
ຕອນບ່າຍ ຂອງວັນທີ 22 ກຸມພາ 2024 ຜ່ານມານີ້, ເມືອງຊານໄຊ ໄດ້ຈັດພິທີ ປະກາດການແຕ່ງຕັ້ງ ຫົວໜ້າຫ້ອງການ ພະລັງານ ແລະ ບໍ່ແຮ່ເມືອງ ຂື້ນຢູ່ສະໂມສອນຫ້ອງວ່າການປົກຄອງເມືອງ ພາຍໃຕ້ການເປັນປະທານ ຂອງທ່ານ ສາຍທະລາ ໂສທິດາ ກໍາມະການພັກເມືອງ, ຮອງເຈົ້າເມືອງ ຜູ້ຊີ້ນໍາຂົງເຂດເສດຖະກິດ ແລະ ທ່ານ ສົມຫວັງ ສີລາເພັດ ຄະນະພັກຮາກຖານ, ຮອງຫົວໜ້າພະແນກ ພະລັງານ ແລະ ບໍ່ແຮ່ ແຂວງອັດຕະປື

ໃນພິທີ ທ່ານ ພູນສຸກ ແກ້ວຄໍາເພຍ ເລຂາໜ່ວຍພັກ, ວ່າການ ຫົວໜ້າຫ້ອງການພະລັງານ ແລະ ບໍ່ແຮ່ເມືອງ ໄດ້ຂື້ນຜ່ານບົດສະຫຼຸບ ການນໍາພາ-ຊີ້ນໍາ ຈັດຕັ້ງປະຕິບັດວຽກງານພະລັງານ ແລະ ບໍ່ແຮ່ ຕະຫຼອດໄລຍະ 1ປີ ທີ່ວ່າການຫົວໜ້າ ເຊິ່ງໄດ້ຍົກໃຫ້ເຫັນເຖິງຜົນສໍາເລັດຫຼາຍດ້ານຕໍ່ (1) ວຽກໜ່ວຍພັກ, (2) ວຽກອົງການຈັດຕັ້ງມະຫາຊົນ, (3) ວຽກວິຊາສະເພາະ, (4) ວຽກສາມສ້າງ, (5) ວຽກສອງວາລະແຫ່ງຊາດ, (6) ວຽກກໍ່ສ້າງຮາກຖານ, (7) ວຽກແກ້ໄຂປະກົດການຫຍໍ້ທໍ້, (ວຽກແກ້ໄຂໜີ້ສິນຄ່າກະແສໄຟຟ້າ ແລະ ວຽກງານປີ່ນອ້ອມອື່ນໆ ທີ່ນອນໃນຄວາມຮບຜິດຊອບ ຈັດຕັ້ງປະບັດຕາມພາລະບົດບາດ, ສິດໜ້າທີ່ ແລະ ຕາມການຊີ້ນໍາມອບໝາຍຂອງຂັ້ນເທິງ.
ຫຼັງຈາກນັ້ນ, ທ່ານ ຄໍາຈັນ ແກ່ຕາພັນ ຮອງຫົວໜ້າຄະນະຈັດຕັ້ງເມືອງ ຂື້ນຜ່ານຂໍ້ຕົກລົງ ຂອງທ່ານເຈົ້າເມືອງ ສະບັບເລກທີ 101/ຈມ.ຊຊ. ວ່າດ້ວຍການແຕ່ງຕັ້ງ ທ່ານ ພູນສຸກ ແກ້ວຄໍາເພຍ ເລຂາໜ່ວຍພັກ, ວ່າການຫົວໜ້າຫ້ອົງການ ພະລັງງານ ແລະ ບໍ່ແຮ່ ເມືອງຊານໄຊ ຂຶ້ນເປັນຫົວໜ້າຫ້ອງການ ພະລັງານ ແລະ ບໍ່ແຮ່ ເມືອງຊານໄຊ.

ຕອນທ້າຍພິທີ ປະທານກອງປະຊຸມ ກໍ່ໄດ້ມີຄໍາເຫັນໂອ້ລົມ ເຊິ່ງ ທ່ານ ໄດ້ເນັ້ນໜັກ ໃຫ້ເອົາໃຈໃສ່ (1) ເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນ, (2) ປະຕິບັດກົດລະບຽບຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດຢ່າງເຂັ້ມງວດ, (3) ປະຕິບັດລະບອບລວມສູນປະຊາທິປະໄຕ, ຫົວໜ້າດຽວ, ນໍາພາເປັນໝູ່ຄະນະ, ມອບໃຫ້ບຸກຄົນຮັບຜິດຊອບ, ສຽງສ່ວນໜ້ອຍຂື້ນກັບສຽງສ່ວນຫຼາຍ, ບຸກຄົນຂື້ນກັບການຈັດຕັ້ງ, (4) ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ ທີ່ໄດ້ຮັບການມອບໝາຍ…
ພາບ ແລະ ຂ່າວ: ຫ້ອງການ ພບ ເມືອງຊານໄຊ
ຮຽບຮຽງ: ຄຳແສງ ແກ້ວປະເສີດ