
ໃນຕອນເຊົ້າ ວັນທີ 29 ພຶດສະພາ 2023 ທີ່ຫ້ອງວ່າການ ແຂວງ ນະຄອນຫຼວງພະບາງ ທ່ານ ໂພໄຊ ໄຊຍະສອນ ກຳມະການສູນກາງພັກ , ລັດຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວເຮັດວຽກ ແລະ ພົບປະໂອລົມກັບການນຳຫຼັກແຫຼ່ງ ແຂວງ ຫຼວງພະບາງ ໂດຍໃຫ້ການຕອນຮັບຂອງ ທ່ານ ຄຳຂັນ ຈັນທະວີສຸກ ກຳມະການສູນກາງພັກ, ເຈົ້າແຂວງ ແຂວງ ຫຼວງພະບາງ ພ້ອມດ້ວຍພະນັກງານການນຳຂອງແຂວງເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ເຈົ້່າແຂວງ ຫຼວງພະບາງ ໄດ້ກ່າວສະແດງຄວາມຂໍ່ານັບຊົມເຊີຍ ແລະ ຍິນດີຕອນຮັບ ທ່ານ ລັດຖະມົນຕີ ກະຊວງ ພະລັງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະທີ່ມາເຄື່ອນໄຫວໃນແຂວງ ຫຼວງພະບາງ ພ້ອມທັງລາຍງານລາຍສະພາບການຈັດຕັ້ງປະຕີບັດ ແຜນເສດຖະກິດ ແລະ ສັງຄົມ ທີ່ຕິດພັນກັບວຽກງານ ຂະແໜງ ພະລັງງານ ແລະ ບໍ່ແຮ່ ທີ່ລັດວິສາຫະກິດ ໄຟຟ້າລາວ ສາຂາ ຫຼວງພະບາງດັ່ງນີ້ ດັ່ງນີ້:




ສິ່ງທີ່ພົ້ນເດັ່ນ ແມ່ນໄດ້ເອົາໃຈໃສ່ໃນການຕິດຕາມກວດກາ ແລະ ຊຸກຍູ້ບັນດາໂຄງການຂຸດຄົ້ນແຮ່ທາດ (ແບບທົດລອງ) ຕາມນະໂຍບາຍໃໝ່ຂອງລັດຖະບານ, ເຊິ່ງມີທັງໝົດ 11 ບໍລິສັດ, ມີເນື້ອທີ 428,35 ເຮັກຕາ. ໃນນີ້ຂຸດຄົ້ນແຮ່ເຫຼັກ ມີ 01 ບໍລິສັດ ໄດ້ຈໍານວນ 2.000 ກວ່າໂຕນ (ບໍ່ທັນໄດ້ສົ່ງອອກເທື່ອ); ຂຸດຄົ້ນຫີນມາໂບ້ 01 ບໍລິສັດ (ຍັງບໍ່ທັນໄດ້ຂຸດຄົ້ນເທື່ອ) ແລະ ຂຸດຄົ້ນຄໍາຕົກຂ້ອນ 09 ບໍລິສັດ ໄດ້ຈໍານວນ 5.884,80 ກຼາມ. ນອກຈາກນີ້, ໄດ້ເອົາໃຈໃສ່ໃນການຕິດຕາມກວດກາ ການສົ່ງອອກແຮ່ເຫຼັກ ເພື່ອໄປຈໍາ ໜ່າຍຢູ່ຕ່າງປະເທດ (ສປ ຈີນ) ຂອງບັນດາບໍລິສັດຕ່າງໆ, ໂດຍຜ່ານສະຖານີລົດໄຟຫຼວງພະບາງ ໄດ້ຈໍານວນທັງໝົດ 344.793,90 ໂຕນ, ໃນນີ້ມີແຮ່ເຫຼັກ 341.787,09 ໂຕນ ແລະ ແຮ່ຫາຍາກ 3.006,81 ໂຕນ.

ຜ່ານການຮັບຟັງ ທ່ານ ລັດຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ແຮ່ ກໍ່ສະແດງຄວາມຊົມເຊີຍມາການນຳແຂວງ ທີເອົາໃຈໃສ່ວຽກງານ ຂະແໜງການ ພະລັງງານ ແລະ ບໍ່ແຮ່ ທີ່ໄດ້ຈັດຕັ້ງປະຕີບັດໃນໄລຍະຜ່ານມາໄດ້ເປັນຢ່າງດີ ແລະ ລະອຽດ ພ້ອມນີ້ໄດ້ຊີ້ນໍາໃຫ້ສືບຕໍ່ປະສານສົມທົບ ນໍາຂະແໜງການທີ່່ກ່ຽວຂ້ອງ ກໍຄືອໍານາດການປົກຄອງທ້ອງຖິ່ນໃນການຊ່ວຍເຫຼືອການເປັນຢູ່ຂອງປະຊາຊົນໃຫ້ປະສົບຜົນສໍາເລັດຕາມແຜນການທີ່ວາງໄວ້.

ສ່ວນບັນຫາອື່ນໆທີ່ຕິດພັນກັບການພັດທະນາໂຄງການພະລັງງງານ ແລະ ບໍ່ແຮ່ ພາຍໃນແຂວງ ຫຼວງພະບາງ ນັ້ນ, ທ່ານລັດຖະມົນຕີ ກະຊວງພະລັງງານ ແລະບໍ່ແຮ່ ໄດ້ຊີ້ນໍາໃຫ້ບໍລິສັດສືບຕໍ່ປັບປຸງແກ້ໄຂ ໂດຍປະສານສົມທົບຢ່າງກົມກຽວກັບຂະແໜງການກ່ຽວ ຂ້ອງຂອງສູນກາງ ແລະທ້ອງຖິ່ນ ເພື່ອເຮັດໃຫ້ໂຄງການ ພະລັງງານ ແລະ ບໍ່ແຮ່ ສາມາດຈັດຕັ້ງປະຕິບັດດ້ວຍຄວາມໂລ່ງລ່ຽນ ແລະ ປະສົບຜົນສຳເລັດ. ນອກຈາກນີ້ຍັງໄດ້ໃຫ້ທິດຊີ້ນຳ ແລະເນັ້ນໜັກໃຫ້ ໂຄງການ ໃຫ້ເອົາໃຈໃສ່ໃນການປະຕິບັດມາດຕະຖານເຕັກນິກຂອງໂຄງການໃຫ້ມີຄວາມເປັນເອກະພາບ ເພື່ອຮັບປະກັນດ້ານຄຸນນະພາບຂອງໂຄງການ ແລະ ປະສິດທິຜົນຂອງໂຄງການໃນໄລຍາວ, ທັງເປັນການປະກອບສ່ວນອັນສຳຄັນໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ.

