
ຕອນເຊົ້າຂອງວັນທີ 8 ສິງຫາ 2023 ນີ້, ຢູ່ຫ້ອງວ່າການແຂວງ ຄຳມ່ວນ (ຈຸດຮັບບໍລິຈາກ) ບໍລິສັດລາວຄາຍຢວນ ບໍ່ແຮ່ ຈຳກັດຜູ້ດຽວ ນໍາໂດຍ ທ່ານ ຫວາງເຕີສວນ ປະທານບໍລິສັດລາວຄາຍຢວນ ບໍ່ແຮ່ ຈໍາກັດຜູ້ດຽວ ໄດ້ນໍາເອົາເງິນສົດ ແລະ ເຄື່ອງບໍລິໂພກ, ອຸປະໂພກເຊັ່ນ: ນ້ຳດື່ມ, ເຂົ້້າສານ, ຫມີ່, ເຂົ້າຈີ່ ລວມມູນຄ່າ 200ລ້ານກີບ ມາມອບໃຫ້ອໍານາດການປົກຄອງແຂວງ ຄໍາມ່ວນ ເພື່ອນໍາໄປຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມຢູ່ແຂວງ ຄໍາມ່ວນ ໂດຍໃຫ້ກຽດກ່າວຮັບຂອງ ທ່ານ ວັນໄຊ ຟອງສະຫວັນ ເຈົ້າແຂວງໆຄຳມ່ວນ ໂດຍຊ່ອງໜ້າການເຂົ້າຮ່ວມ ແລະ ເປັນສັກຂີ່ພິຍານຂອງພະນັກງານທັງສອງຝ່າຍ.
ບໍລິສັດ ລາວຄາຍຢວນ ບໍ່ແຮ່ ຈຳກັດຜູ້ດຽວ ມີພະນັກງານທັງໝົດ 1.200 ຄົນ ໃນນັ້ນມີພະນັກງານຄົນຈີນ 350ຄົນ ແລະ ພະນັກງານລາວ 850ຄົນ. ປະຈຸບັນເປັນຜູ້ຜະລິດເກືອກາລີ ມີການລົງທຶນທີ່ໃຫຍ່ທີ່ສຸດໃນການພັດທະນາເກືອກາລີພ້ອມດ້ວຍເຕັກໂນໂລຊີທີ່ກ້າວໜ້າທີ່ສຸດ ແລະ ຂະໜາດໃຫຍ່ທີ່ສຸດ ຄຸນນະພາບຜະລິດຕະພັນຂອງບໍລິສັດເມ່ນດີເລີດເຊິ່ງໄດ້ຮັບການຍອມຮັບຈາກລູກຄ້າຢູ່ໃນຕະຫຼາດສາກົນ ແລະ ຕະຫຼາດພາຍໃນປະເທດ. ຜະລິດຕະພັນຂອງບໍລິສັດມີຊື່ສຽງກວ້າງໄກ ແລະໄດ້ຖືກວາງຈະໜ່າຍໄປຫຼາຍກວ່າ20ປະເທດ. ນັບຕັ້ງແຕ່ເລີ່ມສ້າງຕັ້ງບໍລິສັດໄດ້ເຄົາລົບ ແລະ ເຄື່ອນໄຫວວຽກງານກົດໝາຍແລະລະບຽບການຂອງ ສປປ ລາວ ພ້ອມທັງໄດ້ປະຕິບັດໜ້າທີ່ ແລະ ພັນທະຂອງສັງຄົມຢ່າງຕັ້ງໜ້າ ມາຮອດເດືອນມິຖຸນາ ປີ 2022 ບໍລິສັດໄດ້ມອບພັນທະອາກອນປະກອບສ່ວນເຂົ້າງົບປະມານໃຫ້ລັດຖະບານ ທັງໝົດເປັນມູນຄ່າ100 ລ້ານໂດລາສະຫາລັດ ເຊິ່ງສາມາດຊຸກຍູ້ເສດຖະກິດຂອງລັດຖະບານ ກໍ່ຄືການສ້າງວຽກເຮັດງານທຳໃຫ້ແກ່ທ້ອງຖິ່ນ. ມາຮອດປະຈຸບັນ ບໍລິສັດ ໄດ້ນຳໃຊ້ງົບປະມານເຂົ້າໃນການຊ່ວຍເຫຼືອ ຊຸມຊົນອ້ອມຂ້າງໂຄງການທັງໝົດ 5.600.000 ໂດລາສະຫາລັດ.
ພາບ: ກົມຄຸ້ມຄອງບໍ່ແຮ່
ຂ່າວ: ສູນຂ່າວພະລັງງານ ແລະ ບໍ່ແຮ່