
ຂໍ້ມູນດັ່ງກ່າວ ໄດ້ຮັບການເປີດເຜີຍໃນພິທີພົບຢ່າງເປັນທາງການໄດ້ຈັດຂຶ້ນໃນຕອນບ່າຍວັນທີ 7 ພຶດສະພາ 2024 ນີ້, ຢູ່ຫ້ອງປະຊຸມຂອງມະຫາວິທະຍາໄລ ທໍລະນີສາດ-ບໍ່ແຮ່ ສສ.ຫວຽດນາມ, ນະຄອນຫຼວງຮ່າໂນ້ຍ. ຝ່າຍກະຊວງພະລັງງານ ແລະ ບໍ່ແຮ່ ນຳໂດຍ ທ່ານ ສຸຂັນສັກ ສີສຸກ ຫົວໜ້າກົມທໍລະນີສາດ ແລະ ແຮ່ທາດ, ມີ ທ່ານ ນາງ ແສງເດືອນ ວົງອິນ ຮັກສາການແທນ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ມີຮອງຫົວໜ້າຫ້ອງການກະຊວງ, ຮອງຫົວໜ້າກົມຄຸ້ມຄອງບໍ່ແຮ່, ຮອງຫົວໜ້າສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່, ຕາງໜ້າຈາກມະຫາວິທະຍາໄລແຫ່ງຊາດລາວ ແລະ ວິທະຍາໄລຊັບພະວິຊາ. ຝ່າຍມະຫາວິທະຍາໄລ ທໍລະນີສາດ-ບໍ່ແຮ່ ສສ.ຫວຽດນາມ ນຳພາຄະນະໂດຍ ທ່ານ ເຈິ໋ນ ແທ້ງຮາຍ ຜູ້ອຳນວຍການມະຫາວິຍາໄລ ທໍລະນີສາດ-ບໍ່ແຮ່ ສສ.ຫວຽດນາມ, ມີຄະນະອຳນວຍການ, ຄະນະພາກວິຊາ, ສູນ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງມະຫາວິທະຍາໄລ ເຂົ້າຮ່ວມ.

ໃນໂອກາດພົບປະກັນຄັ້ງນີ້, ທັງສອງຝ່າຍ ໄດ້ພ້ອມກັນປຶກສາຫາລື, ແລກປ່ຽນບົດຮຽນ ຮ່ວມກັນໃນຫຼາຍດ້ານ ໂດຍສະເພາະແມ່ນ ກົນໄກ, ຮູບແບບ ການສ້າງບຸກຄະລາກອນດ້ານທໍລະນີສາດ-ບໍ່ແຮ່ ໃຫ້ ສປປລາວ ເນື່ອງຈາກວ່າ ມະຫາວິທະຍາໄລທໍລະນີສາດ-ບໍ່ແຮ່ ສສ.ຫວຽດນາມ ເປັນສະຖາບັນການສຶກສາຊັ້ນນຳຂອງ ສສ.ຫວຽດນາມ ມີຄູ-ອາຈານ ແລະ ຊ່ຽວຊານລະດັບໂລກ ໃຫ້ການຖ່າຍຖອດບົດຮຽນ ໃນຫຼາຍຂະແໜງການທີ່ຕິດພັນກັບການຕິດຕາມ, ກວດກາ ແລະ ຄຸ້ມຄອງ ວຽກງານທໍລີນີສາດ-ແຮ່ທາດ ໃຫ້ມີປະສິດທິພາບ, ມີປະສິດທິຜົນ.

ກະຊວງພະລັງງານ ແລະ ບໍ່ແຮ່ ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງສູງຕໍ່ ພັກ, ລັດຖະບານ ຫວຽດນາມ ເວົ້າລວມ, ເວົ້າສະເພາະຕໍ່ມະຫາວິທະຍາໄລ ທໍລະນີສາດ-ບໍ່ແຮ່ ທີ່ໄດ້ກໍ່ສ້າງບຸກຄະລາກອນ ໃຫ້ ສປປລາວ ໃນຂະແໜງການທໍລະນີສາດ ແລະ ບໍ່ແຮ່ ໃນໄລຍະຜ່ານມາ ເຊິ່ງມີພະນັກງານຫຼັກແຫຼ່ງ, ພະນັກງານວິຊາການ ທີ່ເຮັດວຽກຢູ່ໃນຂົງເຂດພະລັງງານ ແລະ ບໍ່ແຮ່ ຫຼາຍຮ້ອຍຄົນ ທັງລະດັບປະລິຍາຕີ, ປະລິຍາໂທ ແລະ ປະລິຍາເອກ ໄດ້ສຳເລັດການສຶກສາຈາກສະຖາບັນແຫ່ງນີ້. ພ້ອມກັນນີ້, ກໍ່ສະເໜີໃຫ້ ມະຫາວິທະຍາໄລ ສືບຕໍ່ສະໜັບສະໜູນ, ຊ່ວຍເຫຼືອກໍ່ສ້າງບຸກຄະລາກອນຂອງຂະແໜງການທໍລະນີສາດ-ບໍ່ແຮ່ ສປປລາວ ຫຼາຍຂຶ້ນກວ່າເກົ່າ; ຮ່ວມມືໃນຂົງເຂດການວິໄຈ ທາງດ້ານແຮ່ທາດ; ຊ່ວຍສ້າງແຜນທີ່ມາດຕາສ່ວນ 1/200.000 ທີ່ຍັງບໍ່ສຳເລັດ ເພື່ອເປັນພື້ນຖານໃນການສຶກສາ, ກຳນົດເຂດພື້ນທີ່ແຮ່ທາດຂອງ ສປປລາວ.

ຝ່າຍ ມະຫາວິທະຍາໄລ ສະແດງຄວາມຍິນດີທີ່ໄດ້ພົບປະ ແລະ ປຶກສາຫາລືກັນຄັ້ງນີ້ ເຊິ່ງເປັນຄັ້ງທຳອິດ ແລະ ກໍ່ມີຄວາມໝາຍສຳຄັນຫຼາຍຕໍ່ກັບນະໂຍບາຍການພົວຮ່ວມມືກັບຕ່າງປະເທດ ໂດຍສະເພາະກັບ ກະຊວງພະລັງງານ ແລະ ບໍ່ແຮ່ ສປປລາວ ເຊິ່ງເປັນຂະແໜງການໜຶ່ງ ທີ່ມະຫາວິຍາໄລ ໄດ້ເອົາໃຈໃສ່ກໍ່ສ້າງບຸກຄະລາກອນໃນໄລຍະຜ່ານມາ ມີນັກສຶກສາຫຼາຍທ່ານ ທີ່ສຳເລັດການສຶກສາຈາກມະຫາວິທະຍາໄລ ໄດ້ເປັນພະນັກງານຫຼັກແຫຼ່ງ, ພະນັກງານວິຊາການ ແລະ ຜູ້ຊ່ຽວຊານດ້ານທໍລະນີສາດ-ບໍ່ແຮ່ ຢູ່ ສປປລາວ ໃນນັ້ນລວມທັງ ກະຊວງພະລັງງານ ແລະ ບໍ່ແຮ່. ທ່ານ ຜູ້ອຳນວຍການ ກ່າວຕື່ມວ່າ: ມະຫາວິທະຍາໄລ ທໍລະນີສາດ-ບໍ່ແຮ່ ຫວຽດນາມ ຍາມໃດກໍ່ມີຄວາມເຊື່ອໝັ້ນຕໍ່ການພົວພັນຮ່ວມມືທີ່ດີ ມີມາຍາວນານລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມ-ລາວ ແລະ ວິທະຍາໄລ ກໍ່ຈະປົກປັກຮັກສາ ແລະ ເພີ້ມທະວີການຮ່ວມມືກັບກະຊວງພະລັງງານ ແລະ ບໍ່ແຮ່ ໃຫ້ແໜ້ນແຟ້ນຂຶ້ນໄປເລື້ອຍໆ ໂດຍສະເພາະການຮ່ວມມື ແລະ ຊ່ວຍເຫຼືອໃນວຽກງານທີ່ ກະຊວງພະລັງງານ ແລະ ບໍ່ແຮ່ ສະເໜີມາ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານບໍ່ແຮ່ ຢູ່ ສປປລາວ ມີຜົນສຳເລັດຕາມນະໂຍບາຍຂອງສອງພັກ, ສອງລັດພວກເຮົາວາງອອກຢ່າງໜັກແໜ້ນ.
