຂ່າວ: ຄຳແສງ ແກ້ວປະເສີດ