ພະນັກງານ-ຄູອາຈານ ແລະ ນັກຮຽນ ທັດສະນະສຶກສາຢ້ຽມຊົມເບິງຫໍພິພິທະພັນທໍລະນີສາດ ແລະ ແຮ່ທາດ Post author:mem admin Post published:18/02/2025 Post category:ກົມທໍລະນີສາດ-ແຮ່ທາດ ຕອນເຊົ້າວັນທີ 7 ກຸມພາ 2025 ຜ່ານມານີ້ ຄູ-ອາຈານ ແລະ ນ້ອງນັກຮຽນໂຮງຮຽນ ຮາກແກ້ວ ຈຳນວນ 47 ນ້ອງໄດ້ຢ້ຽມຢາມ, ທັດສະນະສຶກສາ ທ່ຽວຊົມຫໍພິພິທະພັນແຮ່ທາດ ແລະ ບໍ່ແຮ່ ໂດຍການຕ້ອນຮັບຂອງ ທ່ານ ສູນທອນ ລາວໂລ ຮອງຫົວໜ້າກົມທໍລະນີສາດ ແລະ ແຮ່ທາດ, ກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະພະແນກ ແລະ ພະນັກງານພາຍໃນກົມທໍລະນີສາດ ແລະ ແຮ່ທາດ. ການມາທັດສະນະສຶກສາຢ້ຽມຊົມເບີ່ງຫໍພິພິທະພັນ ຫີນ ແລະ ແຮ່ ຂອງກົມທໍລະນີສາດ ແລະ ແຮ່ທາດ ຂອງນ້ອງໆນັກຮຽນໃນຄັ້ງນີ້ ຖືວ່າເປັນໂອກາດທີ່ດີ: ອັນທີ 1 ກໍ່ເພື່ອເປັນ ການໂຄສະນາເຜີຍແຜ່ໃຫ້ກ້ວາງຂວາງ ກ່ຽວກັບວຽກງານ ທໍລະນີສາດ ແລະ ແຮ່ທາດ ໃຫ້ນ້ອງໆນັກຮຽນໄດ້ຮັບຮູ້ ວ່າວຽກງານດັ່ງກ່າວນີ້ ເພິ່ນເຮັດວຽກກ່ຽວກັບຫຍັງ, ອັນທີ 2 ກໍ່ເພື່ອເປັນການປູກຈິດສໍານຶກໃຫ້ແກ່ນ້ອງໆນັກຮຽນ ເພື່ອມີຄວາມສົນໃຈຢາກສຶກສາຄົ້ນ ຄວ້າຮໍ່າຮຽນກ່ຽວກັບວິຊາສະເພາະດັ່ງກ່າວໃນອະນາຄົດ. ຂະບວນການທັດສະນະສຶກສາ ຄັ້ງນີ້, ພະນັກງານຄູອາຈານ ແລະ ນ້ອງນັກຮຽນ ໂຮງຮຽນຮາກແກ້ວ ຈະໄດ້: 1) ເຂົ້າຢ້ຽມຊົມຫໍພິພິທະພັນ ຫີນ ແລະ ແຮ່ທາດ ແລະ ພວກນ້ອງ ຈະ ໄດ້ຮັບຊົມຄຼີບວີດີໂອ ສາລະຄະດີ ກ່ຽວກັບວຽກງານທໍລະນີສາດ ແລະ ບໍ່ແຮ່; 2) ສ້າງກິດຈະກຖາມ-ຕອບ ຄວາມຮູ້ກ່ຽວຊະນິດຂອງແຮ່ທາດ ເພື່ອຮັບລາງວັນ; 3) ການໄປຢ້ຽມຊົມຫໍພິພິທະພັນ ເຮົາຈະໄດ້ແບ່ງອອກເປັນ 3 ກຸ່ມ ເນື່ອງຈາກວ່າຫໍພິພິທະ ຢາກຄັບແຄບ ແລະ ບວກໃສ່ນ້ອງໆນັກຮຽນມີຈຳນວນຫລາຍ ສະນັ້ນ, ເຮົາຈະໄດ້ຈັດ ເປັນ 3 ກຸ່ມ ກຸ່ມທີ່ 1 ຈໍານວນ 15 ຄົນ, ກຸ່ມທີ່ 2 ຈໍານວນ 15 ຄົນ ແລະ ກຸ່ມທີ່ 3 ຈໍານວນ 17 ຄົນ. ພາບ-ຂ່າວ: ວຽງສະຫວັນ ປຣະດິດຮຽບຮຽງ: ຄໍາແສງ ແກ້ວປະເສີດWebsite:www.mem.gov.laສາຍດ່ວນ: 1506 You Might Also Like ກົມທໍລະນີສາດ ແລະ ແຮ່ທາດ ສຳເລັດຈັດຝຶກອົບຮົມ ສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານ-ວິຊາການ ພະແນກ ພະລັງງານ ແລະ ບໍ່ແຮ່ 3 ແຂວງພາກເໜືອ 05/02/2025 ພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງ ຄຳມ່ວນ ເຜີຍແຜ່ຂໍ້ຕົກລົງ ວ່າດ້ວຍການແບ່ງຂັ້ນຄຸ້ມຄອງວຽກງານທໍລະນີສາດ ແລະ ແຮ່ທາດ 18/12/2023 ກອງປະຊຸມສຳມະນາກ່ຽວກັບການທັດສະນະສືກສາ ແລະ ການແລກປ່ຽນ ທີ່ແຂວງ ຊິງໄຮ ສປ ຈີນ 12/09/2024
ກົມທໍລະນີສາດ ແລະ ແຮ່ທາດ ສຳເລັດຈັດຝຶກອົບຮົມ ສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານ-ວິຊາການ ພະແນກ ພະລັງງານ ແລະ ບໍ່ແຮ່ 3 ແຂວງພາກເໜືອ 05/02/2025
ພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງ ຄຳມ່ວນ ເຜີຍແຜ່ຂໍ້ຕົກລົງ ວ່າດ້ວຍການແບ່ງຂັ້ນຄຸ້ມຄອງວຽກງານທໍລະນີສາດ ແລະ ແຮ່ທາດ 18/12/2023