
ໃນຕອນເຊົ້າຂອງວັນທີ 14 ມັງກອນ 2025 ກົມທໍລະນີສາດ ແລະ ແຮ່ທາດ ໄດ້ເປີດພິທີຈັດຝຶກອົບຮົມພາກທິດສະດີ ແລະ ລົງຝຶກອົບຮົມຢູ່ພາກສະໜາມຕົວຈິງ ກ່ຽວກັບການຈັດຕັ້ງປະຕິບັດວຽກງານວິຊາສະເພາະຕ່າງໆ ຂອງກົມທໍລະນີສາດ ແລະ ແຮ່ທາດ ຢູ່ທີ່ຫ້ອງປະຊຸມ ຂອງພະແນກກະສິກຳ ແລະ ປ່າໄມ້ ແຂວງ ຫຼວງພະບາງ ໃຫ້ແກ່ພະນັກງານ-ວິຊາການ ຫ້ອງການ ພບ ເມືອງ ແລະ ພະນັກງານຂະແໜງທໍລະນີສາດ ແລະ ແຮ່ທາດ ພະແນກ ພບ ແຂວງ ຫຼວງພະບາງ, ໄຊຍະບູລີ, ຊຽງຂວາງ ແລະ ຫົວພັນ.

ເປັນກຽດເຂົ້າຮ່ວມເປີດກອງປະຊຸມຝຶກອົບຮົມ ໂດຍ ທ່ານ ສຸຂັນສັກ ສີສຸກ ຫົວໜ້າກົມທໍລະນີສາດ ແລະ ແຮ່ທາດ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ທ່ານ ສົມໃຈ ວັນນະສີ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ຫຼວງພະບາງ , ເປັນປະທານຮ່ວມ ໂດຍມີນັກສຳມະນາກອນຈາກຫ້ອງການ ພບ ເມືອງ ແລະ ນັກສຳມະນາກອນ ຈາກຂະແໜງທໍລະນີສາດ ແລະ ແຮ່ທາດ ພະແນກ ພບ ແຂວງ ຫຼວງພະບາງ, ໄຊຍະບູລີ, ຊຽງຂວາງ ແລະ ຫົວພັນ ເຂົ້າຮ່ວມ.
