
ຕອນເຊົ້າ ວັນທີ 04 ມີນາ 2025 ທີ່ກົມທໍລະນີສາດ ແລະ ແຮ່ທາດ ຈັດຝືກອົບຮົມໂດຍຊ່ຽວຊານຈາກກົມທໍລະນີສາດອຸດສາຫະກໍານິວເຄຼຍ ແຂວງ ຊິງໄຫ ສປ ຈີນ ຝຶກອົບຮົມກ່ຽວກັບເຕັກນິກການສໍາຫຼວດແຮ່ເກືອໂປຣຕາສ ແລະ ຫົວຂໍ້ອື່ນໆ ທີ່ຕິດພັນກັບວຽກວິຊາສະເພາະ ຂອງກົມທໍລະນີສາດ ແລະ ແຮ່ທາດ ໂດຍການເປັນປະທານຂອງທ່ານ ສຸຂັນສັກ ສີສຸກ ຫົວໜ້າກົມທໍລະນີສາດ ແລະ ແຮ່ທາດ ມີຜູ້ເຂົ້າຮ່ວມຈາກກົມຄຸ້ມຄອງບໍ່ແຮ່, ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່, ລັດວິສາຫະກິດພັດທະນາແຮ່ທາດລາວ, ຄະນະວິທະຍາສາດທຳມະຊາດ, ມະຫາວິທະຍາໄລແຫ່ງຊາດ,ຄະນະວິສະວະກຳບໍ່ແຮ່, ມະກາວິທະຍາໄລແຫງຊາດ, ວິທະຍາໄລເຕັກນິກສັບພະວິຊາ ແລະ ພະນັກງານຫຼັຫແຫຼ່ງພາຍໃນກົມທໍລະນີສາດ ແລະ ແຮ່ທາດ ເຂົ້າຮ່ວມຢ່າງພ້ອມພຽງ.

ການຝືກອົບຮົມໃນຄັ້ງນີ້ປະກອບມີ 4 ຫົວຂໍ້ດັ່ງນີ້:
1. ການສຳຫຼວດແຮ່ເກືອໂປຣຕາສ ປະເພດແຂງ ແລະ ການຊີເຈາະວິສະວະກຳ
2. ຂໍ້ກຳນົດມາດຕະຖານການສຳຫຼວດແຮ່ເກືອໂປຣຕາສ ປະເພດແຂງ
3. ການບັນທຶກຂໍ້ມູນທໍລະນີສາດຂອງຮູເຈາະ
4. ຝືກອົບຮົມຂັ້ນພື້ນຖານການນຳໃຊ້ໂປຣແກຣມແຕ້ມແຜນທີ່ MAPGIS

ຈຸດປະສົງ ເພື່ອຈັດຕັ້ງປະຕິບັດຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມທໍລະນີສາດ ແລະ ແຮ່ທາດ ແລະ ບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການຮ່ວມມືສ້າງຄວາມເຂັ້ມແຂງ ກ່ຽວກັບວຽກງານພັດທະນາແຮ່ເກືອໂປຣຕາສ ແລະ ແຮ່ຕິດພັນ ຢູ່ ສປປ ລາວ ແລະ ກົມທໍລະນີສາດອຸດສາຫະກໍານິວເຄຼຍ ແຂວງ ຊິງໄຫ, ພະແນກຊັບພະຍາກອນທຳມະຊາດ ແຂວງ ຊິງໄຫ ສປ ຈີນ.