ກອງປະຊຸມເຜີຍແຜ່ເນື້ອໃນສັນຍາ ໂຄງການສໍາຫຼວດຖ່ານຫີນ ຂອງບໍລິສັດ ດາກຈຶງ-ຮາລອງ ພັດທະນາແຮ່ທາດ ຈໍາກັດ ຢູ່ຫ້ອງວ່າການປົກຄອງແຂວງ ເຊກອງ.

          ໃນຕອນເຊົ້າ ວັນທີ 19 ຕຸລາ 2023 ທີ່ຫ້ອງວ່າການປົກຄອງ ແຂວງເຊກອງ. ກົມທໍລະນີສາດ ແລະ ແຮ່ທາດ, ກະຊວງພະລັງງານ ແລະ ບໍ່ແຮ່ ຮ່ວມກັບ ຂະແໜງການທີ່ກ່ຽວຂ້ອງ ຂອງແຂວງເຊກອງ ໄດ້ຈັດກອງປະຊຸມ ເຜີຍແຜ່ເນື້ອໃນສັນຍາ ແລະ ນິຕິກໍາຕ່າງໆ ຂອງໂຄງການສໍາຫຼວດຖ່ານຫີນ ໃນເນື້ອທີ່ 29,48 ກມ2 ຢູ່ເຂດບ້ານງອນບັນ ແລະ ບ້ານມັງຫາ ເມືອງດາກຈຶງ ແຂວງເຊກອງ ຂອງບໍລິສັດ ດາກຈຶງ-ຮາລອງ ພັດທະນາແຮ່ທາດ ຈໍາກັດ ພາຍໃຕ້ການເປັນປະທານຮ່ວມ ຂອງ ທ່ານ ສຸຂັນສັກ ສີສຸກ ຫົວໜ້າກົມທໍລະນີສາດ ແລະ ແຮ່ທາດ, ທ່ານ ວິແຊມ ສາຍສຶກສາ ຮອງຫົວໜ້າຫ້ອງວ່າການປົກຄອງແຂວງເຊກອງ ນອກຈາກນີ້ ຍັງມີຫົວໜ້າພະແນກ ແລະ ຮອງຫົວໜ້າພະແນກ ຈາກຂະແໜງການທີ່ກ່ຽວຂ້ອງ ຂອງແຂວງ, ເມືອງ ແລະ ບ້ານ ທີ່ໂຄງການຕັ້ງຢູ່ ເຂົ້າຮ່ວມຢ່າງພ້ອມພຽງ. ໂດຍຈຸດປະສົງຂອງກອງປະຊຸມເຜີຍແຜ່ເນື້ອໃນສັນຍາ ແລະ ນິຕິກໍາຕ່າງໆ ໃນຄັ້ງນີ້ ເພື່ອໃຫ້ພາກສວ່ນທີ່ກ່ຽວຂ້ອງຂອງແຂວງ, ເມືອງ, ບ້ານ ຮັບຮູ້ ແລະ ເຂົ້າໃຈການຕົກລົງຂອງລັດຖະບານທີ່ອະນຸຍາດໃຫ້ບັນດາບໍລິສັດ ດັ່ງກ່າວໄດ້ສໍາປະທານເນື້ອທີ່, ເຂົ້າໃຈເນື້ອໃນສັນຍາ ແລະ ນິຕິກໍາທີ່ກ່ຽວຂອ້ງ ເພື່ອເປັນເອກະພາບໃນການຈັດຕັ້ງປະຕິບັດ ພ້ອມທັງສະເໜີໃຫ້ພາກສວ່ນທີ່ກ່ຽວຂ້ອງ ຂອງແຂວງ, ເມືອງ, ບ້ານ ເປັນເຈົ້າການ ໃນການຕິດຕາມ ການຈັດຕັ້ງປະຕິບັດວຽກງານພາກສະໜາມຂອງບໍລິສັດ ຕາມສິດ, ໜ້າທີ່ ແລະ ພາລະບົດບາດ ຂອງຕົນ.

          ບັນຫາຜົ້ນເດັ່ນທີ່ກອງປະຊຸມໄດ້ຍົກຂຶ້ນຄື ຕ້ອງເອົາໃຈໃສ່ຂອດປະສານງານ ຖ້າການດໍາເນີນວຽກງານສໍາຫຼວດ ຫາກແຕະຕ້ອງເຖິງຕອນດິນ ເຂດທໍາການຜະລິດຂອງປະຊາຊົນ ຕ້ອງໄດ້ແຈ້ງເຈົ້າຂອງດິນຮັບຊາບ ແລະ ອະນຸຍາດກ່ອນ ໂດຍມອບໃຫ້ຂະແໜງ ພບ ຮ່ວມກັບ ອໍານາດການປົກຄອງບ້ານ ເປັນເຈົ້າການໃນການແກ້ໄຂ, ໄກ່ເກຍ ແລະ ຊົດເຊີຍຕາມຄວາມເໝາະສົມ ຜົນກອງປະຊຸມ ເປັນເອກະພາບ ມອບໃຫ້ການນໍາເມືອງ ແລະ ອໍານາດການປົກຄອງບ້ານ ສືບຕໍ່ນໍາເອົາ ເນື້ອໃນສັນຍາ, ນິຕິກໍາຕ່າງໆ ໄປສືບຕໍ່ເຜີຍແຜ່ໃຫ້ພໍ່ແມ່ປະຊາຊົນພາຍໃນບ້ານຂອງຕົນໄດ້ເຂົ້າໃຈ ພ້ອມທັງໃຫ້ຄວາມຮ່ວມມື ແລະ ອໍານວຍຄວາມສະດວກແກ່ບໍລິສັດໃຫ້ໄດ້ຈັດຕັ້ງປະຕິບັດວຽກງານສໍາເລັດຕາມ ແຜນການ ແລະ ເວລາໃນສັນຍາທີ່ກໍານົດໄວ້. ສວ່ນບໍລິສັດກໍຕ້ອງເອົາໃຈໃສ່ ປະສານງານກັບຂະແໜງການທີ່ກ່ຽວຂ້ອງຂອງທ້ອງຖິ່ນໃຫ້ຄວາມຮ່ວມມື ແລະ ນັບຖືຮີດຄອງປະເພນີ ຂອງທ້ອງຖິ່ນ ຈັດຕັ້ງປະຕິບັດວຽກງານໄປຕາມແຜນການສໍາຫຼວດ ທີ່ກົມທໍລະນີສາດ ແລະ ແຮ່ທາດ ເຊັນຮັບຮອງ ໃຫ້ສໍາເລັດຕາມກໍານົດ ແລະ ເວລາໃນສັນຍາທີ່ລະບຸໄວ້.
ພາບ ແລະ ຂ່າວ: ນິດດາວອນ ສຸວັນນະລາດ ກົມທໍລະນີສາດ ແລະ ແຮ່ທາດ