ຫຼັງຈາກນັ້ນ, ທ່ານ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ກໍ່ໄດ້ມີຄຳເຫັນໂອ້ລົມ ແລະ ຍ້ອງຍໍຊົມເຊີຍຜົນງານການຈັດຕັ້ງປະຕິບັດວຽກງານຂອງແຕ່ລະຂະແໜງການດ້ວຍຄວາມຮັບຜິດຊອບສູງສາມາດຍາດໄດ້ຜົນງານຫຼາຍດ້ານ, ພ້ອມເນັ້ນໃຫ້ພະນັກງານທຸກຂະແໜງການຈົ່ງຍົກສູງພາລະບົດບາດວຽກງານພະລັງງານ ແລະ ບໍ່ແຮ່, ເອົາໃຈໃສ່ຕິດຕາມກວດກາບັນດາໂຄງການລົງທຶນຂອງເອກະຊົນໃຫ້ຖືກຕ້ອງໂປ່ງໃສ, ການປັບປຸງດ້ານບຸກຄະລາກອນເພື່ອໃຫ້ແທດເໝາະກັບໜ້າວຽກຕົວຈິງ, ສູ້ຊົນເຮັດໃຫ້ຕົວເລກຄາດໝາຍບັນລຸຕາມແຜນການ, ການຄຸ້ມຄອງບັນດາໂຄງການລົງທຶນໃຫ້ໄດ້, ນຳໃຊ້ໃຫ້ເປັນເຮັດໃຫ້ມີຄຸນຄ່າສູງທາງດ້ານເສດຖະກິດ, ສົມທົບກັບບໍລິສັດລັດວິສາຫະກິດໄຟຟ້າລາວປັບປຸງກະກຽມຄວາມພ້ອມບໍລິການສັງຄົມໃຫ້ພຽງພໍ ບໍ່ໃຫ້ມີບັນຫາໄຟບໍ່ພໍ, ການຄິດໄລຄ່າໄຟຟ້າຕ້ອງຫຼີ້ກລ້ຽງບໍໃຫ້ມີຂໍ້ຜິດພາດ, ຍົກສູງການປະສານງານກັບທ້ອງຖິ່ນຢ່າງເລິກເຊິງຫຼີ້ກລ້ຽງບັນຫາຫາງສຽງຈົ່ມວ່າຂອງສັງຄົມ, ຜົນກະທົບທາງດ້ານສິ່ງແວດລ້ອມ, ຮ່ວມກັບຂະແໜງການກ່ຽວຂ້ອງແກ້ໃຫ້ທັນເວລາ, ປະຕິບັດໜ້າທີ່ຂອງຕົນເອງໃຫ້ມີປະສິດທິພາບ ສ້າງຄວາມສາມັກຄີພາຍໃນ ພາຍນອກ, ການປະສານສົມທົບກັບອົງການທີ່ກ່ຽວຂ້ອງແຕ່ສູນກາງລົງຮອດທ້ອງຖິ່ນໃຫ້ມີຄວາມກົ່ມກຽວ ເພື່ອພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ແຂວງອຸດົມໄຊ ນັບມື້ມີບາດກ້າວໃຫ່ມ.
ພາບ ແລະ ແຫຼ່ງຂ່າວ: ສະຖານີວິທະຍຸແຂວງ ອຸດົມໄຊ
ຮຽບຮຽງ: ຄຳແສງ ແກ້ວປະເສີດ