ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU)

          ຕອນເຊົ້າວັນທີ 26 ກຸມພາ 2024 ທີ່ໂຮງແຮມ ດອນຈັນ ພາເລດ ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການຮ່ວມມືສ້າງຄວາມເຂັ້ມແຂງກ່ຽວກັບ ວຽກງານພັດທະນາ ແຮ່ເກືອໂປຕາສ ແລະ ແຮ່ຕິດພັນ ຢູ່ເຂດນະຄອນຫຼວງວຽງຈັນ, ແຂວງ ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ຈຳປາສັກ, ອັດຕະປື, ຜົ້ງສາລີ, ອຸດົມໄຊ, ຫຼວງນໍ້າທາ ແລະ ໄຊຍະບູລີ. ລະຫວ່າງກົມທໍ່ລະນີສາດ ແລະ ແຮ່ທາດ, ກະຊວງພະລັງງານ ແລະ ບໍ່ແຮ່ ສປປ ລາວ ກັບ ກົມທໍ່ລະນີສາດອຸດສາຫະກຳນິວເຄຍ, ພະແນກຊັບພະຍາກອນທຳມະຊາດ ແຂວງ ຊິງໄຫ ສປ ຈີນ. ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ທ່ານ ຈາງ ຊີຢວນ (Zhang Qiyuan) ຫົວໜ້າກົມສໍາຫຼວດ ແລະ ພັດທະນາທໍລະນີສາດ ແລະ ແຮ່ທາດ ແຂວງ ຊິງໄຫ ສປ ຈີນ ແລະ ມີບັນດາຜູ້ຕາງໜ້າຈາກຫ້ອງການ, ຫົວໜ້າກົມ, ຮອງກົມ, ບັນດາທ່ານ ຕາງໜ້າຈາກ ພະແນກພະລັງງານ ແລະ ບໍ່ແຮ່ ຂອງແຂວງ 11 ແຂວງ ແລະ ຜູ້ຕາງໜ້າຈາກທຸກພາກສ່ວນ ຂອງຝ່າຍລາວ ແລະ ຝ່າຍຈີນ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນໂອກາດດັ່ງກ່າວ ທ່ານ ສຸຂັນສັກ ສີສຸກ ຫົວໜ້າກົມທໍລະນີສາດ ແລະ ແຮ່ທາດ ໄດ້ກ່າວວ່າ: ຂ້າພະເຈົ້າໃນນາມຕາງໜ້າໃຫ້ ຄະນະນໍາ ແລະ ພະນັກງານ ຂອງ ກົມທໍລະນີສາດ ແລະ ແຮ່ທາດ, ກະຊວງພະລັງງານ ແລະ ບໍ່ແຮ່ ສປປ ລາວ ຮູ້ສຶກເປັນກຽດຢ່າງສູງ ທີ່ໄດ້ເຂົ້າຮ່ວມພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍ ການຮ່ວມມື ສ້າງຄວາມເຂັ້ມແຂງ ໃນວຽກງານພັດທະນາແຮ່ເກືອໂປຕາສ ແລະ ແຮ່ຕິດພັນ ຢູ່ ສປປ ລາວ (ໂດຍສະເພາະໃນ 11 ແຂວງ) ລະຫວ່າງ ກົມທໍລະ ນີສາດ ແລະ ແຮ່ທາດ ກັບ ກົມທໍລະນີສາອຸດສາຫະກໍານິວເຄຼຍແຂວງ ຊິງໄຫ ພະແນກຊັບພະຍາກອນທໍາມະຊາດ ແຂວງ ຄິງໄຫ, ສປ ຈີນ ໃນຄັ້ງນີ້.

ໂຄງການຮ່ວມມືດ້ານວິຊາການ ເພື່ອສ້າງຄວາມເຂັ້ມແຂງ ໃນວຽກງານພັດທະນາ ແຮ່ເກືອໂປຕາສ ແລະ ແຮ່ຕິດພັນ ຢູ່ ສປປ ລາວ (ໂດຍສະເພາະໃນ 11 ແຂວງ) ເປັນການຜັນຂະຫຍາຍສາຍພົວພັນມິດຕະພາບສອງຊາດ ລາວ-ຈີນ ອັນມີມູນເຊື່ອຍາວນານ, ເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ແລະ ສົ່ງເສີມຮ່ວມກັນກໍ່ສ້າງໜຶ່ງແລວໜຶ່ງເສັ້ນທາງ ທີ່ມີຄຸນນະພາບສູງ, ຜັນຂະຫຍາຍໃນການຮ່ວມມືໃນທຸກຂົງເຂດວຽກງານ ລະຫວ່າງ ລາວ – ຈີນ, ໜຶ່ງໃນນັ້ນ ກໍ່ແມ່ນການຮ່ວມມື-ກໍ່ສ້າງຄວາມເຂັ້ມແຂງທາງດ້ານວິຊາການ ແລະ ສຶກສາທ່າແຮງໃນການກຳນົດຮູບແບບພັດທະນາ ໃນຂະແໜງທໍລະນີສາດ ແລະ ແຮ່ທາດ ໂດຍສະເພາະແມ່ນ ໃຫ້ມີຄວາມຍື່ນຍົງ ແລະ ຕອບສະໜອງຜົນປະໂຫຍດສູງສຸດ ຕໍ່ການພັດທະນາແຮ່ເກືອໂປຕາສ ໃນ ສປປ ລາວ ຕາມວິໃສທັດຮອດ ປີ 2040 ແລະ ແຜນຍຸດທະສາດພັດທະນາແຮ່ທາດ ຂອງ ສປປ ລາວ ຮອດ ປີ 2030.

ພາບ: ວຽງສະຫວັນ ປຣະດິດ
ແຫຼ່ງຂໍ້ມູນ: ກົມທໍລະນີສາດ ແລະ ແຮ່ທາດ
ສາຍດ່ວນ: 1506