
ພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 15 ພຶດສະພາ 2024 ຢູ່ກົມທໍະລະນີສາດ ແລະ ແຮ່ທາດ ພາຍໃຕ້ການເປັນປະທານຂອງ ທ່ານ ສຸຂັນສັກ ສີສຸກ ຫົວໜ້າກົມທໍລະນີສາດ ແລະ ແຮ່ທາດ, ທ່ານ ໂຈ ຈຽນ ຫົວໜ້າກອງເລຂາ UNECO International Centre on Global-scale Geochemistry (ICGG), ທັງເປັນຫົວໜ້າໂຄງການ ຂອງວຽກງານສໍາຫຼວດສ້າງແຜນທີ່ທໍລະນີເຄມີ ແຫ່ງ ສປ ຈີນ. ມີຫົວໜ້າ-ຮອງຫົວໜ້າຫ້ອງການກະຊວງ, ບັນດາກົມ, ສະຖາບັນ ແລະ ລັດວິສາຫະກິດທີ່ດຳເນີນທຸລະກິດດ້ານບໍ່ແຮ່ ພ້ອມດ້ວຍພະນັກງານຂອງທັງສອງຝ່າຍເຂົ້າຮ່ວມ.

ໂຄງການຮ່ວມມືດ້ານການສ້າງແຜນທີທໍລະນີສາດ ແລະ ທໍລະນີເຄມີ ໂດຍການຈັດຕັ້ງລະຫວ່າງ ກົມທໍລະນີສາດ ແລະ ແຮ່ທາດ, ກະຊວງພະລັງງານ ແລະ ບໍ່ແຮ່ ສປປລາວ ຮ່ວມກັບ ສະຖາບັນສໍາຫຼວດທໍລະ ນີຟີຊິກ ແລະ ສໍາຫຼວດທໍລະນີເຄມີ, ກະຊວງທີ່ດິນ ແລະ ຊັບພະຍາກອນ ສປ ຈີນ ມາແຕ່ປີ 2014 ເປັນຕົ້ນມາ. ຕະຫຼອດໄລຍະ 10 ປີຜ່ານມາ ທັງສອງຝ່າຍໄດ້ຈັດຕັ້ງການມອບ-ຮັບຂໍ້ມູນ ແຜນທີ່ທໍລະນີເຄມີ ມາດຕາສ່ວນ 1:1.000.000 ໃນຂອບເຂດທົ່ວປະເທດ, ແຜນທີ່ທໍລະນີເຄ ມີ ມາດຕາສວ່ນ 1:250.000 ເຂດແຂວງຫົວພັນ ແລະ ບົດລາຍງານວຽກງານ ທໍລະນີເຄມີ ຢັ່ງສືບເຂດ ທ່າແຮງແຫຼ່ງແຮ່ຄໍາ, ທອງຢູ່ພາກໃຕ້ຂອງລາວ; ວຽກງານສຳຫຼວດສ້າງແຜນທີ່ທໍລະນີເຄມີ ກໍເປັນໜຶ່ງໃນວຽກງານທີ່ສຳຄັນຂອງຂະແໜງການທໍລະນີສາດ ແລະ ບໍ່ແຮ່ ນຳໃຊ້ເຂົ້າໃນການດຳເນີນກິດຈະການດ້ານແຮ່ທາດໃນໄລຍະຊອກຄົ້ນ ແລະ ສຳຫຼວດແຮ່ທາດ ກ່ອນທີ່ຈະກ້າວໄປສູ່ຂັ້ນຕອນຂອງການພັດທະນາບໍ່ແຮ່ ທີ່ເປັນສ່ວນປະກອບສຳຄັນໃຫ້ແກ່ການພັດທະນາຂອງຂົງເຂດວຽກງານເສດຖະກິດແຫ່ງຊາດ ນັບແຕ່ຕົ້ນທົດສະຕະວັດ 1990 ເປັນຕົ້ນມາ;

ທ່ານ ສຸຂັນສັກ ສີສຸກ ຫົວໜ້າກົມທໍລະນີສາດ ແລະ ແຮ່ທາດ ໄດ້ຕາງໜ້າໃຫ້ຄະນະພັກ, ຄະນະນຳກະຊວງພະລັງງານ ແລະ ບໍ່ແຮ່ ເວົ້າລວມ, ເວົ້າສະເພາະກົມທໍລະນີສາດ ແລະ ແຮ່ທາດ ສະແດງຄວາມຂອບໃຈເປັນຢ່າງສູງມາຍັງທ່ານ ຈາງຈວາເຟີງ (Zhang Zuoheng), ຫົວໜ້າສະຖາບັນສຳຫຼວດທໍລະນີຟິຊິ ແລະ ສຳຫຼວດທໍລະນີເຄມີ (IGGE-CGS) ພ້ອມດ້ວຍຄະນະຊ່ຽວຊານ, ວິຊາການ ຂອງ ສປ ຈີນ ທີ່ເສຍສະຫລະທັງເວລາ ແລະ ກຳລັງແຮງເພື່ອປະກອບເຂົ້າໃນວຽກງານຂອງຂະແໜງການຢ່າງຕັ້ງໜ້າ ແລະ ເຊື່ອໝັ້ນວ່າ ທັງສອງຝ່າຍຈະສືບຕໍ່ຈັດຕັ້ງປະຕິບັດວຽກງານທໍລະນີເຄມີໃຫ້ລົງເລິກທາງດ້ານໜ້າວຽກໃນຕໍ່ໜ້າ ແລະ ຜັນຂະຫຍາຍຂໍ້ມູນດັ່ງກ່າວໃຫ້ເກີດຜົນປະໂຫຍດສູງສຸດ ໃຫ້ແກ່ຂະແໜງການຂອງພວກເຮົາ ກໍຄືຜົນປະໂຫຍສູງສຸດແຫ່ງຊາດ ແລະ ສືບຕໍ່ວຽກງານໂຄງການຮ່ວມມືລາວ-ຈີນ ຢ່າງຮອບດ້ານ ໃຫ້ເລິກເຊິ່ງທາງດ້ານວິຊາການ ໃຫ້ສົມກັບຄຳທີ່ວ່າເປັນຄູ່ຮ່ວມສະຕາກຳດ່ຽວກັນຂອງທັງສອງພັກ-ສອງລັດ ໄດ້ຍຶດໝັ້ນ!
ພາບ ແລະ ຂ່າວ: ມີລູ່ ຄຳປະເສີດ
ຮຽບຮຽງ: ຄຳແສງ ແກ້ວປະເສີດ
Website: www.mem.gov.la
ສາຍດ່ວນ: 1506