ກອງປະຊຸມໄດ້ທົບທວນຄືນການຊີ້ນຳ-ນຳພາຂອງໜ່ວຍພັກ ແລະ ຄະນະໜ່ວຍພັກຫ້ອງການ ຕະຫຼອດໄລຍະ 2ປີເຄິ່ງທີ່ຜ່ານ. ພ້ອມກັນນີ້, ກອງປະຊຸມຍັງໄດ້ປະກອບຄໍາຄິດຄໍາເຫັນ ແລະ ຕໍານິກໍ່ສ້າງເຊິ່ງກັນ ແລະ ກັນຢ່າງກົງໄປກົງມາ ພ້ອມທັງຖອດຖອນບົດຮຽນທີ່ປະຕິບັດ ແລະ ຂໍ້ບົກຜ່ອງ ທີ່ຈະຕ້ອງສືບຕໍ່ແກ້ໄຂ. ຫຼັງຈາກນັ້ນ ຜູ້ແທນກອງປະຊຸມກໍ່ໄດ້ດຳເນີນການລົງຄະແນນສຽງຄວາມໄວ້ວາງໃຈຕໍ່ການນຳພາລວມຂອງໜ່ວຍພັກ ແລະ ຕໍ່ຄະນະໜ່ວຍພັກ. ຕອນທ້າຍຂອງພິທີ ຍັງໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນໍາຂອງ ສະຫາຍ ໂພໄຊ ໄຊຍະສອນ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ຕື່ມອີກ.