ພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ອັດຕະປື ປະກາດການຈັດຕັ້ງຫຼາຍຕໍາແໜ່ງງານ

           ພິທີດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 7 ມີນາ 2024 ຜ່ານມານີ້, ທີ່ຫໍປະຊຸມໃຫຍ່ຂອງແຂວງ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ຄໍາບຸນ ດວງພະບາງ ຮອງເລຂາພັກແຂວງ, ຜູ້ຊີ້ນຳວຽກງານອນວຄິດ, ພັກ, ພະນັກງານຂັ້ນແຂວງ; ທ່ານ ສຸດໃຈ ກົມມະເມືອງ ເລຂາຄະນະພັກຮາກຖານ, ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງ, ມີຄະນະພະແນກ, ຄະນະຂະແໜງ ພ້ອມດ້ວຍພະນັກງານພາຍໃນພະແນກພະລັງງານ ແລະ ບໍ່ແຮ່ ເຂົ້າຮ່ວມຢ່າງພ້ອມພຽງ.
          ໃນພິທິຕ່າງໜ້າຄະນະຈັດຕັ້ງແຂວງ ໄດ້ຂຶ້ນຜ່ານນິຕິກຳຂອງ ທ່ານ ເຈົ້າແຂວງອັດຕະປື ວ່າດ້ວຍການແຕ່ງຕັ້ງພະນັກງານນຳພາພາຍໃນພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ໃນນີ້, ໄດ້ແຕ່ງຕັ້ງ ທ່ານ ວັນນາໄລ ວຽງພະຈັນ ຫົວໜ້າຂະແໜງຄຸ້ມຄອງບໍ່ແຮ່ ຂື້ນເປັນຮອງຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງ;

          ນອກຈາກນີ້, ຍັງໄດ້ປະກາດຕຳແໜ່ງບໍລິຫານຂັ້ນຂະແໜງການຕື່ມອີກຄື: ຂະແໜງ ບໍລິຫານ, ຈັດຕັ້ງ ແລະ ແຜນການ ໄດ້ແຕ່ງຕັ້ງ ທ່ານ ອິນຕາ ຈັນຕາວົງເປັນຫົວໜ້າ, ທ່ານ ນ. ມະໄລກອນ ເສນາເພັດ ແລະ ທ່ານ ບົວລຽນ ວົງຊາດາ ເປັນຮອງ; ຂະແໜງ ກວດກາ ໄດ້ແຕ່ງຕັ້ງ ທ່ານ ສະໄໝ ລັດຖະຈັກ ເປັນຫົວໜ້າ, ທ່ານ ນ. ສຸກດາໄລ ວົງຊາລະຊິດ ເປັນຮອງ; ຂະແໜງ ນະໂຍບາຍ, ສົ່ງເສີມ ແລະ ຄຸ້ມຄອງພະລັງງານທົດແທນ ໄດ້ແຕ່ງຕັ້ງ ທ່ານ ວັນນາ ແກ້ວມະນີວົງ ເປັນຫົວໜ້າ, ທ່ານ ເພັດສະຫວັນ ພິລາວົງ ແລະ ທ່ານ ດິກໂກ ສຸດນາມສຸລິນ ເປັນຮອງ; ຂະແໜງ ທຸລະກິດພະລັງງານ ແລະ ຄຸ້ມຄອງຄວາມປອດໄພອຸດສະຫະກຳພະລັງງານ ໄດ້ແຕ່ງຕັ້ງ ທ່ານ ພູຂົງ ໄຊຍະເພັດ ເປັນຫົວໜ້າ, ທ່ານ ໂສດາລີ ຈັນທະລັງສີ, ທ່ານ ສຸກລັດຕາ ກາວນຊານົນ ແລະ ທ່ານ ເພັດໄກສອນ ແກ້ວມະນີວົງ ເປັນຮອງ; ຂະແໜງ ທໍລະນີສາດ ແລະ ແຮ່ທາດ ໄດ້ແຕ່ງຕັ້ງ ທ່ານ ວຽງແກ້ວ ໄຊຍະລາດ ເປັນຫົວໜ້າ, ທ່ານ ອຳຄາ ວໍລະວົງ, ທ່ານ ສໍລະສິດ ແສນປະເສີດ ແລະ ທ່ານ ສຸກສຳລານ ແສງສຸລີຈັນ ເປັນຮອງ; ຂະແໜງ ຄຸ້ມຄອງບໍ່ແຮ່ ໄດ້ແຕ່ງຕັ້ງ ທ່ານ ນາໄລ ນໍລະສິງ ເປັນຫົວໜ້າ, ທ່ານ ໄພບູນ ສີລິບູນມາ ແລະ ທ່ານ ສຸບັນ ຍົງວົງສິດທິ ເປັນຮອງ;

          ໃນໂອກາດທີ່ມີຄວາມໝາຍສຳຄັນດັ່ງກ່າວ, ທ່ານ ຄໍາບຸນດວງພະບາງ ຮອງເລຂາພັກແຂວງ, ຜູ້ຊີ້ນຳວຽກງານອນວຄິດ, ພັກ, ພະນັກງານຂັ້ນແຂວງ ກໍໄດ້ໃຫ້ກຽດໂອ້ລົມ, ກ່ອນອື່ນ ທ່ານ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ໝາກຜົນ ແລະ ຜົນສໍາເລັດບັນດາ ທ່ານ ຍາດມາກໍຄືຖຶກມອບໝາຍໜ້າທີ່ການເມືອງທີ່ພັກ-ລັດໄດ້ມອບໃຫ້, ເປັນຂີດໝາຍໃໝ່ຂອງການປັບປຸງ, ສັບຊ້ອນປະກາດກລະບົບການຈັດຕັ້ງຂອງຂົງເຂດພະລັງງານ ແລະ ບໍ່ແຮ່ ກໍ່ເພື່ອເຮັດໃຫ້ວຽກ ງານຂອງພັກ-ລັດ ມີຄວາມເຂັ້ມແຂງຮອບດ້ານ, ຮັບປະກັນການປະຕິບັດໜ້າທີ່ການເມືອງໃນການຊີ້ນຳ-ນໍາພາ ໃຫ້ຄວາມເປັນເອກະພາບເຂັ້ມແຂງ, ທຸກໜ້າທີ່ວຽກງານ ລ້ວນແຕ່ມີຄວາມໝາຍສໍາຄັນ, ເຄື່ອນໄຫວຈັດຕັ້ງປະຕິບັດ ຕາມພາລະບົດ, ໜ້າທີ ແລະ ຂອບເຂດສິດໃນຄວາມຮັບຜິດຊອບຂອງຕົນໃຫ້ມີຜົນສໍາເລັດ,ຮັບປະກັນເຮັດໃຫ້ວຽກງານໃນຂົງເຂດພະລັງງານ ແລະ ບໍ່ແຮ່ ແຂວງ ມີການພັດທະນາ, ເພີ່ມທະວີ ເອົາໃຈໃສ່ໄດ້ກໍາແໜ້ນຕໍ່ແນວທາງການປ່ຽນແປງໃໝ່ຂອງພັກ-ລັດ, ປະຕິບັດມະຕິຄໍາສັ່ງຕ່າງໆທີ່ຂັ້ນເທິງວາງອອກ ເພື່ອພັດທະນາວຽກງານ ໃຫ້ມີທ່າກ້າວຂະຫຍາຍຕົວດີຂຶ້ນກວ່າເກົ່າ.

ແຫຼ່ງຂ່າວ: ຂ່າວສານອອນລາຍອັດຕະປື
ຮຽບຮຽງ: ຄຳແສງ ແກ້ວປະເສີດ
Website:www.mem.gov.la
ສາຍດ່ວນ: 1506