ທ່ານ ລັດຖະມົນຕີ ຕ້ອນຮັບ ເອກອັກຄະລັດຖະທູດ ສາທາລະລັດ ຕ໋ວກກີ ເຂົ້າພົບປ

          ຕອນເຊົ້າວັນທີ 29 ສິງຫາ 2023 ທີ່ຜ່ານມາ ຢູ່ຫ້ອງຮັບແຂກກະຊວງພະລັງງານ ແລະ ບໍ່ແຮ່ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຕ້ອນຮັບ ທ່ານ Orhan ISIK ເອກອັກຄະລັດຖະທູດຜູ້ມີອຳນາດເຕັ້ມ ແຫ່ງ ສາທານະລັດ ຕ່ວກກີ ປະຈຳ ສປປລາວ ເຂົ້າຢ້ຽມຂໍ່ານັບ ແລະ ພົບປະ.
          ໃນໂອກາດດັ່ງກ່າວ ທ່ານ ລັດຖະມົນຕີ ໄດ້ສະແດງຄວາມຕ້ອນຮັບ ແລະ ຊົມເຊີຍຕໍ່ ທ່ານ Orhan ISIK ທີ່ໄດ້ຢ້ຽມຢາມ ແລະ ພົບປະກັບການນຳກະຊວງພະລັງງານ ແລະ ບໍ່ແຮ່ ໃນຄັ້ງນີ້ ເຊິ່ງຖືວ່າເປັນນິມິດໝາຍສຳຄັນ ໃນການເສີມຂະຫຍາຍສາຍພົວພັນຮ່ວມມື ລະຫວ່າງ ສອງປະເທດ ລາວ ແລະ ຕ໋ວກກີ ໃຫ້ແໜ້ນແຟ້ນຂຶ້ນກວ່າເກົ່າ ໂດຍສະເພາະແມ່ນການຮ່ວມມືດ້ານພະລັງງານ ແລະ ບໍ່ແຮ່ ໃນຖານະທີ່ ຕ໋ວກກີ ເປັນປະເທດໜຶ່ງທີ່ມີບົດຮຽນ ແລະ ປະສົບການໃນການພັດທະນາອຸດສາຫະກຳພະລັງງານ.

          ພ້ອມກັນນີ້, ທ່ານ ລັດຖະມົນຕີ ກໍ່ໄດ້ຍົກໃຫ້ເຖິງບາງສະພາບທີ່ພົ້ນເດັ່ນຂອງການພັດທະນາອຸດສາຫະກຳພະລັງງານ ແລະ ບໍແຮ່ ຢູ່ ສປປລາວ ໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ໃຫ້ ທ່ານ ທູດໄດ້ຮັບຊາບ ບາງຕອນ ທ່ານ ລັດຖະມົນຕີ ໃຫ້ຮູ້ວ່າ: ມາຮອດເດືອນມິຖຸນາ ປີ 2023 ນີ້ ທົ່ວປະເທດພວກເຮົາ ມີແຫຼ່ງຜະລິດກະແສໄຟຟ້າທີ່ມີກຳລັງຕິດຕັ້ງແຕ່ 1 ເມກກາວັດຂຶ້ນໄປ ມີທັງໝົດ 96 ແຫ່ງ ລວມກຳລັງຕິດຕັ້ງທັງໝົດ 11.786,14 ເມກາວັດ ສາມາດຜະລິດພະລັງງານໄຟຟ້າໄດ້ເຖິງ 58.813,42 ກິກກາວັດໂມງ/ປີ. ໃນນີ້ເປັນແຫຼ່ງຜະລິດພະລັງງານໄຟຟ້າຈາກນໍ້າ ຈຳນວນ 81 ແຫ່ງ, ຈາກແສງຕາເວັນ 8 ແຫ່ງ, ຊີວະມວນ 4 ແຫ່ງ ແລະ ຄວາມຮ້ອນຖ່ານຫີນ 1 ແຫ່ງ. ມາຮອດປະຈຸບັນ ສປປລາວ ມີລະບົບສາຍສົ່ງແຕ່ລະປະເພດ ຍາວທັງໝົດ 67.643 ກິໂລແມັດ ແລະ ມີສະຖານີຈ່າຍໄຟຟ້າລວມທັງໝົດ 197 ແຫ່ງ. ບັນຫາທີ່ສໍາຄັນອີກປະການໜຶ່ງແມ່ນພວກເຮົາໄດ້ເອົາໃຈໃສ່ຢ່າງຕັ້ງໜ້າກ່ຽວກັບວຽກງານພັດທະນາໄຟຟ້າ ໄປສູ່ຊົນນະບົດ, ໄປສູ່ເຂດພູດອຍ ເຂດຫ່າງໄກສອກຫຼີກ ເຂດທຮ່ເປັນພື້ນຖານໂຄງການປະຕິວັດໃນໄລຍະຕໍ່ຕ້ານ. ໂດຍສະເພາະແມ່ນໄດ້ຖືເອົາວຽກງານດັັ່ງກ່າວຕິດພັນຢ່າງສະໜິດແໜ້ນກັບການປະຕິບັດຍຸດທະສາດ, ການພັດທະນາຊົນນະບົດ ແລະ ວຽກງານ3ສ້າງ. ເຊິ່ງມາຮອດປະຈຸບັນນີ້ອັດຕາການຊົມໃຊ້ໄຟຟ້າຂອງແຂວງ ແລະ ເມືອງ ບັນລຸ 100% ບ້ານ 90ກວ່າ% ແລະ 95%ຂອງຄົວເຮືອນທັງໝົດມີໄຟຟ້າຊົມໃຊ້ແບບຖາວອນ. ສຳລັບວຽກງານທໍລະນີສາດ ແລະ ບໍ່ແຮ່ ໄດ້ອະນຸຍາດໃຫ້ບໍລິສັດລົງທຶນແລ້ວ 258 ບໍລິສັດ, 366 ກິດຈະການ ໃນນີ້ຢູ່ໃນຂັ້ນຕອນຊອກຄົ້ນ ແລະ ສໍາຫຼວດ ຈໍານວນ 131 ບໍລິສັດ, 147ກິດຈະການ. ຢູ້ໃນຂັ້ນຕອນສຶກສາຄວາມເປັນໄປໄດ້ທາງເສດຖະກິດເຕັກນິກ ຈໍານວນ 33 ບໍລິສັດ, 51 ກິດຈະການ. ກໍ່ສ້າງ, ຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ຈໍານວນ 94 ບໍລິສັດ, 168 ກິດຈະການ.

          ທ່ານ ເອກອັກຄະລັດຖະທູດ ຕ໋ວກກີ ໄດ້ສະແດງຄວາມຂອບໃຈ ຕໍ່ ທ່ານ ລັດຖະມົນຕີ ທີ່ໄດ້ໃຫ້ການຕ້ອນຮັບ ແລະ ລາຍງານຫຍໍ້ການພັດທະນາວຍກງານພະລັງງານ ແລະ ບໍແຮ່ ຂອງ ສປປລາວ ໃຫ້ ທ່ານ ຊາບ ເຊິ່ງເປັນຂໍ້ມູນທີ່ດີ ທີ່ຈະນຳໄປສຶກສາ, ຄົ້ນຄວ້າ ແລະ ນຳສະເໜີ ລັດຖະບານ ຕ໋ວກກີ ເພື່ອຊຸກຍຸ້, ສົ່ງເສີມ ໃຫ້ນັກລົງທຶນຈາກ ຕ່ວກກີ ເຂົ້າມາລົງທຶນ ຢູ່ ສປປລາວ.

ພາບ: ວຽງສະຫວັນ ປຣະດິດ
ຂ່າວ: ຄຳແສງ ແກ້ວປະເສີດ