ຕອນເຊົ້າວັນທີ 22 ມິຖຸນາ 2023 ນີ້ ໜ່ວຍພັກກົມທໍລະນີສາດ ແລະ ແຮ່ທາດ ໄດ້ຈັດພິທີເຜີຍແຜ່ ແລະ ເຊື່ອມຊຶມເອກະສານສຳຄັນຂອງພັກຂອງຊາດຂຶ້ນຢ່າງເປັນທາງການ ພາຍໃຕ້ການເປັນທານຂອງ ສະຫາຍ ສຸຂັນສັກ ສີສຸກ ຄະນະພັກກະຊວງ, ເລຂາໜ່ວຍພັກ, ຫົວໜ້າກົມທໍລະນີສາດ ແລະ ແຮ່ທາດ. ມີບັນດາ ສະຫາຍ ຄະນະໜ່ວຍພັກ, ສະມາຊິກພັກສົມບູນ ແລະ ສໍາຮອງເຂົ້າຮ່ວມ.
ຄຳສັ່ງຂອງຄະນະເລຂາທິການສູນກາງພັກ, ສະບັບເລກທີ 268/ຄລສພ, ລົງວັນທີ 20 ມັງກອນ 2023 ວ່າດ້ວຍການດຳເນີນກອງປະຊຸມກາງສະໄໝຂອງຄະນະບໍລິຫານງານພັກແຕ່ລະຂັ້ນ; ຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກ, ສະບັບເລກທີ 25/ຄຈສພ, ລົງວັນທີ 24 ມັງກອນ 2023 ວ່າດ້ວຍການດຳເນີນກອງປະຊຸມກາງສະໄໝຂອງຄະນະບໍລິຫານງານພັກແຕ່ລະຂັ້ນ; ຄຳແນະນຳຂອງຄະນະກວດກາສູນກາງພັກ, ສະບັບເລກທີ 74/ຄກສພ, ລົງວັນທີ 27 ມີນາ 2023 ວ່າດ້ວຍການດຳເນີນຊີວິດການເມືອງກາງສະໄໝຂອງຄະນະບໍລິຫານງານພັກແຕ່ລະຂັ້ນ ແລະ ມະຕິຂອງກົມການເມືອງສູນກາງພັກ, ສະບັບເລກທີ 030/ກມສພ, ລົງວັນທີ 30 ມັງກອນ 2018 ວ່າດ້ວຍມາດຕະຖານພະນັກງານນໍາພາ, ຄຸ້ມຄອງ ເຊິ່ງເຜີຍແຜ່ໂດຍ ສະຫາຍ ສຸຂັນສັກ ສີສຸກ ຄະນະພັກກະຊວງ, ເລຂາໜ່ວຍພັກ, ຫົວໜ້າກົມທໍລະນີສາດ ແລະ ແຮ່ທາດ.
ພາບ: ກົມທໍລະນີສາດ ແລະ ແຮ່ທາດ
ຂ່າວ: ຄໍາແສງ ແກ້ວປະເສີດ