
ການແຂ່ງຂັນກິລາບານເຕະມິດຕະພາບ ລະຫວ່າງຂະແໜງໄຟຟ້າລາວ-ຈີນ ຄັ້ງທີ 1ພາຍໃຕ້ຄໍາຂວັນ ລາວ-ຈີນພ້ອມກັນຮ່ວມມືຮ່ວມໃຈສ້າງຝັນ ໄດ້ຈັດຂື້ນໃນວັນທີ14ມັງກອນ 2025 ທີ່ນະຄອນຫຼວງວຽງຈັນ,ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕິກະຊວງພະລັງງານ ແລະ ບໍ່ແຮ່, ຈຸດປະສົງເພື່ອເປັນການຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 76 ປີ (20 ມັງກອນ 1949-20 ມັງກອນ 2025) ເພື່ອຮັດແໜ້ນຄວາມສາມັກຄີພາຍໃນຂົງເຂດພະລັງງານ.

ທ່ານລັດຖະມົນຕີ ໄດ້ກ່າວວ່າ: ໃນໄລຍະທີ່ຜ່ານມາ, ການຈັດຕັ້ງ, ການເຄື່ອນໄຫວ ແລະ ຜົນສໍາເລັດໃນການພັດທະນາວຽກງານ ພະລັງງານ ແລະ ບໍ່ແຮ່ ຍາມໃດກໍຕິດພັນຢ່າງສະໜິດແໜ້ນກັບການຊີ້ນໍາ-ນໍາພາທີ່ໃກ້ຊິດ, ຊຶ່ງໄດ້ເປັນການສ້າງ ເງື່ອນໄຂໃຫ້ການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ມີລັກສະນະໝັກ ແໜ້ນ, ຕໍ່ເນື່ອງ ແລະ ເປັນພື້ນຖານໃຫ້ແກ່ການພັດທະນາປະເທດຊາດໃນໄລຍະໃໝ່.ສະເພາະໃນຕໍ່ໜ້າ ຍິ່ງຈະໄດ້ຮ່ວມກັນສືບຕໍ່ໃຫ້ການຊີ້ນໍາ, ນໍາພາ, ຕິດຕາມ, ກວດກາ, ຊຸກຍູ້ການເຄື່ອນໄຫວຂອງຂະແໜງການພວກຂ້າພະເຈົ້າຕະຫຼອດໄປ.
