ຢີ່ປຸ່ນ ໃຫ້ການຊ່ວຍເຫຼືອ ສປປ ລາວ ເພື່ອຫຼຸດຜ່ອນການປ່ອຍກາກບອນໄດອອກໄຊ (CO2)

           ກະຊວງພະລັງງານ ແລະ ບໍ່ແຮ່ ຮ່ວມກັບ ອົງການຮ່ວມມືສາກົນຍີ່ປຸ່ນ (JICA) ປະຈໍາ ສປປ ລາວ ໄດ້ຈັດພິທີລົງນາມ ສັນຍາການຮ່ວມມື ເພື່ອຈັດຕັ້ງປະຕິບັດໂຄງການ ສ້າງແຜນແມ່ບົດດ້ານພະລັງງານປະສົມປະສານແບບຍືນຍົງໃນສັງຄົມ ໂດຍແນໃສ່ການລົບລ້າງກາກບອນໄດອອກໄຊ (CO2) ໃນ ສປປ ລາວ (Signing on Record and Discussion on “Laos’ Integrated Energy towards Sustainable Carbon Neutral Society Master Plan”). ເຊິ່ງເປັນໂຄງການພື້ນຖານຂອງການຮ່ວມມືດ້ານເຕັກນິກ ວ່າດ້ວຍການຫັນປ່ຽນດ້ານພະລັງງານ ຂອງ ສປປ ລາວ ໄປສູ່ການສ້າງສັງຄົມທີ່ມີການຫຼຸດຜ່ອນການກໍ່ໃຫ້ເກີດ ກາກບອນໄດອອກໄຊ (CO2) ໂດຍໄດ້ຮັບການສະໜັບສະໜູນ ຈາກອົງການຮ່ວມມືສາກົນຍີ່ປຸ່ນ (JICA) ໃນໄລຍະເວລາ 3 ປີ, ໂຄງການຈະໄດ້ເລີ່ມຈັດຕັ້ງປະຕິບັດແຕ່ປີ 2023-2025.
 
          ພິທີລົງນາມໄດ້ຈັດຂຶ້ນໃນວັນທີ 25 ສິງຫາ 2022 ຕາງໜ້າກະຊວງພະລັງງານ ແລະ ບໍ່ແຮ່ ລົງນາມໂດຍ ທ່ານ ປອ ຈັນສະແຫວງ ບຸນຍົງ ຫົວໜ້າກົມນະໂຍບາຍ ແລະ ແຜນພະລັງງານ ແລະ ຕາງໜ້າອົງການ JICA ປະຈໍາ ສປປ ລາວ ໂດຍແມ່ນ ທ່ານ ນາກາເຊະ ໂຕສິໂອະ (Mr. NAGASE Toshio) ຫົວໜ້າຫ້ອງການ JICA ປະຈຳ ສປປລາວ. ໂຄງການດັ່ງກ່າວນີ້, ເປັນໂຄງການທີ່ມີສຳຄັນຫຼາຍ ເນື່ອງຈາກວ່າປັດຈຸບັນນີ້ ມີຫຼາຍປະເທດໃນທົ່ວໂລກ ໄດ້ແນໃສ່ການພັດທະນາບບຍືນຍົງ ແລະ ສີຂຽວ ເຊິ່ງລວມທັງສປປ ລາວ ທີ່ກໍາລັງປະກາດຄວາມຕັ້ງໃຈທີ່ຈະດໍາເນີນເປົ້າໝາຍການຫຼຸດຜ່ອນກາກບອນໄດອອກໄຊ (CO2) ໂດຍອີງໃສ່ແຜນງານແຫ່ງຊາດການປະກອບສ່ວນແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ Nationally Determined Contributions (NDC). ບັນດາສະຖາບັນ ແລະ ອົງກອນລັດຖະບານລາວ ພວມດຳເນີນການສ້າງມາດຕະການຕ່າງໆ ໂດຍມີເປົ້າໝາຍໃນການພັດທະນາທີ່ຄຽງຄູ່ໄປກັບ ການຫຼຸດຜ່ອນການປ່ອຍທາດອາຍພິດເຮືອນແກ້ວ (Greenhouse Gas Emission) ເພື່ອຈໍາກັດການເພີ່ມຂຶ້ນຂອງອຸນຫະພູມ.
 
ພາບ ແລະ ແຫຼ່ງຂໍ້ມູນ: ກົມນະໂຍບາຍ ແລະ ແຜນພະລັງງານ
ຮຽບຮຽງຂ່າວ: ຄຳແສງ ແກ້ວປະເສີດ