ງານມະຫາກຳກິລາແຫ່ງຊາດຄັ້ງທີ XI ໄດ້ເປີດສາກຂຶ້ນຢ່າງຍິ່ງໃຫຍ່ Post author:mem admin Post published:28/12/2022 Post category:ການເຄື່ອນໄຫວຂອງຄະນະນຳກະຊວງພະລັງງານ ແລະ ບໍ່ແຮ່ ພາຍຫລັງໄດ້ກະກຽມມາຫລາຍປີ, ມາໃນຕອນແລງຂອງວັນທີ 13 ທັນວາ ນີ້, ງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI ເຊິ່ງເປັນງານແຂ່ງຂັນກິລາທີ່ຍິ່ງໃຫຍ່ຂອງປະເທດພວກເຮົາ ກໍ່ໄດ້ເປີດສາກຂຶ້ນຢ່າງເປັນທາງການ ໂດຍໃຫ້ກຽດເຂົ້າຮ່ວມກ່າວເປີດງານຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ. ມີການນຳພັກ, ລັດ ຈາກສູນກາງ ແລະ ທ້ອງຖິ່ນ ພ້ອມດ້ວຍຄະນະນຳ, ຄູຝຶກ ແລະ ນັກກິລາຈາກ 17 ແຂວງ, 1 ນະຄອນຫລວງ, 4 ກະຊວງ ແລະ ມວນຊົນຊາວແຂວງຊຽງຂວາງເຂົ້າຮ່ວມຢ່າງຫລວງຫລາຍ ງານມະຫາກຳກິລາແຫ່ງຊາດຄັ້ງນີ້ ມີນັກກິລາເຂົ້າຮ່ວມທັງໝົດ 3.093 ຄົນ, ໃນ 25 ປະເພດກິລາຄື: ຍິງປືນ, ລອຍນໍ້າ, ບານບ້ວງ, ເທຄວັນໂດ, ໝາກແລ້, ຍິງທະນູ, ໜ້າເກັກ, ແລ່ນ-ລານ, ມວຍສາກົນ, ໝາກເສິກ, ປັນຈັກສິລັດ, ມວຍປໍ້າ, ຄາຣາເຕໂດ, ກະຕໍ້-ຊິນລອນ, ບານເຕະ, ໝາກຂ່າງ, ເປຕັງ, ກ໋ອບ, ດອກປີກໄກ່, ເທັນນິສ, ລົດຖີບ, ປິ໋ງປ໋ອງ, ມວຍລາວ, ຢູໂດ ແລະ ວູຊູ. ມີການຊີງໄຊຫຼຽນລາງວັນທັງໝົດ 2.598 ຫຼຽນ ສຳລັບການນຳກະຊວງ ພະລັງງານ ແລະ ບໍ່ແຮ່ ເຂົ້າຮ່ວມພິທີເປີດງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI ໂດຍແມ່ນ ສະຫາຍ ປອ ດາວວົງ ພອນແກ້ວ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ນອກຈາກນີ້ຍັງມີຄະນະນຳ, ຄູຝຶກ ແລະ ນັກກິລາ ເຂົ້າຮ່ວມ 100 ກວ່າຄົນ. ໂດຍ: ຄຳແສງ ແກ້ວປະເສີດ You Might Also Like ທ່ານ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ພົບປະ, ໂອ້ລົມ ພະນັກງານຫຼັກແຫຼ່ງ ອ້ອມຂ້າງກະຊວງພະລັງງານ ແລະ ບໍ່ແຮ່ 28/02/2023 ກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ຈັດພິທີປະກາດການຈັດຕັ້ງ ຂັ້ນກົມ. 24/02/2022 ແຂວງໄຊສົມບູນ ຕີລາຄາຄືນການດຳເນີນທຸລະກິດຂອງລັດວິສາຫະກິດໄຟຟ້າລາວ 30/03/2023
ທ່ານ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ພົບປະ, ໂອ້ລົມ ພະນັກງານຫຼັກແຫຼ່ງ ອ້ອມຂ້າງກະຊວງພະລັງງານ ແລະ ບໍ່ແຮ່ 28/02/2023