
ລະຫວ່າງວັນທີ 31 ມັງກອນ ຫາ ວັນທີ 1 ກຸມພາ 2024 ນີ້, ກົມທໍລະນີສາດ ແລະ ແຮ່ທາດ ໄດ້ລົງເຜີຍແຜ່ ແລະ ມອບ-ຮັບ ຂໍ້ຕົກລົງຂອງ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ວ່າດ້ວຍການແບ່ງຂັ້ນຄຸ້ມຄອງວຽກງານທໍລະນີສາດ ແລະ ແຮ່ທາດ ລະຫວ່າງ ສູນກາງ (ກົມທໍລະນີສາດ ແລະ ແຮ່ທາດ ກະຊວງພະລັງງານ ແລະ ບໍ່ແຮ່) ກັບ ຂັ້ນທ້ອງຖິ່ນ (ພະແນກພະລັງງານ ແລະ ບໍ່ແຮ່ ແຂວງຊຽງຂວາງ ແລະ ແຂວງຫົວພັນໂດຍການນຳພາຂອງ ທ່ານ ສຸຂັນສັກ ສີສຸກ ຫົວໜ້າກົມທໍລະນີສາດ ແລະ ແຮ່ທາດ. ມີຫົວໜ້າພະແນກ, ຮອງຫົວໜ້າພະແນກ, ບັນດາຂະແໜງການພາຍໃນພະແນກ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມເຜີຍແຜ່ໃນຄັ້ງນີ້ ກໍ່ເພື່ອກໍານົດໜ້າທີ່, ຂອບເຂດ ແລະ ການແບ່ງຄວາມຮັບຜິດຊອບວຽກງານທໍລະນີສາດ ແລະ ແຮ່ທາດ ລະຫວ່າງກົມທໍລະນີສາດ ແລະ ແຮ່ທາດ ກັບ ພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ຊຽງຂວາງ ແລະ ແຂວງຫົວພັນ ຕາມຂໍ້ຕົກລົງສະບັບເລກທີ 1703/ພບ, ລົງວັນທີ 22 ສິງຫາ 2023 ແລະ ສະບັບເລກທີ 1996/ພບ, ລົງວັນທີ 4 ຕຸລາ 2023. ພ້ອມກັນນີ້, ກໍ່ຍັງເພື່ອເປັນບ່ອນອີງໃຫ້ແກ່ການເຄື່ອນໄຫວຂອງວຽກງານທໍລະນີສາດ ແລະ ແຮ່ທາດ ໃຫ້ໄດ້ຮັບປະສິດທີຜົນສູງ. ຮັບປະກັນໃຫ້ມີຄວາມເອກະພາບ ແລະ ຄວາມຮັບຜິດຊອບ, ສິດ ແລະ ໜ້າທີ່ແຕ່ລະຂັ້ນຢ່າງຈະແຈ້ງ, ເປັນລະບົບຕໍ່ເນື່ອງ, ວິທະຍາສາດ, ມີຫົວຄິດປະດິດສ້າງ ແລະ ສອດຄ່ອງກັບຈຸດພິເສດຂອງທ້ອງຖິ່ນ, ເປັນລະບົບການຈັດຕັ້ງປະຕິບັດທີ່ມີແຜນການ, ມີການຕິດຕາມ, ກວດກາ, ການສະຫຼຸບ, ຕີລາຄາ, ຖອດຖອນບົດຮຽນ, ລາຍງານໃຫ້ຂະແໜງການ ແລະ ການນຳຂັ້ນເທິງເພື່ອຊາບ, ຂໍ້ຕົກລົງສະບັບນີ້ນຳໃຊ້ສະເພາະໃນການປະຕິບັດວຽກງານທໍລະນີສາດ ແລະ ແຮ່ທາດ ລະຫວ່າງກົມທໍລະນີສາດ ແລະ ແຮ່ທາດ ກັບ ພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ໄຊສົມບູນ ໂດຍສອດຄ່ອງກັບກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.



