
ປະທານ ຄຳໄຕ ສີພັນດອນ ອາດີດນາຍົກລັດຖະມົນຕີ ຄົນທີສອງ ແລະ ອາດີດປະທານປະເທດ ຄົນທີສີ່ຂອງ ສປປລາວ, ອາດີດປະທານຄະນະບໍລິຫານງານສູນກາງພັກ (ເລຂາທິການໃຫຍ່) ຜູ້ທີສອງຂອງພັກປະຊາຊົນປະຕິວັດລາວ ແລະ ທັງແມ່ນຜູ້ນຳທີ່ປີຊາສາມາດ, ສະຫລາດສ່ອງໃສ ຂອງພັກ, ລັດເຮົາ ຕະຫລອດໄລຍະການຕໍ່ສູ້,ກູ້ຊາດ ກໍ່ຄືໄລຍະແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນໄລຍະໃໝ່
ການສູນເສຍ ປະທານ ຄຳໄຕ ສີພັນດອນ ແມ່ນການສູນເສຍອັນຍິ່ງໃຫຍ່ ທີ່ຫາອັນປຽບບໍ່ໄດ້ຂອງ ປະຊາຊົນລາວບັນດາເຜົົ່າ
ຕາງໜ້າໃຫ້ຄະນະພັກ, ຄະນະນຳກະຊວງ ຕະຫລອດຮອດພະນັກງານ, ລັດຖະກອນ ແລະ ກຳມະກອນທົ່ວຂະແໜງການພະລັງງານ ແລະ ບໍ່ແຮ່, ຄະນະບັນນາທິການຂ່າວສູນຂ່າວພະລັງງານ ແລະ ບໍ່ແຮ່ ຂໍສະແດງຮູ້ບຸນຄຸນຢ່າງລົ້ນເຫລືອ ຕໍ່ການອຸທິດຕົນຢ່າງບໍ່ຮູ້ອິດບໍ່ຮູ້ເມືອຍ ແລະ ຂໍສະແດງຄວາມອາໄລອາວອນຢ່າງສຸດຊຶ້ງ.
ຜົນງານ ແລະ ຄຸນງາມດີຂອງປະທານ ຈະຍືນຍົງຄົງຕົວໄປຊົ່ວກາລະນານ. ຂໍໃຫ້ດວງວິນຍານຂອງປະທານ ຄຳໄຕ ສີພັນດອນ ໄປສູ່ສຸຂະຕິເທີ່ນ…