
ຕອນບ່າຍວັນທີ 18 ກຸມພາ 2025 ນີ້, ຢູ່ຫ້ອງປະຊຸມ ພະແນກພະລັງງານ ແລະ ບໍ່ແຮ່ ແຂວງ. ທ່ານ ຈັນທະບູນ ສຸກອາລຸນ ສະມາຊິກສະພາແຫ່ງຊາດ, ຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ພົບປະ, ໂອ້ລົມ ຄະນະພັກ, ຄະນະນໍາ ແລະ ພະນັກງານ, ລັດຖະກອນ ພະແນກພະລັງງານ ແລະ ບໍ່ແຮ່ ແລະ ສາຂາ ລັດວິສາຫະກິດໄຟຟ້າລາວ ແຂວງສະຫວັນນະເຂດ ໂດຍໄດ້ຮັບການຕ້ອນຮັບຂອງ ທ່ານ ພົມມາ ຈັນທະວົງ ຮອງເລຂາຄະນະພັກຮາກຖານ, ຮັກສາການຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງ, ມີຄະນະພະແນກ, ຄະນະຂະແໜງ ພະນັກງານຫຼັກແຫຼ່ງພາຍໃນພະແນກ ແລະ ສາຂາລັດວິສາຫະກິດໄຟຟ້າລາວ ແຂວງ ເຂົ້າຮ່ວມ.


ພາຍຫຼັງໄດ້ຮັບຟັງການລາຍງານຈາກ ທ່ານ ຮັກສາການຫົວໜ້າພະແນກ ແລະ ຫົວໜ້າສາຂາ ລັດວິສາຫະກິດໄຟຟ້າລາວແລ້ວ, ທ່ານ ຮອງລັດຖະມົນຕີ ກໍ່ໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນຳ ກ່ອນອື່ນ ທ່ານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນງານ ທີ່ຂະແໜງການພະລັງງານ ແລະ ບໍ່ແຮ່ ແຂວງສະຫວັນນະເຂດ ຍາດມາໄດ້ ໂດຍສະເພາະແມ່ນສາມາດເປັນຂະແໜງເສດຖະກິດທີ່ສຳຄັນ ຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ກໍ່ຄືຂອງປະເທດ, ໄດ້ປະກອບສ່ວນຊ່ວຍເຫຼືອສັງຄົມຢ່າງຕັ້ງໜ້າ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບດີຂຶ້ນ. ພ້ອມກັນນີ້, ທ່ານ ຮອງລັດຖະມົນຕີ ຍັງໄດ້ຊີ້ນໍາໃຫ້ ຄະນະພັກ, ຄະນະນໍາທຸກຂັ້ນ ເອົາໃຈໃສ່ຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນໃຫ້ສູງຂຶ້ນ ໂດຍສະເພາະແມ່ນການບໍລິການສັງຄົມໃຫ້ມີຄວາມວ່ອງໄວ, ໂປ່ງໃສ ແລະ ທັນສະໄໝ ຮັບປະກັນທາງດ້ານຄຸນນະພາບ ແລະ ຄວາມມີປະສິດທິພາບມີປະສິດທິຜົນສູງ ທັງນີ້ກໍ່ເນື່ອງຈາກວ່າ ວຽກງານພະລັງງານ ແລະ ບໍ່ແຮ່ ໂດຍສະເພາະແມ່ນວຽກງານການສະໜອງກະແສໄຟຟ້າ ເປັນວຽກງານບໍລິການສັງຄົມ ແລະ ກໍ່ຕິດພັນກັບຊີວິດການເປັນຢູ່ຂອງ ປະຊາຊົນ, ການດໍາເນີນທຸລະກິດຂອງນັກລົງທຶນ ແລະ ນອນຢູ່ໃນເປົ້າໝາຍການພັດທະນາຂອງປະເທດພວກເຮົາ.



