
ຕອນບ່າຍ ວັນທີ 30 ເມສາ 2024 ທີ່ພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ຫຼວງນໍ້າທາ, ກົມທໍລະນີສາດ ແລະ ແຮ່ທາດ ຮ່ວມກັບ ພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ຫຼວງນໍ້າທາ ຈັດກອງປະຊຸມເຜີຍແຜ່ຂໍ້ຕົກລົງ ວ່າດ້ວຍການແບ່ງຂັ້ນຄຸ້ມຄອງວຽກງານທໍລະນີສາດ ແລະ ແຮ່ທາດ ລະຫວ່າງ ຂັ້ນສູນກາງ (ກົມທໍລະນີສາດ ແລະ ແຮ່ທາດ) ກັບຂັ້ນທ້ອງຖິ່ນ (ພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ຫຼວງນໍ້າທາ) ພາຍໃຕ້ການເປັນປະທານຮ່ວມ ລະຫວ່າງ ທ່ານ ສຸຂັນສັກ ສີສຸກ ຫົວໜ້າກົມທໍລະນີສາດ ແລະ ແຮ່ທາດ ແລະ ທ່ານ ປອ ສຸລິວັນ ພົມມະຈິດ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ຫຼວງນໍ້າທາ, ມີຜູ້ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງຈາກສູນກາງ ແລະ ພະແນກການອ້ອມຂ້າງ, ພະແນກພະລັງງານ ແລະ ບໍ່ແຮ່ ບັນດາເມືອງ, ສະພາປະຊາຊົນແຂວງ ແລະ ບັນດາບໍລິສັດທີ່ລົງທຶນທາງດ້ານທໍລະນີສາດ ແລະ ແຮ່ທາດ ຢູ່ແຂວງ ຫຼວງນໍ້າທາ ເຂົ້າຮ່ວມ.

ປະຕິບັດຕາມຂໍ້ຕົກລົງວ່າດ້ວຍການແບ່ງຂັ້ນຄຸ້ມຄອງວຽກງານທໍລະນີສາດ ແລະ ແຮ່ທາດ ລະຫວ່າງ ກົມທໍລະນີສາດ ແລະ ແຮ່ທາດ ກັບ ພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ຫຼວງນໍ້າທາ ເລກທີ 1669/ພບ, ລົງວັນທີ 22 ສິງຫາ 2023, ອີງຕາມກົດໝາຍວ່າດ້ວຍແຮ່ທາດ ສະບັບເລກທີ 31/ສພຊ, ລົງວັນທີ 03 ພະຈິກ 2017, ອີງຕາມດໍາລັດ ຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງພະລັງານ ແລະ ບໍ່ແຮ່ ສະບັບເລກທີ 624/ນຍ, ລົງວັນທີ 22 ຕຸລາ 2021, ອີງຕາມແຜນພັດທະນາພະລັງງານ ແລະ ບໍ່ແຮ່ 05 ປີ ຄັ້ງທີ IX (2021-2025), ອີງຕາມສັນຍາຂອງບັນດາບໍລິສັດທີ່ໄດ້ເຊັນສັນຍາກັບລັດຖະບານແຫ່ງ ສປປ ລາວ ວ່າດ້ວຍການຊອກຄົ້ນ ແລະ ສຳຫຼວດແຮ່ທາດ.

ຈຸດປະສົງຂອງກອງປະຊຸມເຜີຍແຜ່ໃນຄັ້ງນີ້ ກໍ່ເພື່ອ ກໍານົດໜ້າທີ່, ຂອບເຂດ ແລະ ການແບ່ງຄວາມຮັບຜິດຊອບວຽກງານທໍລະນີສາດ ແລະ ແຮ່ທາດ ລະຫວ່າງກົມທໍລະນີສາດ ແລະ ແຮ່ທາດ ກັບ ພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ຫຼວງນໍ້າທາ, ເພື່ອເປັນບ່ອນອີງໃຫ້ແກ່ການເຄື່ອນໄຫວຂອງວຽກງານທໍລະນີສາດ ແລະ ແຮ່ທາດ ໃຫ້ໄດ້ຮັບປະສິດທີຜົນສູງ. ຮັບປະກັນໃຫ້ມີຄວາມເອກະພາບ ແລະ ຄວາມຮັບຜິດຊອບ, ສິດ ແລະ ໜ້າທີ່ແຕ່ລະຂັ້ນຢ່າງຈະແຈ້ງ, ເປັນລະບົບຕໍ່ເນື່ອງ, ວິທະຍາສາດ, ມີຫົວຄິດປະດິດສ້າງ ແລະ ສອດຄ່ອງກັບຈຸດພິເສດຂອງທ້ອງຖິ່ນ, ເປັນລະບົບການຈັດຕັ້ງປະຕິບັດທີ່ມີແຜນການ, ມີການຕິດຕາມ, ກວດກາ, ການສະຫຼຸບ, ຕີລາຄາ, ຖອດຖອນບົດຮຽນ, ລາຍງານໃຫ້ຂະແໜງການ ແລະ ການນຳຂັ້ນເທິງເພື່ອຊາບ, ຂໍ້ຕົກລົງສະບັບນີ້ນຳໃຊ້ສະເພາະໃນການປະຕິບັດວຽກງານທໍລະນີສາດ ແລະ ແຮ່ທາດ ລະຫວ່າງກົມທໍລະນີສາດ ແລະ ແຮ່ທາດ ກັບ ພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ຫຼວງນໍ້າທາ.

