ສະ​ຖາ​ບັນ​ຄົ້ນ​ຄວ້າ​ພະ​ລັງ​ງານ ແລະ ບໍ່​ແຮ່ ຮ່ວມ​ກັບ ມະຫາວິທະຍາໄລ ວິທະຍາສາດ ແລະ ເຕັກໂນໂລຊີ ຄຸນໝີງ ຈັດ​ຊຸດຝຶກອົບຮົມບຸກຄະລາກອນວິທະຍາສາດ ແລະ ເຕັກໂນໂລຊີ ປະດິດສ້າງພະລັງງານສີຂຽວ

ໃນວັນທີ 24 ກຸມ​ພາ 2022 ນີ້, ເພື່ອຈັດຕັ້ງປະຕິບັດ ຄວາມເຫັນດີເຫັນພ້ອມ ຂອງ ຝ່າຍຈີນ ທີ່ວ່າ ຈິນສະໜັບສະໜູນ ແລະ ຊ່ວຍບໍາລຸງສ້າງພອນສະຫວັນວິຊາການທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີ ເພື່ອປັບປຸງຍົກລະດັບຄວາມອາດສາມາດໃນການຄົ້ນຄວ້າວິທະຍາສາດ ເຕັກໂນໂລຊີ ແລະ ສົ່ງເສີມການນໍາໃຊ້ຜົນສໍາເລັດດ້ານວິທະຍາສາດ ແລະ ເຕັກໂນໂລຊີເຂົ້າໃນການພັດທະນາຂອງລາວ, ຮັບໃຊ້ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ແລະ ຍຸດທະສາດຂອງລາວວ່າ “ຫັນປ່ຽນປະເທດລາວຈາດປະເທດທີ່ບໍ່ມີທະເລໃຫ້ກາຍເປັນປະເທດທີ່ມີການເຊື່ອມໂຍງເຂົ້າກັນ ”, ອີງໃສ່ໂຄງການການຮ່ວມມືສາກົນຫົວຂໍ້ສະເພາະຂອງແຂວງຢຸນນານ, ໂດຍໃຫ້ມະຫາວິທະຍາໄລ ວິທະຍາສາດ ແລະ ເຕັກໂນໂລຊີ ຄຸນໝີງ ເປັນຄະນະຈັດຕັ້ງປະຕິບັດ, ສະຖາບັນຄົ້ນຄວ້າ ພະລັງງານ ແລະ ບໍ່ແຮ່ ກະຊວງພະລັງງານ ແລະ ບໍ່ແຮ່ ສປປ ລາວ ເປັນຄະນະສົມທົບ, ຊຶ່ງໄດ້ຈັດຂຶ້ນພິທີເປີດຮຽນ ຂອງຊຸດຝຶກອົບຮົມບຸກຄະລາກອນວິທະຍາສາດ ແລະ ເຕັກໂນໂລຊີປະດິດສ້າງພະລັງງານ ສີຂຽວ ໃນຫ້ອງປະຊຸມຂອງມະຫາວິທະຍາໄລ ວິທະຍາສາດ ແລະ ເຕັກໂນໂລຊີ ຄຸນໝີງ ແລະ ກະຊວງພະລັງງານ ແລະ ບໍ່ແຮ່ ສປປ ລາວ ໃນເວລາພ້ອມກັນໂດຍຮູບແບບອອນໄລ໌ທາງໄກ ໂດຍ​ການ​ເປັນ​ປະ​ທານ​ຮ່ວມ​ຂອງ ທ່ານນາງຈັດສະຫວາດ ບຸບຜາ, ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ໄຊຊະນະ ສິດທິພອນ ຮອງປະທານ ຄະນະກໍາມະການຮ່ວມມືລາວ-ຈີນ, ທ່ານ ຊົງກວາງຊີງ ຮອງປະທານພະແນກວິທະຍາສາດ ແລະ ເຕັກໂນໂລຊີ ຢຸນນານ, ທ່ານຫວາງ ຮົວ, ອະທິການບໍດີ ມະຫາວິທະຍາໄລ ວິທະຍາສາດ ແລະ ເຕັກໂນໂລຊີ ຄຸນໝີງ ແລະ ທ່ານ ມາເວີນຮຸ້ຍ, ອະທິການບໍດີ ມະຫາວິທະຍາໄລ ພູເອີ, ຫົວໜ້າຂອງ ຂະແໜງການການຮ່ວມມືທີໜຶ່ງຂອງ ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ຢຸນນານ, ພະແນກການຮ່ວມມື ແລະ ແລກປ່ຽນກັບການຕ່າງປະເທດ, ຄະນະວິທະຍາສາດ ແລະ ເຕັກໂນໂລຊີ, ຄະນະວິສະວະກໍາໂຫກະສາດ ແລະ ພະລັງງານ, ຄະນະການສືບຕໍ່ສຶກສາທີການຂອງ ມະຫາວິທະຍາໄລ ວິທະຍາສາດ ແລະ ເຕັກໂນໂລຊີ ຄຸນໝີງ, ຫ້ອງການຕາງໜ້າ ມະຫາວິທະຍາໄລ ວິທະຍາສາດ ແລະ ເຕັກໂນໂລຊີ ຄຸນໝີງ ປະຈໍານະຄອນຫຼວງວຽງຈັນ ແລະ ບັນດາຄູ່ຝຶກນັກຊ່ຽວຊານ ກໍ່ໄດ້ເຂົ້າຮ່ວມພິທີເປີດຮຽນຄັ້ງນີ້.

ທ່ານ ນາງ ຈັນສະຫວາດ ບຸບຜາ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ລາວໄດ້ຊີ້ອອກວ່າ ການຈັດຕັ້ງປະຕິບັດຊຸດຝຶກອົບຮົມຄັ້ງນີ້ແມ່ນເປັນການເຄື່ອນໄຫວສໍາຄັນທີ່ເພື່ອຈັດຕັ້ງຜັນສະຫຍາຍ ຂໍ້2.3 ຂອງແຜນແມ່ບົດຂອງຄູ່ຮ່ວມຊາຕາກໍາລາວ-ຈີນ ທີ່ວ່າ ການຮ່ວມມືບໍາລຸງກໍ່ສ້າງບຸກຄະລາກອນ, ເພື່ອແນ່ໃສ່ຊ່ວຍເຫຼືອ ບັນດາກົມ, ສະຖາບັນຕັ້ງແຕ່ສູນກາງ ຫາ ທ້ອງຖິ່ນ, ວິສາຫະກິດ, ຜູ້ລົງທຶນຂະແໜງການພະລັງງານ, ຈະສາມາດເພີ່ມຄວາມຮູ້ພ້ອມທັງນໍາໃຊ້ຄວາມຮູ້ທີ່ໄດ້ຮຽນຮູ້ຮັບໃຊ້ ວຽກງານ, ຫວັງຢ່າງຍິງວ່າ ບັນດານັກສໍາມະນາກອນຈະໄດ້ເອົາໃຈໃສ່, ປຶກສາຫາລື, ແລກປ່ຽນບົດຮຽນ ແລະ ມີຄໍາຖານເຈາະຈີ້ມໃນສິ່ງທີ່ຕົນບໍ່ທັນເຂົ້າໃຈ, ເພື່ອບັນລຸໄດ້ຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ກໍານົດໄວ. ຂະ​ນະ​ທີ່ ທ່ານ ຫາງຮົວ, ອະທິການບໍ່ດີ ຂອງມະຫາວິທະຍາໄລ ວິທະຍາສາດ ແລະ ເຕັກໂນໂລຊີ ຄຸນໝີງ ຊີ້ອອກວ່າ ການແຜ່ລະບາດຂອງພະຍາດໂຄວິດໃນທົ່ວໂລກແມ່ນຄວາມເປັນຈິງທີ່ພວກເຮົາຈໍາເປັນຕ້ອງໄດ້ປະເຊີນໜ້າກັນ ແລະ ຜ່ານຜ່າ, ແຕ່ກີດຂວາງຄວາມມຸ່ງໝັ້ນ ແລະ ຄວາມຄືບໜ້າຂອງການຮ່ວມມືລະຫວ່າງລາວ-ຈີນ ບໍ່ໄດ້, ການຈັດຂຶ້ນຊຸດຝຶກອົບຮົມໃນຄັ້ງນີ້ຈະສ້າງຂົວຕໍ່ສື່ສານ ແລະ ແລກປ່ຽນໃຫ້ແກ່ສອງຝ່າຍ ລາວ-ຈີນ, ຄົງຈະສົ່ງເສີມການບໍາລຸງຍົກລະດັບຄວາມຮູ້ຄວາມສາມາດຂອງບຸກຄະລາກອນລະດັບສູງໃນຂະແໜງການພະລັງງານ ແລະ ໂລຫະສາດ ແລະ ການກໍ່ສ້າງເວທີ່ການບໍລິການສາທາລະນະ, ແລະ ຈະນໍາພາປະເທດທີ່ຢູ່ລຽບໜຶ່ງແລວໜຶ່ງເສັ້ນທາງໄດ້ຮັບການເຊື່ອມໂຍງ ແລະ ການພັດທະນາແບບສີຂຽວໃນຂະແໜງການອຸດສາຫະກໍາພະລັງງານ, ຊັບພະຍາກອນແຮ່ທາດ ແລະ ພະລັງງານສະອາດ ແລະ ເຮັດໃຫ້ມີການຮ່ວມມືດ້ານເຕັກໂນໂລຊີຕ່ອງໂສ້ອຸດສາຫະກໍາຄົບວົງຈອນ ແລະ ການແລກປ່ຽນດ້ານວິຊາການ. ສ່ວນ ທ່ານ ໄຊຊະນະ ສິດທິພອນ, ຮອງປະທານ ຄະນະກໍາມະການຮ່ວມມືລາວ-ຈີນ ໄດ້ຊີ້ໃຫ້ເຫັນວ່າ, ລາວ ແລະ ຈີນ ເປັນບ້ານໃກ້ເຮືອນຄຽງສັງຄົມນິຍົມທີດີ, ລາວບໍ່ພຽງແຕ່ມີຄວາມອຸດົມສົມບູນເຕັມໄປດ້ວຍຊັບພະຍາກອນແຮ່ທາດ, ຍັງມີແຫຼ່ງພະລັງງານທີ່ອຸດົມສົມບູນ, ການດໍາເນີນການຮ່ວມມືຢ່າງແທ້ຈິງ ລະຫວ່າງ ມະຫາວິທະຍາໄລ ວິທະຍາສາດ ແລະ ເຕັກໂນໂລຊີ  ຄຸນໝີງ ແລະ ກະຊວງພະລັງງານ ແລະ ບໍ່ແຮ່ ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງ ສປປ ລາວ, ຈະສົ່ງເສີມການກໍ່ສ້າງຄູ່ຮ່ວມຊາຕາກໍາລາວຈີນໄດ້ຮັບການກໍ່ສ້າງຢ່າງເລິກເຊິ່ງ ແລະ ມີປະສິດທິຜົນທີດີ, ຈະນໍາຜົນປະໂຫຍດໃຫ້ແກ່ປະຊາຊົນສອງປະເທດໄດ້ເປັນຢ່າງດີ.

ຊຸມປີມໍ່ໆມານີ້, ມະຫາວິທະຍາໄລ ວິທະຍາສາດ ແລະ ເຕັກໂນໂລຊີ  ຄຸນໝີງ ໄດ້ຮັບໃຊ້ຂໍ້ລີເລີ່ມ ໜຶ່ງແລວໜຶ່ງເສັ້ນທາງ ແລະ ຍຸດທະສາດວ່າການສ້າງສູນແຜ່ກະຈາຍຕໍ່ອາຊີໃຕ້ ແລະ ອາຊີຕາເວັນອອກສຽງໃຕ້ຢ່າງຕັ້ງໜ້າ,ໂດຍຖືເອົາການບໍາລຸງບຸກຄະລາກອນດ້ານການຮ່ວມມືກໍາລັງການຜະລິດສາກົນເເປັນທິດທາງ, ອີງໃສ່ຄວາມໄດ້ປຽບທີມີດ້ານການຮ່ວມມືສາກົນດ້ານການສຶກສາ, ໄດ້ດໍາເນີນການເຊື່ອມໂຍງເຂົ້າກັນຕໍ່ຊັບພະຍາກອນການສຶກສາພາຍໃນຂອບໜຶ່ງແລວໜຶ່ງເສັ້ນທາງ, ໄດ້ສ້າງລະບົບການສຶກສາຂ້າມພົມແດນທີ່ຫຼາຍລະດັບ ແລະ ຫຼາຍຂົງເຂດ, ຊຶ່ງໄດ້ສ້າງບຸກຄະລາກອນເຕັກໂນໂລຊີວິສະວະກໍາຈໍານວນຫຼາຍໃຫ້ແກ່ປະເທດຫວຽດນາມ, ລາວ, ມຽນມາ ແລະ ມາເລເຊຍ ແລະ ປະເທດອື່ນໆຂອງອາຊີໃຕ້ ແລະ ອາຊີຕາເວັນອອກສຽງໃຕ້. ນັບແຕ່ ປີ 2017 ເປັນຕົ້ນມາ, ພາຍໃຕ້ການຊີ້ນໍາ-ນໍາພາຂອງແນວຄວາມຄິດການປຶກສາຫາລືຮ່ວມກັນ, ການກໍ່ສ້າງຮ່ວມກັນ, ມະຫາວິທະຍາໄລວິທະຍາສາດ ແລະ ເຕັກໂນໂລຊີຄຸນໝິງ ແລະ ກະຊວງພະລັງງານ ແລະ ບໍ່ແຮ່ຂອງລາວ ໄດ້ບັນລຸຈຸດປະສົງດ້ານການຮ່ວມມືໃນການຝຶກອົບຮົມຄວາມສາມາດ ແລະ ນະວັດຕະກໍາເຕັກໂນໂລຊີ ໃນຂົງເຂດບໍ່ແຮ່ ແລະ ພະລັງງານ. ສອງຝ່າຍໄດ້ ປະຕິບັດ​ການ​ຮ່ວມ​ມື​ຮອບດ້ານ​ຢ່າງ​ບໍ່​ຢຸດ​ຢັ້ງໃນດ້ານການຄົ້ນຄວ້າວິທະຍາສາດເຕັກໂນໂລຊີ, ການບໍາລຸງກໍ່ສ້າງບຸກຄະລາກອນ ແລະ ການແລກປ່ຽນເຕັກນໂນໂລຊີ, ໄດ້​ລົງ​ນາມ​ໃນ “ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ການ​ຮ່ວມ​ມື​ກໍ່ສ້າງ​ເຕັກ​ໂນ​ໂລ​ຊີ​ໃໝ່​ຂອງ​ການ​ຂຸດ​ຄົ້ນ​ບໍ່​ແຮ່​ ແລະ​ ໂລຫະ ​ແລະ ​ພະລັງງານ​ ແລະ​ ສູນ​ຄົ້ນ​ຄ້ວາ​ວິ​ສະ​ວະ​ກຳ​ບໍ່​ແຮ່” ​ແລະ “ສັນຍາ​ການ​ຮ່ວມ​ມື​ດ້ານ​ການ​ຝຶກ​ອົບຮົມ​ພອນ​ສະ​ຫວັນ”. ​ແລະ​ ໄດ້​ຈັດ​ຂຶ້ນຊຸດ ຝຶກອົບຮົມສຳມະນາການພັດທະນາອຸດສາຫະກຳໂລຫະ ແລະ ພະລັງງານ ​ເປັນ​ຄັ້ງ​ທຳ​ອິດ​ໃນ ນະຄອນຫຼວງວຽງຈັນໃນປີ 2019.

         ການຝຶກອົບຮົມຄັ້ງນີ້ ຈະເສີມຂະຫຍາຍນໍ້າໃຈການຮ່ວມມືລະຫວ່າງຈີນ ແລະ ອາຊຽນທີ່ວ່າ ໄວ້ເນື້ອເຊື່ອໃຈກັນ ແລະ ກັນ, ເຂົ້າໃຈກັນ ແລະ ກັນ, ສ້າງຜົນປະໂຫຍດກັນ ແລະ ກັນ, ຊ່ວຍເຫຼືອກັນ ແລະ ກັນ, ດໍາເນີນໄປດ້ວຍຄວາມມຸ່ງໝັ້ນກ່ຽວກັບການຮ່ວມມືຢ່າງຈິງໃຈ, ຈະຊ່ວຍເພີ່ມທະວີຈິດສໍານຶກ

ກ່ຽວກັບຄູ່ຮ່ວມຊາຕາກໍາ, ບັນລຸເປົ້າໝາຍກ່ຽວກັບການສ້າງສາງບຸກຄະລາກອນເຕັກໂນໂລຊີວິສະວະກໍາ

ໃນຂະແໜງການໂລຫະສາດ ແລະ ພະລັງງານ, ເພື່ອການພັດທະນາສາຍພົວພັນຍຸດທະສາດລະຫວ່າງ

ລາວ – ຈີນ ມີຊີວິດຊີວາຢ່າງບໍ່ຢຸດຢັ້ງ ແລະ ຈະ​ດຳ​ເນີນ​ຈົນ​ຮອດ​ວັນ​ທີ 9 ມີ​ນາ 2022 ນີ້​ຈຶ່ງ​ຈະ​ປິດ​ລົງ.

 

          ພາບ: ສົມ​ສະ​ໜຸກ ທອງ​ສະ​ຫງວນ

          ຂ່າວ:ຄຳ​ແສງ ແກ້​ວ​ປະ​ເສີດ