ກອງປະຊຸມເຜີຍແຜ່ສັນຍາສໍາປະທານ ໂຄງການເຂື່ອນໄຟຟ້ານໍ້າຂອງຫຼວງພະບາງ

          ໃນວັນທີ 22 ກຸມພາ 2024, ກົມແຜນການ ແລະ ການຮ່ວມມື, ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຈັດກອງປະຊຸມເຜີຍແຜ່ສັນຍາສໍາປະທານ ໂຄງການເຂື່ອນໄຟຟ້ານໍ້າຂອງຫຼວງພະບາງ ທີ່ຫ້ອງປະຊຸມ ພະແນກການເງີນ ແຂວງຫຼວງພະບາງ, ໂດຍການເປັນປະທານ ຂອງທ່ານ ປອ. ຈັນສະແຫວງ ບຸນຍົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ແລະ ມີຜູ້ຕາງໜ້າຈາກຂະແໜງການກ່ຽວຂ້ອງທັງສູນກາງ ແລະ ທ້ອງຖີ່ນ, ເຂົ້າຮ່ວມ.

ທ່ານ ປອ. ຈັນສະແຫວງ ບຸນຍົງ ໄດ້ກ່າວວ່າ: ພາຍໃຕ້ການຊີ້ນໍາ – ນໍາພາ ຂອງພັກ ແລະ ລັດຖະບານ, ກະຊວງພະລັງງານ ແລະ ບໍ່ແຮ່ ໃນນາມເປັນເສນາທິການໃຫ້ແກ່ລັດຖະບານ ກ່ຽວກັບການຄຸ້ມຄອງ ວຽກງານພະລັງງານ ແລະ ບໍ່ແຮ່ ໄດ້ມີຄວາມພະຍາຍາມຢ່າງຕັ້ງໜ້າໃນການຈັດຕັ້ງປະຕິບັດແຜນພັດທະນາອຸດສາຫະກໍາພະລັງງານໄຟຟ້າ ແລະ ອຸດສາຫະກໍາບໍ່ແຮ່ ຢູ່ປະເທດພວກເຮົາດ້ວຍຜົນສໍາເລັດ ແລະ ມີບາດກ້າວຂະຫຍາຍຕົວທີ່ໜັກແໜ້ນ, ຕໍ່ເນື່ອງປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງປະເທດຊາດຢ່າງຕັ້ງໜ້າ. ມາຮອດປັດຈຸບັນ ທົ່ວປະເທດມີແຫຼ່ງຜະລິດພະລັງງານໄຟຟ້າ ທີ່ມີກໍາລັງຕິດຕັ້ງ 1 MW ຂຶ້ນໄປ ມີທັງໝົດ 98 ແຫ່ງ, ລວມກໍາລັງ ຕິດຕັ້ງ 11.692,14 MW,

ສາມາດຜະລິດພະລັງງານໄຟຟ້າໄດ້ 58.884,27 GWh/y; ທົ່ວປະເທດມີໄຟຟ້າຊົມໃຊ້ ແບບຖາວອນກວມເອົາ 95,88% ຂອງຈໍານວນຄົວເຮືອນທັງໝົດ, ມີສະຖານີກະຈ່າຍໄຟຟ້າ 84 ແຫ່ງ, ມີລະບົບ ສາຍສົ່ງແຮງສູງ 500 ກວ, 230 ກວ, 115 ກວ; ລະບົບຕາຂ່າຍແຮງກາງ ແລະ ແຮງຕໍ່າ ເຊິ່ງເປັນເສັ້ນເລືອດໃຫຍ່ ໃນການລໍາລຽງກະຈາຍໄຟຟ້າໃນຂອບເຂດທົ່ວປະເທດ ທັງໝົດ 87 ພັນກວ່າກິໂລແມັດ. ສັງລວມແລ້ວຂະແໜງການພະລັງງານ ແລະ ບໍ່ແຮ່ ເປັນຂະແໜງການໜື່ງ ທີ່ມີບົດບາດສໍາຄັນ ໃນການຊຸກຍູ້ໃຫ້ ເສດຖະກິດແຫ່ງຊາດ ມີການຈະເລີນເຕີບໂຕຢ່າງໜັກແໜ້ນ; ການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ໄດ້ສ້າງຜົນປະໂຫຍດຢ່າງຫຼວງຫລາຍທັງທາງກົງ ແລະ ທາງອ້ອມເປັນຕົ້ນແມ່ນ: ການສ້າງວຽກເຮັດງານທໍາ, ກໍ່ສ້າງພື້ນຖານໂຄງລ່າງ (ຖະຫນົນຫົນທາງ, ໂຮງຮຽນ, ໂຮງໝໍ, ສຸກສາລາ, ໄຟຟ້າ, ນໍ້າສະອາດ, ຕະຫຼາດ, ວັດ ແລະ ສິ່ງອໍານວຍຄວາມສະດວກອື່ນໆ). ນອກຈາກນີ້, ຍັງເປັນຂະແໜງການສົ່ງອອກທີ່ສໍາຄັນ ນໍາເອົາເງີນຕາຕ່າງ ປະເທດເຂົ້າປະເທດນັບມື້ ນັບມື້ມີລັກສະນະເພີ່ມຂຶ້ນຢ່າງຕໍ່ເນື່ອງ.

ພ້ອມນີ້ ຍັງໄດ້ຮັບຟັງການລາຍງານການຈັດຕັ້ງປະຕີບັດວຽກງານທີ່ຜ່ານມາ,ຂໍສະດວກ, ຂໍ້ຫຍຸ້ງຍາກຂອງໂຄງການ. ໂຄງການເຂື່ອນໄຟຟ້ານໍ້າຂອງຫຼວງພະບາງເປັນເຂື່ອນແບບຝ່າຍນໍ້າລົ້ນ (Run off River), Concrete Gravity Dam, ຄວາມຍາວຂອງໂຕເຂື່ອນ 861m, ບໍ່ມີການກັກເກັບນໍ້າ, ກະແສນໍ້າໄຫຼເຂົ້າ (inflow) ເທົ່າກັບກະແສນໍ້າໄຫຼອອກ (outficw) ຕາມທໍາມະຊາດ. ມີກໍາລັງຕິດຕັ້ງທັງໝົດ: 1.460 MW ປະກອບດ້ວຍ ກັງຫັນ Kaplan (Main Uint) ຈໍານວນ 7 ໜ່ວຍ (ຫນ່ວຍລະ 200 MW ແລະ ໜ່ວຍຈັກເສີມ (Auxiliary Unit) ອີກ 3 ໜ່ວຍ, ໜ່ວຍລະ 20 MW), ພະລັງງານທີ່ຜະລິດໄດ້ໃນແຕ່ລະປີປະມານ 6.854 GWh/y (ມາຈາກ Main Units 6.615 GWhy ແລະ Auxiliary Units 238 GWh/y); ມີປະຊາຊົນໄດ້ຮັບຜົນກະທົບກວມເອົາ 3 ແຂວງ ຄື: ແຂວງ ຫຼວງງພະບາງ (ເມືອງ: ຈອມເພັດ, ເມືອງປາກອູ), ແຂວງ ໄຊຍະບູລີ (ເມືອງຫົງສາ) ແລະ ແຂວງ ອຸດົມໄຊ (ເມືອງງາ), ລວມມີ 26 ບ້ານ. ໃນນີ້ມີ 14 ບ້ານ, 813 ຄົວເຮືອນ, 6.484 ຄົນ ຄາດວ່າຈະຖືກຍົກຍ້າຍ ແລະ ຈັດສັນທີ່ຢູ່ໃໝ່; ອີກ 8 ບ້ານ ທີ່ຖືກຜົນກະທົບຕໍ່ດິນກະສິກໍາ ແລະ 3 ບ້ານ ທີ່ຢູ່ຕອນລຸ່ມຂອງເຂື່ອນ D 

ໂຄງການເຂື່ອນໄຟຟ້ານໍ້າຂອງຫຼວງພະບາງປະກອບມີ 4 ຂາຮຸ້ນ ຄື: ບໍລິສັດ CK Power Public Company Limited (ໄທ) ຖືຮຸ້ນ 50%, ບໍລິສັດ ຟີທີ ຈໍາກັດຜູ້ດຽວ (ລາວ) ຖືຮຸ້ນ 10,01%, ບໍລິສັດ Ch.Karnchang Public Company Limited (ໄທ) ຖືຮຸ້ນ 20% ແລະ ລິສັດ Gulf Hydropower Holding Pte. Ltd (ສິງກະໂປ) ຖືຮຸ້ນ 19.99%.

ໂຄງການດັງກ່າວແມ່ນເລີ່ມຈັດຕັ້ງປະຕິບັດມາແຕ່ຕົ້ນປີ 2020 ຄາດວ່າຈະໃຫ້ສໍາເລັດ ແລະ ເປີດຜະລິດຂາຍໄຟຢ່າງເປັນທາງການໃນ ຕົ້ນປີ 2030 ເຊີ່ງ ປະຈຸບັນໂຄງການກໍ່ສ້າງສາມາດປະຕີບັດໄດ້ 25%.
ນອກນີ້: ທ່ານ ຮອງລັດຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະຍັງໄດ້ ຢ້ຽມຢາມໂຄງການບ້ານຈັດສັນ ທີບ້ານ ຫ້ວຍຢໍ, ເມືອງ ຈອມເພັດ, ແຂວງ ຫຼວງພະບາງ ທີ່ທາງໂຄງການໄດ້ຈັດສັນໃຫ້ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກ ໂຄງການນໍ້າຂອງຫຼວງພະບາງ.

ພາບ ແລະ ຂ່າວ: ປະສົງໄຊ
Website: www.mem.gov.la
ສາຍດ່ວນ: 1506