ກົມທໍລະນີສາດ ແລະ ແຮ່ທາດ ມີໜ້າທີ່ຄຸ້ມຄອງ, ຕິດຕາມ, ກວດກາ ແລະ ຊຸກຍູ້ ໂຄງການລົງທຶນດ້ານແຮ່ທາດ ຢູ່ໃນໄລຍະການຊອກຄົ້ນ ແລະ ສໍາຫຼວດ

          ທ່ານ ສຸຂັນສັກ ສີສຸກ ຄະນະພັກກະຊວງ, ເລຂາໜ່ວຍພັກ, ຫົວໜ້າກົມທໍລະນີສາດ ແລະ ແຮ່ທາດ ໄດ້ລາຍງານໂດຍຫຍໍ້ສະພາບທີ່ພົ້ນເດັ່ນ ການເຄື່ອນໄຫວວຽກງານຂອງກົມໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ຕໍ່ ທ່ານ ໂພໄຊ ໄຊຍະສອນ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະ ທີ່ໄດ້ລົງຢ້ຽມຢາມ, ພົບປະ, ໂອ້ລົມ ຄະນະພັກ, ຄະນະກົມ ແລະ ພະນັກງານລັດຖະກອນພາຍໃນກົມທໍລະນີສາດ ແລະ ແຮ່ທາດ ໃນວັນທີ 20 ເມສາ 2023 ນີ້.

          ທ່ານ ຫົວໜ້າກົມ ໄດ້ໃຫ້ຮູ້ຕື່ມວ່າ: ກົມທໍລະນີສາດ ແລະ ແຮ່ທາດ ແມ່ນກົມວິຊາການໜຶ່ງທີ່ສັງກັດໃນກົງຈັກການຈັດຕັ້ງຂອງ ກະຊວງພະລັງງານ ແລະ ບໍ່ແຮ່ ມີພາລະບົດບາດເປັນເສນາທິການໃຫ້ແກ່ ຄະນະນໍາຂອງກະຊວງພະລັງງານ ແລະ ບໍ່ແຮ່ ໃນວຽກງານການສຶກສາ-ຄົ້ນຄວ້າທໍລະນີສາດ, ການຊອກຄົ້ນ, ການສຳຫຼວດແຮ່ທາດ, ການສ້າງແຜນທີ່ທໍລະນີສາດ-ແຮ່ທາດ ມາດຕາສ່ວນຕ່າງໆໃນຂອບເຂດທົ່ວປະເທດ ພ້ອມດຽວກັນນັ້ນ ກໍເຮັດໜ້າທີ່ໃນການຄຸ້ມຄອງ, ຕິດຕາມ, ກວດກາ ແລະ ຊຸກຍູ້ ການລົງທຶນດ້ານແຮ່ທາດ ຂອງບໍລິສັດທັງພາຍໃນ ແລະ ຕ່າງປະເທດ ທີ່ຢູ່ໃນໄລຍະຊອກຄົ້ນ ແລະ ສໍາຫຼວດ ແຮ່ທາດ.

          ນັບແຕ່ປີ 1975 ຮອດປີ 2005 ມີການປັບປຸງຊື່ຂອງກົມມາເປັນແຕ່ລະໄລຍະ ແຕ່ກໍ່ເປັນກົມດຽວທີ່ປະຕິບັດໜ້າທີ່ໃນຂະແໜງທໍລະນີສາດ ແລະ ແຮ່ທາດ; ຫຼັງຈາກນັ້ນ, ເລີ່ມແຕ່ປີ 2005-2007 ກົມທໍລະນີສາດ-ບໍ່ແຮ່ ຂຶ້ນກັບກະຊວງອຸດສາຫະກຳ ແລະ ຫັດຖະກຳ; ປີ 2007 ຍ້ອນຄວາມຮຽກຮ້ອງຕ້ອງການຂອງວຽກງານວິຊາສະເພາະ ລັດຖະບານ ໄດ້ຕົກລົງແຍກ ກົມທໍລະນີສາດ-ບໍ່ແຮ່ ອອກເປັນ 02 ກົມ ຄື: ກົມທໍລະນີສາດ ແລະ ກົມບໍ່ແຮ່ ຂຶ້ນກັບ ກະຊວງພະລັງງານ ແລະ ບໍ່ແຮ່; ເດືອນ ສິງຫາ ປີ 2011 ກົມທໍລະນີສາດ ໄດ້ປ່ຽນຊື່ມາເປັນ ກົມທໍລະນີສາດ ແລະ ແຮ່ທາດ ແລະ ຍ້າຍໄປຂຶ້ນກັບ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກ່ອນຈະກັບມາຂຶ້ນກັບກະຊວງພະລັງງານ ແລະ ບໍ່ແຮ່ ອີກ ນັບແຕ່ເດືອນ ສິງຫາ 2016 ຈົນມາເຖິງປັດຈຸບັນ.

          ປັດຈຸບັນ ມີພະນັກງານລັດຖະກອນທັງໝົດ 49 ຄົນ, ຍິງ 16 ຄົນ ແລະ ອາສາສະໝັກ ມີ 12 ຄົນ, ຍິງ 2 ຄົນ, ມີຄະນະກົມ 4 ທ່ານ, ປະກອບມີ 5 ພະແນກ. ໂດຍມີພາລະບົດບາດຄວາມຮັບຜິດຊອບ 2 ໜ້າວຽກຫຼັກຄື: ວຽກງານສໍາຫຼວດສ້າງແຜນທີ່ທໍລະນີສາດ-ແຮ່ທາດພື້ນຖານ ແລະ ວຽກງານການຄຸ້ມຄອງໂຄງການລົງທຶນຊອກຄົ້ນ ແລະ ສໍາຫຼວດແຮ່ທາດ. ນອກຈາກປະຕິບັດ 2 ໜ້າທີ່ຕົ້ນຕໍ່ແລ້ວ, ຍັງ ຄົ້ນຄວ້າ, ຜັນຂະຫຍາຍ, ເຜີຍແຜ່ ແລະ ຈັດຕັ້ງປະຕິບັດແນວທາງ, ນະໂຍບາຍ, ຍຸດທະສາດ, ແຜນພັດທະນາ, ກົດໝາຍ, ມະຕິ, ຄໍາສັ່ງ ແລະ ລະບຽບການຕ່າງໆຂອງຂັ້ນເທິງ ກ່ຽວກັບວຽກງານ ທໍລະນີສາດ ແລະ ແຮ່ທາດ; ຄົ້ນຄວ້າ, ຫັນເອົາແນວທາງ, ນະໂຍບາຍ, ຍຸດທະສາດ, ແຜນພັດທະນາ, ຄຳສັ່ງແນະນຳ, ຂໍ້ຕົກ ລົງ, ແຈ້ງການ ແລະ ນິຕິກຳຕ່າງໆຂອງກະຊວງ ມາເປັນແຜນການ, ແຜນງານ, ໂຄງການລະອຽດ ກ່ຽວກັບວຽກງານທໍລະນີສາດ ແລະ ແຮ່ທາດ ແລະ ຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນສູງ; ຄົ້ນຄວ້າ ແລະ ນຳສະເໜີລັດຖະມົນຕີ ກ່ຽວກັບການສ້າງ ແລະ ປັບປຸງແຜນຍຸດທະສາດ, ແຜນພັດທະນາ, ນະໂຍບາຍ, ແຜນການ, ແຜນງານ, ໂຄງການ ແລະ ນິຕິກຳຕ່າງໆ ຂອງວຽກງານ ທໍລະນີສາດ ແລະ ແຮ່ທາດ;

           ເຂົ້າຮ່ວມກອງປະຊຸມ, ເຄື່ອນໄຫວວຽກງານໂຄງການຮ່ວມມືດ້ານທໍລະນີສາດ ແລະ ແຮ່ທາດ ຢູ່ພາຍໃນ ແລະ ຕ່າງປະເທດ ຕາມການມອບໝາຍຂອງລັດຖະມົນຕີ; ຄົ້ນຄວ້າ ມີຄໍາເຫັນ ແລະ ລາຍງານລັດຖະມົນຕີ ຕໍ່ການສະເໜີຂໍເກັບກໍາຂໍ້ມູນພາກສະໜາມ ກ່ຽວກັບແຮ່ທາດ; ຄົ້ນຄວ້າ, ພິຈາລະນາ, ຄຸ້ມຄອງ, ຮັບຮອງແຜນການ ແລະ ຢັ້ງຢືນການນໍາເຂົ້າ ແລະ ສົ່ງອອກຕົວຢ່າງແຮ່ທາດຂອງບັນດາບໍລິສັດທີ່ດໍາເນີນທຸລະກິດໃຫ້ການບໍລິການວຽກງານຊອກຄົ້ນ, ສໍາຫຼວດແຮ່ທາດ ແລະ ບໍລິການວິໄຈແຮ່ທາດ ລວມທັງບໍລິສັດທີ່ມີຈຸດປະສົງສົ່ງອອກຕົວຢ່າງຫີນ ເພື່ອໄປວິໄຈລັກສະນະທາງດ້ານວັດຖຸ ແລະ ເຄມີ ຢູ່ພາຍໃນ ແລະ ຕ່າງປະເທດ ແລະ ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍ ແລະ ຊີ້ນຳຂອງການນຳກະຊວງ.

ພາບ: ວຽງສະຫວັນ ປຣະດິດ
ຂ່າວ: ຄຳແສງ ແກ້ວປະເສີດ