ກະຊວງ ພະລັງງານ ແລະ ບໍ່ແຮ່ ເອົາໃຈໃສ່ຈັດຕັ້ງປະຕິບັດ ດຳລັດ 599/ລບ, ວັນທີ 29 ກັນຍາ 2021 ກ່ຽວກັບລົດລັດ ຢ່າງຕັ້ງໜ້າ

          ກອງປະຊຸມສະຫຼຸບ ແລະ ຖອດຖອນບົດຮຽນ ການຈັດຕັ້ງປະຕິບັດດຳລັດຂອງ ລັດຖະບານ ກ່ຽວກັບການບໍລິຫານລົດລັດຢູ່ ກະຊວງ ພະລັງງານ ແລະ ບໍ່ແຮ່ ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ຈັນສະຫວາດ ບຸບຜາ ຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່, ຫົວໜ້າຄະນະຮັບຜິດຊອບຈັດສັນລົດບໍລິຫານລວມ ຂອງ ກະຊວງ ພະລັງງານ ແລະ ບໍ່ແຮ່, ມີ ທ່ານ ຈັນທະພອນ ແກ້ວມາລາວົງ ຫົວໜ້າກົມບໍລິຫານ-ພິທີການ ແລະ ການເງິນ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ພ້ອມຄະນະກໍາມະການຄະນະຮັບຜິດຊອບຈັດສັນລົດບໍລິຫານລວມ ຂອງ ກະຊວງ ພະລັງງານ ແລະ ບໍ່ແຮ່ ແລະ ຕາງໜ້າຈາກກະຊວງ ການເງິນ ເຂົ້າຮ່ວມ.

          ທ່ານ ຄຳໂສ້ ກຸໂພຄຳ ຮອງຫົວໜ້າຄະນະຮັບຜິດຊອບຈັດສັນລົດບໍລິຫານລວມ ຂອງ ກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ລາຍງານຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດດຳລັດດັ່ງກ່າວ ຢູ່ກະຊວງ ພະລັງງານ ແລະ ບໍ່ແຮ່ ໂດຍສະເພາະພາຍຫຼັງ ລັດຖະບານ ໄດ້ອອກດຳລັດສະບັບເລກທີ 599 ກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ເອົາໃຈໃສ່ຈັດຕັ້ງການເຜີຍແຜ່ໃຫ້ພະນັກງານ-ຫຼັກແຫຼ່ງ ເພື່ອໃຫ້ເຂົ້າໃຈຢ່າງເລິກເຊິ່ງຈຸດປະສົງ ແລະ ເນື້ອໃນຂອງດຳລັດສະບັບດັ່ງກ່າວ.

          ພ້ອມກັນນີ້, ກໍ່ໄດ້ແຕ່ງຕັ້ງຄະນະຮັບຜິດຊອບ ກ່ຽວກັບການຈັດສັນລົດບໍລິຫານລວມຂອງກະຊວງ ພະລັງງານ ແລະ ບໍ່ແຮ່ ໂດຍແມ່ນ ທ່ານ ຮອງລັດຖະມົນຕີເປັນຫົວໜ້າຄະນະ, ປະກອບມີຄະນະກຳມະການຈາກຫ້ອງການກະຊວງ, ບັນດາກົມ ແລະ ສະຖາບັນອ້ອມຂ້າງກະຊວງ; ສຳເລັດການເກັບກຳບັນຊີລົດລັດ ທີ່ ກະຊວງ ພະລັງ ງານ ແລະ ບໍ່ແຮ່ ຄຸ້ມຄອງທຸກປະເພດ ແລະ ສົ່ງບັນຊີດັ່ງກ່າວ ໃຫ້ ກະຊວງ ການເງິນແລ້ວ.

ຫຼັງຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມໄດ້ພ້ອມກັນແລກປ່ຽນ ແລະ ຖອດຖອນບົດຮຽນຮ່ວມກັນຢ່າງກົງໄປກົງມາ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດດຳລັດຂອງລັດຖະບານ ສະບັບເລກທີ 599 ຢູ່ກະຊວງພະລັງງານ ແລະ ບໍ່ແຮ່ ສຳເລັດໂດຍໄວ.

ພາບ: ລຸ້ງຟ້າ ອົບພະຈັນ
ຂ່າວ: ຄຳແສງ ແກ້ວປະເສີດ