ບໍລິສັດ ຊີໂນ-ອາກກຣີ ໄດ້ສຳເລັດການສຶກສາ-ຊອກຄົ້ນແຮ່ເກືອໂປຕາສ ຢູ່ເມືອງໜອງບົກ ແຂວງຄຳມ່ວນ

ກອງປະຊຸມລາຍງານຜົນການສຶກສາ-ສຳຫຼວດ ເກືອໂປຣຕາສ ຢູ່ເຂດບ້ານໜອງຫຼົ່ມ ເມືອງໜອງບົກ ແຂວງຄໍາມ່ວນ ຂອງບໍລິສັດ ຊີໂນອາກກຣີ ໄດ້ຈັດຂຶ້ນໃນວັນທີ 27 ຕຸລາ 2023 ທີ່ຜ່ານມານີ້ ຢູ່ຫ້ອງປະຊຸມກົມທໍລະນີສາດ ແລະ ແຮ່ທາດ ພາຍໃຕ້ການເປັນປະທານຂອງ ທ່ານ ສູນທອນ ລາວໂລ ຮອງຫົວໜ້າກົມທໍລະນີສາດ ແລະ ແຮ່ທາດ, ມີ ທ່ານ ແກ້ວສະຫງວນ ວິນນະລາດ ຮອງຫົວໜ້າກົມຄຸ້ມຄອງບໍ່ແຮ່, ທ່ານ ສຸລິນ ພົມມະໄຊ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງຄຳມ່ວນ, ທ່ານ ຄຳພອນ ສີກຸມພົນ ເຈົ້າເມືອງໆໜອງບົກ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຈາກສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມ.
          ໃນພິທີ ຫຼົງເຜີຍ ອຳນວຍການຝ່າຍບໍ່ແຮ່ ຂອງບໍລິສັດ ຊີໂນອາກກຣີ ໄດ້ລາຍງານຜົນການສຶກສາ-ສຳຫຼວດ ເກືອໂປຣຕາສ ວ່າ: ພາຍຫຼັງບໍລິສັດໄດ້ເຊັນສັນຍາເພື່ອສຶກສາ-ສຳຫຼວດໂຄງການດັ່ງກ່າວ ກັບ ກັບ ລັດຖະບານແຫ່ງ ສປປ ລາວ ໃນວັນທີ 28 ພະຈິກ 2022, ລວມອາຍຸສັນຍາ 24 ເດືອນ; ໃນນັ້ນ:ໄລຍະສຳຫຼວດ 12 ເດືອນ, ໄລຍະສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ ແລະ ປະເມີນຜົນກະທົບຕໍ່ສິ່ງເເວດລ້ອມ ແບບລະອຽດ ລວມ 12 ເດືອນ (ສັນຍາມີອາຍຸຮອດວັນທີ 28 ພະຈິກ 2024).
          ພາຍຫຼັງເຊັນສັນຍາແລ້ວໄດ້ຈົດທະບຽນສ້າງຕັ້ງເປັນ ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ ຕາມໃບອະນຸຍາດລົງທຶນ ສະບັບເລກທີ 017-2023/ກຜທ.ລທ3, ລົງວັນທີ 31 ມັງກອນ 2023 ເພື່ອດໍາເນີນວຽກງານຂອງໂຄງການດັ່ງກ່າວ ບໍລິສັດໄດ້ດຳເນີນການສຶກສາ-ສຳຫຼວດ ດ້ວຍຄວາມເອົາໃຈໃສ່ ແລະ ມີຜົນສຳເລັດເປັນກ້າວໆມາ. ຜ່ານການສຶກສາ-ສຳຫຼວດ ບໍລິສັດສາມາດປະເມີນປະລິມານຊັບພະຍາກອນ ຂັ້ນ 331, 332, 333 ມີທັງໝົດປະມານ 706.116.500 ໂຕນແຮ່ເກືອ, ດ້ວຍເກຼດແຮ່ເກືອ KCl ສະເລ່ຍ 16,23% ຫຼື ມີປະລິມານ KCl 113.314.870ໂຕນ, ດ້ວຍເກຼດແຮ່ເກືອ MgCl2 ສະເລ່ຍ 46,74% ຫຼື ມີປະລິມານ MgCl2 339.338.414 ໂຕນ ແລະ ດ້ວຍເກຼດແຮ່ເກືອ NaCl ສະເລ່ຍ 16,43 % ຫຼື ມີປະລິມານ NaCl 111.430.369 ໂຕນ, ຊຶ່ງລາຍລະອຽດແຕ່ລະຂັ້ນປະລິມານຊັບພະຍາກອນມີດັ່ງນີ້:
• ປະລິມານຊັບພະຍາກອນ ຂັ້ນ 331 ມີທັງໝົດປະມານ 12.148.100 ໂຕນແຮ່ເກືອ, ດ້ວຍເກຼດແຮ່ເກືອ KCl ສະເລ່ຍ 16,36% ຫຼື ມີປະລິມານ KCl 1.992.582 ໂຕນ, ດ້ວຍເກຼດແຮ່ເກືອ MgCl2 ສະເລ່ຍ 46,72% ຫຼື ມີປະລິມານ MgCl2 5.667.303 ໂຕນ ແລະ ດ້ວຍເກຼດແຮ່ເກືອ NaCl ສະເລ່ຍ 16,56% ຫຼື ມີປະລິມານ NaCl 2.012.455 ໂຕນ;
• ປະລິມານຊັບພະຍາກອນ ຂັ້ນ 332 ມີທັງໝົດປະມານ 216.304.800 ໂຕນແຮ່ເກືອ, ດ້ວຍເກຼດແຮ່ເກືອ KCl ສະເລ່ຍ 16,30 % ຫຼື ມີປະລິມານ KCl 32.858.732 ໂຕນ, ດ້ວຍເກຼດແຮ່ເກືອ MgCl2 ສະເລ່ຍ 45,53% ຫຼື ມີປະລິມານ MgCl2 90.731.368 ໂຕນ ແລະ ດ້ວຍເກຼດແຮ່ເກືອ NaCl ສະເລ່ຍ 16,78% ຫຼື ມີປະລິມານ NaCl 33.546.044 ໂຕນ;
• ປະລິມານຊັບພະຍາກອນ ຂັ້ນ 333 ມີທັງໝົດປະມານ 484.483.800 ໂຕນແຮ່ເກືອ, ດ້ວຍເກຼດແຮ່ເກືອ KCl ສະເລ່ຍ 16,03% ຫຼື ມີປະລິມານ KCl 78.463.556 ໂຕນ, ດ້ວຍເກຼດແຮ່ເກືອ MgCl2 ສະເລ່ຍ 47,96% ຫຼື ມີປະລິມານ MgCl2 242.939.742 ໂຕນ ແລະ ດ້ວຍເກຼດແຮ່ເກືອ NaCl ສະເລ່ຍ 15,96% ຫຼື ມີປະລິມານ NaCl 75.871.870 ໂຕນ.
ໂດຍ: ຄຳແສງ ແກ້ວປະເສີດ