ກົມທໍລະນີສາດ ແລະ ແຮ່ທາດ ແລະ ກົມທໍລະນີສາດອຸດສາຫະກຳນິວເຄຣຍ ສປ ຈີນ ເພີ້ມທະວີການຮ່ວມມື ສ້າງຄວາມແຂັ້ມແຂງພັດທະນາແຮ່ເກືອໂປໜຕາສ ແລະ ແຮ່ຕິດພັນ

          ພິທີພົບປະໄດ້ຈັດຂືຶ້ນໃນວັນທີ 27 ມິຖຸນາ 2023 ຢູ່ກະຊວງພະລັງງານ ແລະ ບໍ່ແຮ່ ສປປລາວ, ຕາງໜ້າກະຊວງພະລັງງານ ແລະ ບໍ່ແຮ່ ນຳພາຄະນະໂດຍ ທ່ານ ສຸຂັນສັກ ສີສຸກ ຫົວໜ້າກົມທໍລະນີສາດ ແລະ ແຮ່ ທາດ, ກະຊວງພະລັງງານ ແລະ ບໍ່ແຮ່ ສປປລາວ ແລະ ຝ່າຍ ຈີນ ນໍາໂດຍ ທ່ານ Luo Baowei ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແຂວງ ຊີງໄຫ ສປ ຈີນ ພ້ອມດ້ວຍຄະນະຜູ້ແທນຂອງທັງສອງຝ່າຍ ເຂົ້າຮ່ວມ.

         ໃນໂອກາດດັ່ງກ່າວ ທັງສອງຝ່າຍ ໄດ້ພ້ອມກັນປຶກສາຫາລືກັນ ກ່ຽວກັບກົນໄກ ແລະ ແບບແຜນການຮ່ວມມື ເພື່ອສ້າງຄວາມເແຂັ້ມແຂງໃຫ້ຂະແໜງທໍລະນີສາດ ແລະ ແຮ່ທາດ ສປປລາວ ໂດຍສະເພາະແມ່ນການພັດທະນາແຮ່ເກືອໂປຣຕາສ ແລະ ແຮ່ຕິດພັນ ຢູ່ ສປປລາວ ທັງນີ້ກໍ່ເພື່ອເຮັດໃຫ້ແຮ່ເກືອໂປຣຕາສ ແລະ ແຮ່ຕິດພັນ ໄດ້ຖືກນຳໃຊ້ໃຫ້ມີຜົນປະໂຫຍດສູງສຸດຕໍ່ການພັດທະນາເສດຖະກິດ-ສັງຄົມ ກໍ່ຄືການແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ.

            ການຮ່ວມມືສ້າງຄວາມເຂັ້ມແຂງກ່ຽວກັບວຽກງານພັດທະນາແຮ່ເກືອໂປຕາສ ແລະ ແຮ່ຕິດພັນ ຢູ່ ສປປ ລາວ ລະຫວ່າງ ກົມທໍລະນີສາດ ແລະ ແຮ່ທາດ ກະຊວງພະລັງງານ ແລະ ບໍ່ແຮ່ ກັບ ກົມທໍລະນີສາດອຸດສາຫະກຳນິວເຄຼຍ ພະແນກຊັບພະຍາກອນທໍາມະຊາດ ແຂວງຊິງໄຫ ສປ ຈີນ ເປັນການຮ່ວມມືເພື່ອສ້າງແຜນການດ້ານເຕັກນິກດໍາເນີນວຽກງານໂຄງການຮ່ວມມື ແລະ ກໍານົດຂອບເຂດເນື້ອທີ່ຂອງການຮ່ວມມື, ໂດຍຜ່ານການລົ ເກັບກໍາຂໍ້ມູນພາກສະໜາມ ເພື່ອໃຫ້ຮູ້ຂໍ້ມູນພື້ນຖານກ່ຽວກັບໂຄງສ້າງທໍລະນີສາດ ທີ່ມີເງື່ອນໄຂການໃຫ້ກໍາເນີດແຮ່ເກືອໂປຕາສ ແລະ ແຮ່ຕິດພັນ, ພ້ອມທັງ ກໍານົດຂອບເຂດເນື້ອທີ່ເປົ້າໝາຍສໍາຫຼວດແຮ່ເກືອໂປຕາສ ແລະ ແຮ່ຕິດພັນ ຢູ່ 06 ແຂວງຄື: ນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ ແລະ ແຂວງຈໍາປາສັກ.
ພາບ: ລຸ້ງຟ້າ ອົບພະຈັນ
ຂ່າວ: ຄໍາແສງ ແກ້ວປະເສີດ